Belgium ໄດ້ລົງໂທ 4 ຄົນ ທີ່ສົມຮູ້ຮ່ວມຄິດ ແລະໃຫ້ການຊ່ອຍເຫຼືອກຸ່ມກໍ່ການຮ້າຍ ໂດຍການໃຫ້ເງິນທຶນແລະການເກນຜູ້ຄົນເຂົ້າຮ່ວມຕໍ່ສູ້ກັບກຸ່ມລັດອິສລາມໃນຊີເຣຍ.
ຫ້ອງການໄອຍະການຂອງລັດຖະບານກາງສະຫະລັດ ໄດ້ກ່າວໃນວັນອັງຄານວານນີ້ວ່າ ການກ່າວໂທດດັ່ງກ່າວນີ້ ແມ່ນມີຂຶ້ນລຸນຫຼັງທີ່ຕຳຫຼວດໄດ້ເຂົ້າຊອກຄົ້ນໃນບ້ານຈຳນວນ 15 ຫຼັງ ຂອງເມືອງ Antwerp, Ghent ແລະ ເມືອງ Deinze ໃນຂະນະທີ່ ມີການນຳເອົາ ໂຕ 15 ຄົນໄປສອບປາກຄຳ.
ລາຍງານນີ້ໄດ້ຖະແຫຼງວ່າ ບໍ່ໄດ້ມີອາວຸດ ແລະລະເບີດໃດໆ ຖືກພົບເຫັນ ແລະການຄົ້ນຫາທີ່ວ່ານີ້ ແມ່ນບໍ່ໄດ້ມີການພົວພັນກັບການໂຈມຕີທີ່ທາງກຸ່ມລັດອິສລາມໄດ້ອ້າງໄປນັ້ນໃນ
ສະໜາມບິນນາໆຊາດທີ່ນະຄອນ Brussel ແລະສະຖານີລົດໄຟໃຕ້ດິນ ທີ່ຍັງຜົນໃຫ້ມີ 32 ຄົນເສຍຊີວິດ ໃນເດືອນມີນາຜ່ານມາ.
Belgium ແມ່ນໄດ້ມີຄວາມລະມັດລະວັງເລື້ອງກຸ່ມກໍ່ການຮ້າຍ ທີ່ເກີດຂຶ້ນພາຍໃນປະເທດ ນັບຕັ້ງແຕ່ເຫດການໂຈມຕີເມື່ອຄັ້ງເດືອນມີນາຜ່ານມານີ້.
ບາງຄົນ ທີ່ເຕີບໂຕໃນພາກກາງຂອງ Belgium ແລະເປັນທີ່ຮູ້ກັນໃນໝູ່ພວກເຈົ້າໜ້າທີ່ Belgium ວ່າ ມີສ່ວນຮ່ວມໃນການໂຈມຕີທີ່ນະຄອນຫຼວງປາຣີ ເດືອນພະຈິກປີກາຍນີ້ ເຮັດໃຫ້ມີ ຜູ້ເສຍຊີວິດ 130 ຄົນ.