ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​ຄວາມ​ເຫັນ​ແຕກ​ຕ່າງ​ກັນຂອງ​ຊາວ​ລາວ ຕໍ່​ໂຄງ​ການນຶ່ງ​ແລວ​ທາງ ນຶ່ງ​ເສັ້ນ​ທາງ ຂອງ​ຈີນ


ຄົນ​ງານ​ກຳ​ລັງ​ເອົາ​ດອກ​ໄມ້​ປະ​ດັບ​ປະ​ດາ​ເປັນ​ຮູບ​ລົດ​ໄຟໃສ່ໜ້າ​ຕຶກ​ແຫ່ງ​ນຶ່ງ​ເພື່ອ​ເປັນ​ການ​ສົ່​ງ​ເສີມ ກອງ​ປະ​ຊຸມ ​​ຄັ້ງ​ທີ 2 ກ່ຽວ​ກັບ​ໂຄງ​ການ​ນຶ່ງ​ແລວ​ທາງ ນຶ່ງ​ເສັ້ນ​ທາງ ຫລື Belt & Road Forum ຢູ່​ໃນ​ນະ​ຄອນ​ປັກ​ກິ່ງຂອງ​ຈີນ ໃນ​ວັນ​ທີ 23 ເມ​ສາ 2019
ຄົນ​ງານ​ກຳ​ລັງ​ເອົາ​ດອກ​ໄມ້​ປະ​ດັບ​ປະ​ດາ​ເປັນ​ຮູບ​ລົດ​ໄຟໃສ່ໜ້າ​ຕຶກ​ແຫ່ງ​ນຶ່ງ​ເພື່ອ​ເປັນ​ການ​ສົ່​ງ​ເສີມ ກອງ​ປະ​ຊຸມ ​​ຄັ້ງ​ທີ 2 ກ່ຽວ​ກັບ​ໂຄງ​ການ​ນຶ່ງ​ແລວ​ທາງ ນຶ່ງ​ເສັ້ນ​ທາງ ຫລື Belt & Road Forum ຢູ່​ໃນ​ນະ​ຄອນ​ປັກ​ກິ່ງຂອງ​ຈີນ ໃນ​ວັນ​ທີ 23 ເມ​ສາ 2019

ໃນຂະ​ນະ​ທີ່ກອງ​ປະ​ຊຸມຄັ້ງ​ທີ 2 ກ່ຽວ​ກັບ​ໂຄງ​ການ​ນຶ່ງ​ແລວ​ທາງ ນຶ່ງ​ເສັ້ນ​ທາງ ຫລື Belt & Road Initiative ທີ່​ເປັນ​ວິ​ໃສ​ທັດ​ຂອງ​ປະ​ທານ​ປະ​ເທດ​ສີ ຈິນ​ຜິງ​ຂອງ​ຈີນ​ໄຂ​ຂຶ້ນໃນ​ວັນ​ພະ​ຫັດ​ມື້ນີ້ແລະ​ດຳ​ເນີນ​ໄປ ​ເປັນ​ເວ​ລາ 3 ວັນນັ້ນ ທາງວີ​ໂອ​ເອກໍໄດ້ຖາມ​ຄວາມຄິດ​ເຫັນ​ຂອງ​ຊາວ​ລາວ​ບາງ​ຄົນໃນ​ພາກ​ທຸ​ລະ​ກິດ ຕໍ່​ໂຄງ​ການ​ທີ່​ມີ​ມູນ​ຄ່າພັນ​ຕື້​ໂດ​ລາ ແລະ​ແນ​ໃສ່​ເປີດ​ເສັ້ນ​ທາງ​ການ​ຄ້າ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ຢູ່​ໃນ​ຂົງ​ເຂດ​ອ​ເອ​ເຊຍ ແລະ​ຢູ​ໂຣບນີ້ວ່າ​ເປັນ​ແນວ​ໃດ. ​ທ່ານ ສຸ​ພົດ​ ມະ​ນີ​ຄົງ ຜູ້​ທີ່​ເຫັນ​ດີ​ກັບ​ໂຄງ​ການນີ້​ຫລາຍ​ທີ່​ສຸດ​ໃຫ້​ເຫດ​ຜົນ​ວ່າ.

ລິງໂດຍກົງ

ທ່ານໃຫ້ຂໍ້ສະຫລຸບວ່າ: *ນື່ອງ​ຈາກ​ລາວບໍ່​ມີ​ທຶນ​ຮອນ​ ແຕ່​ຜັດ​ຢາກ​ໄດ້​ການ​ສ້າງ​ສາ​ພັດ​ທະ​ນາ​ພື້ນ​ຖານໂຄ​ງ​ຫລ່າງເພື່ອ​ປ່ຽນ​ສະ​ຖາ​ນະ​ພາບຈາກປະ​ເທດບໍ່​ມີ​ທາງ​ອອກ​ສູ່​ທະ​ເລ ກາຍ​ເປັນ​ປະ​ເທດ​ທີ່​ເຕື່ອມ​ຕໍ່​ກັບ​ສາ​ກົນ​ໂດຍ​ຜ່ານ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ຖື​ວ່າ​ເປັນ​ການ​ດີ​ຫລາຍ​ທີ່​ຈີນ​ໃຫ້​ກູ້​ຢືມ​ເງິນເພື່ອ​ສ້າງ​ທາງ​ລົດ​ໄຟ ແລະ​ນຳ​ເທກ​ໂນ​ໂລ​ຈີ​ໃໝ່​ມາ​ໃຫ້​ປະ​ເທດ ແລະ​ປະ​ຊາ​ຊົນ​ລາວ."

ອຸບ​ໂມງ​ແຫ່ງ​ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງທີ່​ສ້າງ​ສຳ​ເລັດ​ໂດຍ​ກຳ​ມະ​ກອນ ແລະ​ວິ​ຊາ​ການ​ຈີນໂດຍ​ທັງ​ໝົດ
ອຸບ​ໂມງ​ແຫ່ງ​ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງທີ່​ສ້າງ​ສຳ​ເລັດ​ໂດຍ​ກຳ​ມະ​ກອນ ແລະ​ວິ​ຊາ​ການ​ຈີນໂດຍ​ທັງ​ໝົດ

ແຕ່​ວ່າ ກໍ​ມີ​ບາງ​ຄົນ​ກັບ​ມີ​ຄວາມ​ຄິດ​ທີ່​ແຕກ​ຕ່າງ​ຈາກນີ້​ຫລາຍ ຊຶ່ງ​ມີນັກ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ​ທ່ານ​ນຶ່ງ ທີ່ບໍ່​ປະ​ສົງ​ບອກ​ນາມສະ​ແດງ​ຄວາມ​ເປັນ​ຫ່ວງວ່າ:

ທ່່ານສະຫລຸບໃຫ້ຟັງວ່າ: *ໃນນາມຄົນລາວນ້ອງເຂົ້າໃຈວ່າ ຜົນເສຍຈະຫຼາຍກວ່າຜົນໄດ້ ຄິດເປັນຕົວເລກ ຄື ປະມານໄດ້ 5% ເສຍ 95% ຄາດຄະເນເອົາເອງ. ຊຶ່ງ​ລະ​ອຽດ​ດັ່ງ​ຕໍ່​ໄປ​ນີ້:

  • ສິ່ງທີ່ໄດ້ 5% ມີດັ່ງນີ້: ມີການຈ້າງງານຄົນລາວເລັກໜ້ອຍ, ເສຍພາສີເງິນເດືອນເລັກໜ້ອຍຈາກເງິນເດືອນ, ຈະມີການຂົນສົ່ງສິນຄ້າຈາກລາວໄປຈີນ ແລະ ໄທຫຼາຍຂຶ້ນເຊັ່ນ ເບຍລາວ, ກາເຟດາວ, ແຕ່ສິນຄ້າໂອດັອບ ແລະ SMEs ບໍ່ແນ່ໃຈ ເພາະຈີນອາດຕັ້ງກໍາແພງພາສີ ຫຼື ອ້າງວ່າສິນຄ້າບໍ່ມີຄຸນະພາບ. ລາຍໄດ້ຈາກການທ່ອງທ່ຽວອາດເພີ່ມຂຶ້ນເພາະນັກທ່ອງທ່ຽວຈະມາຈາກຈິນ, ຫວຽດນາມ, ແລະ ໄທຫຼາຍຂຶ້ນ ໃນນັ້ນມີນັກທ່ອງທ່ຽວຢູໂຣບນໍາ.
  • ສິ່ງທີ່ເສຍ 95% ແມ່ນ: ປະຊາຊົນຈະເປັນໜີ້ສາທາລະນາແບບມະຫາສານ ແລະໃນອານາຄົນອາດເປັນລັດ ຫຼືປະເທດລົ້ມລະລາຍ. ຖ້າເປັນໜີ້ທະນາຄານໂລກ ຫຼື JICA Japan International Cooperation Agency ຈະດີກວ່າ ເພາະພວກນັ້ນມີມະນຸດສະທໍາ ແຕ່ເປັນໜີ້ຈີນ ຜະເດັດການ ມັນຍາກຫຼາຍ ແລະ ລາວອາດຕ້ອງຂາຍທີ່ດິນ ພ້ອມອາຄານຂອງລັດ ແລະ ລັດກໍຈະໄປເອົາດິນປະຊາຊົນໂດຍອ້າງຮູບການຂອງໂຄງການ ມາໃຊ້ໜີ້ຈີນ."

XS
SM
MD
LG