ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Carson ໄດ້ຮັບ ສຽງຕອບຮັບ ໃນດ້ານລົບ ກ່ຽວກັບ ຊີວະປະຫວັດສ່ວນຕົວຂອງທ່ານ່


ຜູ້ສະໝັກເລືອກຕັ້ງເອົາຕຳແໜ່ງປະທານາທິບໍດີ ສັງກັດພັກ ຣີພັບບລີກັນ ທ່ານ Ben Carson ກ່າວຕໍ່ບັນດານັກຂ່າວ
ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ວັນທີ 6 ພະຈິກ, 2015, ທີ່ Palm Beach Gardens, ລັດ ຟລໍຣີດາ.
ຜູ້ສະໝັກເລືອກຕັ້ງເອົາຕຳແໜ່ງປະທານາທິບໍດີ ສັງກັດພັກ ຣີພັບບລີກັນ ທ່ານ Ben Carson ກ່າວຕໍ່ບັນດານັກຂ່າວ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ວັນທີ 6 ພະຈິກ, 2015, ທີ່ Palm Beach Gardens, ລັດ ຟລໍຣີດາ.

ຜູ້ສະໝັກເລືອກຕັ້ງເອົາຕຳແໜ່ງປະທານາທິບໍດີ ສັງກັດພັກ ຣີພັບບລີກັນ ທ່ານ Ben Carson ໄດ້ກ່າວໃນວັນອາທິດວານນີ້ວ່າ ທ່ານໄດ້ຖືກກວດສອບຫຼາຍກວ່າຄົນອື່ນໆ ທີ່ລົງແຂ່ງເອົາຕຳແໜ່ງ ປະທານາທິບໍດີ ຍ້ອນວ່າ ທ່າທາງທີ່ເປັນໄພຂົ່ມຂູ່ຂອງທ່ານຕໍ່ “ການເຄື່ອນໄຫວທີ່ບໍ່ກ່ຽວກັບເລື່ອງສາສະໜາໃນປະເທດນີ້.”

ທ່ານ Carson ໄດ້ປີນຂຶ້ນສູ່ອັນດັບສູງສຸດຂອງການແຂ່ງຂັນເອົາ ຕຳແໜ່ງປະທານາທິບໍດີ ພັກຣີພັບບລີກັນ 2016, ເຊິ່ງທ່ານຄວບ ຄຸມການນຳໜ້າມະຫາເສດຖີອະສັງຫາລິມະຊັບ ທ່ານ Donald Trump, ພ້ອມດ້ວຍເລື່ອງທີ່ເປັນແຮງບັນດານໃຈຂອງທ່ານ ກ່ຽວກັບ ການເຕີບໂຕຈາກຄວາມຫຍຸ້ງຍາກໃນຕອນຍັງນ້ອຍທີ່ ນະຄອນ Detroit ລັດ Michigan ຈົນປະສົບຄວາມສຳເລັດໃນການເຮັດວຽກເປັນແພດລະ ບົບເສັ້ນປະສາດ.

ທ່ານ Ben Carson ແນມເບິ່ງຂູ່ແຂ່ງຫຼັກຂອງທ່ານ, ມະຫະເສດຖີ ທ່ານ Donald Trump ໃນລະຫວ່າງການໂຕ້ວາທີ ເອົ່າຕຳແໜ່ງປະທານາທິບໍດີຂອງ ພັກຣີພັບບລີກັນ ທີ່ມະຫາວິທະຍາໄລ ໂຄໂລຣາໂດ. 28 ຕຸລາ 2015.
ທ່ານ Ben Carson ແນມເບິ່ງຂູ່ແຂ່ງຫຼັກຂອງທ່ານ, ມະຫະເສດຖີ ທ່ານ Donald Trump ໃນລະຫວ່າງການໂຕ້ວາທີ ເອົ່າຕຳແໜ່ງປະທານາທິບໍດີຂອງ ພັກຣີພັບບລີກັນ ທີ່ມະຫາວິທະຍາໄລ ໂຄໂລຣາໂດ. 28 ຕຸລາ 2015.

​ແຕ່ວ່າໃນສອງສາມມື້ນີ້ຜ່ານມານີ້, ສື່ມວນຊົນໄດ້ທົບທວນຫຼາຍເລື່ອງທີ່ທ່ານ Carson ໄດ້ອະທິບາຍໃນຊີວະປະຫວັດຂອງທ່ານຊື່ີວ່າ Gifted Hands ໄດ້ຖືກພົບວ່າການອ້າງ ອີງຫຼາຍຢ່າງແມ່ນຍາກຕໍ່ການກວດສອບ.

ໂທລະພາບ CNN ແມ່ນບໍ່ສາມາດທີ່ຈະຫາຄົນໃດທີ່ສາມາດກວດສອບປະຫວັດຂອງທ່ານ Carson ໄດ້ ເຊິ່ງຄັ້ງໜຶ່ງທ່ານໄດ້ພະຍາຍາມທີ່ຈະໃຊ້ມີດແທງໝູ່ ແລະ ຕີແມ່ຂອງທ່ານ ດ້ວຍຄ້ອນຕີ.

ໜັງສືພິມ The Wall Street Journal ໄດ້ລາຍງານວ່າຫ້ອງຮຽນ “ການສະແດງຄວາມ ຄິດເຫັນ 301” ແມ່ນບໍ່ມີໃນເວລາທີ່ທ່ານ Carson ເປັນນັກຮຽນຢູ່ມະຫາວິທະຍາໄລ Yale, ແມ່ນກະທັ້ງການອ້າງອີງຂອງທ່ານ Carson ທີ່ວ່າທ່ານເປັນນັກຮຽນພຽງຄົນດຽວ ທີ່ບໍ່ຍ່າງ ອອກຈາກຫ້ອງ ຫຼັງຈາກຖືກສັ່ງໃຫ້ເສັງຄືນ. ເລື່ອງດັ່ງກ່າວນັ້ນກໍຍັງໄດ້ຕັ້ງຄຳຖາມ ກ່ຽວກັບ ເລື່ອງທີ່ຜ່ານມາກ່ຽວກັບໂຮງຮຽນມັດທະຍົມ, ລວມທັງ ການອ້າງວ່າທ່ານໄດ້ປົກ ປ້ອງນັກ ຮຽນຄົນຂາວໃນລະຫວ່າງການຈະລາຈົນເຊື້ອຊາດ.

ອົງການຂ່າວ Politico ໄດ້ຕັ້ງຄຳຖາມເຖິງຄວາມເຊື່ອຖືທີ່ທ່ານ Carson ໄດ້ອ້າງອີກຊ້ຳ ໄປຊ້ຳມາເລື້ອຍໆ ວ່າ ທ່ານໄດ້ຖືກມອບ “ທຶນການສຶກສາສົມບູນ” ໃຫ້ເຂົ້າຮຽນຢູ່ໂຮງ ຮຽນທະຫານສະຫະລັດ ທີ່ West Point ເຊິ່ງພວກເຂົາເຈົ້າບໍ່ໄດ້ສະໜອງທຶນການສຶກສາ ເພາະວ່າຄ່າເຂົ້າຮຽນແມ່ນບໍ່ໄດ້ເສຍຄ່າໃຊ້ຈ່າຍຫຍັງເວລານັ້ນ.

XS
SM
MD
LG