ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທະນາຄານກາງ ສະຫະລັດ ຢາກໃຫ້ກະຕຸ້ນ ເສດຖະກິດ ອີກຄັ້ງນຶ່ງ


ທ່ານ Ben Bernanke ຫົວໜ້າທະນາຄານກາງຂອງສະຫະລັດ ຍ່າງຢູ່ນອກກອງປະຊຸມສົນທະນາດ້ານເສດຖະກິດ Jackson Hole ໃນວັນທີ 31 ສິງຫາ, 2012, ຢູ່ທີ່ສວນສາທາລະນາ Grand Teton National Park ໃກ້ກັບເມືອງ Jackson Hole ລັດ Wyoming
ທ່ານ Ben Bernanke ຫົວໜ້າທະນາຄານກາງຂອງສະຫະລັດ ຍ່າງຢູ່ນອກກອງປະຊຸມສົນທະນາດ້ານເສດຖະກິດ Jackson Hole ໃນວັນທີ 31 ສິງຫາ, 2012, ຢູ່ທີ່ສວນສາທາລະນາ Grand Teton National Park ໃກ້ກັບເມືອງ Jackson Hole ລັດ Wyoming
ໃນວັນສຸກວານນີ້ຫົວໜ້າທະນາຄານກາງຂອງສະຫະລັດທໍາການ
ໂຕ້ແຍ້ງ ເພື່ອຢາກໃຫ້ມີການດໍາເນີນ ຄວາມພະຍາຍາມເພີ້ມຂຶ້ນ
ໃນການກະຕຸ້ນເສດຖະກິດ ແຕ່ກໍບໍ່ໄດ້ໃຫ້ລາຍລະອຽດວ່າ ການ
ດໍາເນີນຄວາມພະຍາຍາມດັ່ງກ່າວນັ້ນ ຄວນຈະມີຂຶ້ນເວລາໃດຫຼື
ຄວນຈະເຮັດແບບໃດ.

ທ່ານ Ben Bernanke ປະທານທະນາຄານກາງຂອງສະຫະລັດ
ເວົ້າວ່າ ອັດຕາຄົນຫວ່າງງານໃນປັດຈຸບັນນີ້ແມ່ນສູງເກີນໄປແລະ
ການຂະຫຍາຍໂຕຂອງເສດຖະກິດກໍຊ້າຫລາຍ.

ຄໍາເຫັນຂອງພວກເຈົ້າໜ້າທີ່ທະນາຄານກາງສະຫະລັເມື່ອໝໍ່ໆ
ມານີ້ ໄດ້ສະແດງໃຫ້ເຫັນວ່າ ມີສະມາຊິກຈໍານວນຫລາຍຂຶ້ນທີ່
ເຊື່ອວ່າ ມັນອາດຈະເຖິງເວລາແລ້ວ ທີ່ຈະມີການເອົາມາດຕະ
ການເພີ້ມຕື່ມ. ການດໍາເນີນຄວາມພະຍາຍາມດັ່ງກ່າວ ອາດຈະມີຂຶ້ນໃນກອງປະຊຸມຄັ້ງຕໍ່ ໄປຂອງທະນາຄານກາງຂອງສະຫະລັດໃນກາງ ເດືອນກັນຍານີ້.

ທະນາຄານກາງສະຫະລັດໄດ້ຮັກສາອັດຕາດອກເບ້ຍໃຫ້ຕໍ່າທີ່ສຸດໃນປະຫວັດສາດໃນ ໄລຍະສອງສາມປີມານີ້. ທ່ານ Bernanke ກ່າວຕໍ່ນັກຊ່ຽວຊານດ້ານເສດຖະກິດທີ່ບ້ານ
ພັກຮ້ອນຢູ່ລັດ Wyoming ວ່າ ອັດຕາດອກເບ້ຍຕໍ່າທີ່ສຸດນັ້ນ ໄດ້ຊ່ວຍເຮັດໃຫ້ເສດຖະ ກິດຂະຫຍາຍຕົວ.

ພວກເຈົ້າໜ້າທີ່ຍັງໄດ້ຊື້ພັນທະບັດຂອງລັດຖະບານເປັນຈໍານວນຫລວງຫຼາຍໃນຄວາມ ພະຍາຍາມເພື່ອຊ່ວຍເຮັດໃຫ້ອັດຕາດອກເບ້ຍໄລຍະຍາວຫຼຸດຕໍ່າລົງ ແລະຊ່ວຍກະຕຸກ ຊຸກຍູ້ການລົງທຶນແລະການຂະຫຍາຍຕົວຂອງເສດຖະກິດໃຫ້ສູງຂຶ້ນ.
XS
SM
MD
LG