ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລີເບຍ ຖືກຕັດສິນ ມີຄວາມຜິດ ຖານກໍ່ການຮ້າຍ ໃນການໂຈມຕີ ຢູ່ ເບັງກາຊີ


ພາບແຕ້ມໃນຫ້ອງສານ ສະແດງໃຫ້ເຫັນທ້າວ ອາເໝັດ ອາບູ ຄັດຕາລາ ນັ່ງຟັງນາຍພາສາຜ່ານຫູຟັງ ໃນການກ່າວຄຳຖະແຫຼງ ເປີດການດຳເນີນຄະດີ ໂດຍຮອງໄອຍະການ ສະຫະລັດ ທ່ານ ຈອນ ຄຣາບ, ທີສອງຈາກຊ້າຍ, ທີ່ສານລັດຖະບານກາງ ໃນນະຄອນຫຼວງ ວໍຊິງຕັນ. 2 ຕຸລາ, 2017.
ພາບແຕ້ມໃນຫ້ອງສານ ສະແດງໃຫ້ເຫັນທ້າວ ອາເໝັດ ອາບູ ຄັດຕາລາ ນັ່ງຟັງນາຍພາສາຜ່ານຫູຟັງ ໃນການກ່າວຄຳຖະແຫຼງ ເປີດການດຳເນີນຄະດີ ໂດຍຮອງໄອຍະການ ສະຫະລັດ ທ່ານ ຈອນ ຄຣາບ, ທີສອງຈາກຊ້າຍ, ທີ່ສານລັດຖະບານກາງ ໃນນະຄອນຫຼວງ ວໍຊິງຕັນ. 2 ຕຸລາ, 2017.

ຄະນະຕຸລາການລັດຖະບານກາງ ທີ່ນະຄອນຫຼວງ ວໍຊິງຕັນ ໃນວັນອັງ ຄານວານນີ້ໄດ້
ພົບເຫັນວ່າ ຜູ້ຊາຍສັນຊາດ ລີເບຍ ຄົນນຶ່ງມີຄວາມຜິດຖານກໍ່ການຮ້າຍ ໃນການໂຈມ
ຕີສະຖານກົງສຸນ ສະຫະລັດ ໃນເມືອງ ເບັງກາຊີ, ແຕ່ໄດ້ຕັດສິນວ່າ ລາວບໍ່ມີຄວາມຜິດ
ໃນການຄາດຕະກຳ ເຊິ່ງເປັນຂໍ້ກ່າວຫາທີ່ໜັກທີ່ສຸດ.

ການໂຈມຕີໃນປີ 2012 ໄດ້ສັງຫານ 4 ຄົນ, ລວມທັງເອກອັກຄະລັດຖະທູດ ສະຫະລັດ
ປະຈຳປະເທດ ລີເບຍ, ທ່ານ ຄຣິສໂຕເຟີ ສະຕີເວັນສ໌.

ໜ່ວຍປະຕິບັດການພິເສດຂອງ ສະຫະລັດ ໄດ້ຈັບທ້າວ ອາເໝັດ ອາບູ ຄັດຕາລາ ໃນ
ປີ 2014 ແລະ ໄດ້ນຳຕົວລາວມາ ສະຫະລັດ ເພື່ອ ສອບປາກຄຳຢ່າງລະອຽດ ແລະ
ດຳເນີນຄະດີ.

ທະນາຍຄວາມຂອງລາວໄດ້ໂຕ້ຖຽງວ່າ ຫຼັກຖານຕໍ່ລາວ ຂາດຄວາມ ເຊື່ອຖື. ພວກເຂົາ
ເຈົ້າຍັງໄດ້ກ່າວວ່າ ການສອບຖາມລາວ ກ່ຽວກັບ ການໂຈມຕີ ກ່ອນແນະນຳໃຫ້ລາວຮູ້
ໃນເລື່ອງສິດທິຂອງລາວພາຍ ໃຕ້ກົດໝາຍ ສະຫະລັດ ນັ້ນ ແມ່ນຜິດກົດໝາຍ.

ໃນຂະນະທີ່ບັນດາໄອຍະການໄດ້ສະເໜີຄະນະຕຸລາການວ່າ ທ້າວ ຄັດຕາລາ ໄດ້ນຳ
ພາກຸ່ມຫົວຮຸນແຮງທີ່ໄດ້ໂຈມຕີສະຖານກົງສຸນນັ້ນ, ເຂົາເຈົ້າກໍບໍ່ສາມາດທີ່ຈະພິສູດໄດ້
ວ່າ ລາວມີຄວາມຮັບຜິດຊອບໂດຍກົງ ສຳລັບການຕາຍຂອງທ່ານ Stevens ແລະ
ບຸກຄົນອື່ນໆ.

ແຕ່ທ້າວ ຄັດຕາລາ ແມ່ນຍັງຄົງເບິ່ງຄືວ່າ ຈະຖືກຂັງຢູ່ໃນຄຸກລັດຖະບານກາງເປັນເວ
ລາຫຼາຍທົດສະວັດ ຫຼັງຈາກລາວຖືກຕັດສິນລົງໂທດ.

ຜູ້ຕ້ອງສົງໄສອີກຄົນນຶ່ງ, ທ້າວ ມຸສຕາຟາ ອາລ-ອີມ່າມ, ໄດ້ຖືກຈັບໃນ ເດືອນທີ່ຜ່ານມາ
ແລະ ກໍໄດ້ປະເຊີນກັບການດຳເນີນຄະດີເຊັ່ນກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG