ສານແຫ່ງນຶ່ງຂອງ Tunisia ໄດ້ຕັດສິນໂທດໃນວັນຈັນວານນີ້ ໃຫ້ຈໍາຄຸກທ່ານ Zine
el-Abidine Ben Ali ປະທານາທິບໍດີ ທີ່ຖືກຂັບໄລ່ອອກຈາກອຳນາດເປັນເວລາ
15 ປີ.
ອະດີດຜູ້ນໍາຂອງ Tunisia ບໍ່ໄດ້ປະກົດຕົວໃນການດຳເນີນຄະດີຄັ້ງນີ້ ຊຶ່ງທ່ານໄດ້
ປະເຊີນໜ້າກັບຂໍ້ຫາລັກລອບຄ້າຢາເສບຕິດ, ອາວຸດ ແລະວັດຖຸໂບຮານອື່ນໆນັ້ນ.
ນີ້ແມ່ນການດໍາເນີນຄະດີຄັ້ງທີ່ 2 ຕໍ່ທ່ານ Ben Ali ນັບແຕ່ທ່ານໄດ້ຫຼົບໜີໄປຢູ່
Saudi Arabia ໃນເດືອນມັງກອນທີ່ແລ້ວ ທ່າມກາງການປະທ້ວງຕໍ່ຕ້ານການປົກຄອງ
ຂອງທ່ານ ທີ່ມີມານານກ່ວາ 23 ປີແລ້ວນັ້ນ.
ທະນາຍຄວາມຂອງທ່ານ Ben Ali ໄດ້ກ່າວໃນວັນຈັນວານນີ້ວ່າ ທ່ານ Ben Ali ບໍ່ໄດ້ຮັບການດຳເນີນຄະດີແບບຍຸດຕິທຳ ແລະທ່ານໄດ້ຖອນໂຕຈາກການໄປຟັງຄຳ
ໃຫ້ການຢູ່ສານທີ່ນະຄອນຫຼວງ Tunis.
ໃນເດືອນແລ້ວນີ້ອະດີດທ່ານປະທານາທິບໍດີ Ben Ali ແລະພັນລະຍາ ທ່ານນາງ
Leila Trabelsi ໄດ້ຖືກຕັດສິນໂທດລັບຫຼັງວ່າມີຄວາມຜິດໃນການຍັກ ຍອກເອົາ
ເງິນແລະຂໍ້ຫາອື່ນໆ ຫຼັງຈາກໄດ້ມີການພົບເຫັນເພັດພອຍແລະເງິນຫຼວງຢູ່ທີ່ທຳ
ນຽບແຫ່ງນຶ່ງຂອງພວກທ່ານນັ້ນ. ພວກທ່ານທັງສອງຕ່າງກໍຖືກຕັດສິນໂທດຈໍາຄຸກ
ຄົນລະ 35 ປີ.
ທ່ານ Ben Ali ໄດ້ປະນາມການຕັດສິນດັ່ງກ່າວ ແລະເອີ້ນວ່າ ເປັນການຕັດສິນທີ່ລໍ້ຫຼິ້ນ.