ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະພັນ ກຳມະບານ ເລີ້ມນັດຢຸດງານ ທົ່ວປະເທດ ທີ່ Belgium


belgiumstrike15december14
please wait

No media source currently available

0:00 0:00:58 0:00

ການນັດຢຸດງານທີ່ Belgium, ວັນທີ 15 ທັນວາ 2014.

ພວກ​ສະຫະພັນ​ກຳມະ​ບານ ​ໃນ​ປະ​ເທດ Belgium ​ໄດ້ຮຽກ
ຮ້ອງ​ໃຫ້​ພວກ​ແຮງ​ງານ​ທົ່ວ​ປະ​ເທດ ​ເຂົ້າ​ປະກອບສ່ວນ​ໃນ
​ການ​ນັດ​ຢຸດ​ງານ​ເປັນ​ເວລາ​ນຶ່ງ​ມື້​ໃນ​ທົ່ວ​ປະ​ເທດ ​ເພື່ອ​ປະ​ທ້ວງ​
ນະ​ໂຍບາຍ​ປະຢັດ​ມັດທະຍັດ​ຂອງ​ລັດຖະບານ.

ການ​ນັດ​ຢຸດ​ງານ​ໄດ້​ເລີ້ມ​ຂຶ້ນ​ໃນ​ຄືນ​ວັນ​ອາທິດ​ວານ​ນີ້ ທີ່​ສະ
ໜາມ​ບິນ ​ແລະ​ສະຖານີ​ລົດ​ໄຟແຫ່ງ​ຕ່າງໆ ​ແລະ​ຂົ່ມຂູ່​ທີ່​ຈະ
​ຢຸດ​ການ​ບໍລິການ​ທາງ​ລົດ​ເມ ​ແລະ​ລົດ​ແລ່ນ​ໃນ​ເຂດ​ເມືອງ
ຕະຫຼອດ​ທັງ​ສົ່ງ​ຜົນ​ກະທົບ​ຕໍ່​ພວກ​ໂຮງຮຽນ ວົງ​ການ​ທຸລະ​ກິດ
ພວກ​ໂຮງ​ຈັກ​ໂຮງງານ ​ແລະ​ຫ້ອງການຂອງ​ລັດຖະບານ​ໃນ
​ທົ່ວ​ປະ​ເທດ​ໃນ​ວັນ​ຈັນ​ມື້​ນີ້.

​ໂຄສົກ​ປະຈຳ​ສະໜາມ​ບິນ​ນະຄອນ Brussels ກ່າວ​ວ່າ ຖ້ຽວ​ບິນ 600 ຖ້ຽວ​ຖືກ​ລົບ​ລ້າງ
ຊຶ່ງ​ສົ່ງ​ຜົນ​ກະທົບ​ຕໍ່​ພວກ​ຄົນໂດຍສານ 50 ພັນ​ຄົນ.

ພວກ​ແຮງ​ງານ​ພາກັນ​ທຳ​ການ​ປະ​ທ້ວງ​ ຕໍ່​ແຜນການຂອງ​ລັດຖະບານຊຸດໃໝ່ ທີ່ນິຍົມ
ຂວາ​ກາງ​ ທີ່​ຈະເພີ້​ມອາຍຸ​ຂອງພວກ​ທີ່​ຈະ​ອອກ​ກິນເບ້ຍ ​ບຳນານ ຈາກ 65 ປີ ຂຶ້ນ​ເປັນ
67 ປີ ​ໂຈະ​ການ​ຂຶ້ນ​ເງິນ​ເດືອນ ​ແລະ​ຕັດ​ການ​ບໍລິການ​ສາທາລະນະ​ຕ່າງໆ​ລົງ.

ລັດຖະບານ​ກ່າວ​ວ່າ ຕົນ​ຈຳ​ເປັນ​ຕ້ອງ​ຈັດ​ຕັ້ງ​ປະຕິບັດ​ມາດ​ຕະການ​ປະຢັດ​ມັດທະຍັດ​ຕ່າງໆ ​ເພື່ອ​ໃຫ້ລະດັບການ​ຂາດ​ດຸນ​ງົບປະມານ​ ສອດ​ຄ້ອງກັບຂໍ້​ບັງຄັບ​ຕ່າງໆ​ຂອງ​ສະຫະພາບ​ຢູ​ໂຣບ. ນອກ​ນັ້ນ ລັດຖະບານ​ຍັງ​ຢືນຢັດ​ວ່າ ພວກ​ວົງ​ການ​ທຸລະ​ກິດ​ຕ້ອງການ​ການ​ຍົກ​ເວັ້ນ​ເສຍ​ພາສີ​ຕ່າງໆຕື່ມ​ອີກ ​ເພື່ອທີ່​ຈະ​ແຂ່ງ​ຂັບ​ກັບ​ຕະຫຼາດ​ໂລກ​ໄດ້.

ພວກ​ສະຫະພັນ​ກຳມະບານ ​ໄດ້​ຄັດຄ້ານ​ຕໍ່​ແຜນການ​ຂອງ​ລັດຖະບານໂດຍ​ກ່າວ​ວ່າ ​ແຜນ
ການ​ເຫຼົ່າ​ນີ້ ບ່ອນ​ທຳລາຍສະຖານະ​ພາບ ຂອງ Belgium ​ໃນ​ຖານະ​ເປັນ​ລັດສະຫວັດດີ​ການນັ້ນ.

ການ​ເຄື່ອນ​ໄຫວ​ຕ່າງໆ ​ຂອງ​ພວກ​ແຮງ​ງານ​ ໄດ້​ເລີ້ມ​ຂຶ້ນ​ໃນ​ເດືອນ​ແລ້ວ​ນີ້ ດ້ວຍການ​ເດີນ
ຂະ​ບວນປະ​ທ້ວງ​ໃນ​ນະຄອນ Brussels ທີ່​ດຶງ​ດູດ​ເອົາ​ພວກ​ແຮງ​ງານ​ມາ​ປະກອບສ່ວນ​
ນຳ ​ຢ່າງ​ໜ້ອຍ 1 ​ແສນ​ຄົນ.

XS
SM
MD
LG