ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໘ ມີນາ ໒໐໒໓

Belgium ປ່ອຍໂຕຜູ້ຖືກກັກຂັງສາມຄົນ ໃນການສືບສວນກໍ່ການຮ້າຍ


ຕຳຫລວດພິເສດ Belgium ຄົນນຶ່ງ ຢືນຍາມຢູ່ນອກສານ ໃນ ຂະນະທີ່ຜູ້ຕ້ອງສົງໄສໂຈມຕີນະຄອນ Paris ທ້າວ Salah Abdelslam ຍັງຖືກກັກຂັງຢູ່ ນະຄອນ Belgium.

ບັນດາ​ໄອ​ຍະ​ການ Belgium ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ປ່ອຍ​ໂຕ​ສາມຄົນ ທີ່​ຖືກ​ກັກ​ຂັງ​ໃນ​ວັນ​ ອັງຄານວານ​ນີ້ ​ໃນ​ການ​ສືບສວນ​ກ່ຽວກັບ​ວັນ​ທີ 13 ​ເດືອນ​ພະຈິກໃນ​ການ​ໂຈມ​ຕີ​ນະຄອນ ຫລວງ​ປາຣີ ທີ່​ເຮັດໃຫ້ 130 ຄົນ​ເສຍ​ຊີວິດນັ້ນ.

ຫ້ອງການ​ໄອ​ຍະ​ການ​ລັດຖະບານ​ກາງ Belgium ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ບໍ່​ມີ​ຄົນ​ໃດ​ຖືກ ​ກ່າວ​ຟ້ອງ. ​ພວກເຂົາໄດ້​ຖືກ​ນຳໂຕເຂົ້າ​ມາ​ໃນ​ວັນ​ອັງຄານວານນີ້ ລະຫວ່າງ​ການ​ຄົ້ນ​ຫາ​ ຂອງ​ຕຳຫລວດ​ ຢູ່​ໃນ​ເຂດ​ນ​ະຄອນ Brussels ໃນຄຸ້ມ Uccle ​ໃນ​ຂະນະ​ທີ່​ພວກ​ເຈົ້າ​ໜ້າ ​ທີ່ Belgium ກຳລັງ​ຕາມ​ຫາ​ຮ່ອງ​ຮອຍ​ຂອງ​ຜູ້​ກໍ່ກວນ​ຢູ່ ນະຄອນຫລວງ​ປາຣີີ ​ແລະ​ການ​ ໂຈມ​ຕີ​ທີ່ເດີ່ນ​ບິນ Brussels ​ແລະ​ລົດ​ໄຟ​ໃຕ້​ດິນ ​ໃນ​ວັນ​ທີ 22 ມີນາ ທີ່​ເຮັດໃຫ້ 32 ຄົນ ເສຍ​ຊີວິດນັ້ນ.

​ໃນ​ວັນ​ອັງຄານ​ວານ​ນີ້ ຜູ້​ຊາຍ​ອີກ​ສອງ​ຄົນທີ່ລະບຸວ່າແ​ມ່ນທ້າວ Small F ​ແລະ ທ້າວ Ibrahim F ​ໄດ້​ຖືກ​ກ່າວ​ຫາ​ວ່າເຄື່ອນ​ໄຫວ​ກໍ່​ການ​ຮ້າຍ ​ແລະ​ການ​ສັງຫານທີ່​ພົວພັນ​ກັບ ​ການວາງ​ລະ​ເບີດ​ທີ່ Brussels ​ໃນເດືອນແລ້ວ​ນີ້ ດັ່ງທີ່ບັນດາ​ໄອ​ຍະ​ການລັດຖະບານ ​ກາງ Belgium ໄດ້​ປະກາດໄປ. ​ສື່​ມວນ​ຊົນ​ທ້ອງ​ຖິ່ນເວົ້າ​ວ່າ ທັງ​ສອງ​ຄົນ​ເປັນ​ອ້າຍ​ນ້ອງ​ ກັນ.

ບັນດາ​ເຈົ້າ​ໜ້າ​ທີ່ Belgium ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ຕິຕຽນ​ຢ່າງ​ແຮງ​ກ່ຽວ​ກັບ ການ​ສືບ ​ ລັບ ​ແລະ​ການ​ຮັກສາ​ຄວາມ​ປອດ​ໄພ​ບໍ່​ດີ ທີ່​ພົວພັນ​ກັບ​ການ​ໂຈມຕີ​ສອງ​ຄັ້ງ​ທີ່​ນະຄອນ Brussels ​ແລະ Paris ຮວມທັງ​ອີກ​ສີ່​ເດືອນ​ທີ່​ໄດ້​ໃຊ້​ເວລາ​ຈັບ​ກຸມ​ຜູ້​ຕ້ອງ​ສົງ​ໄສກໍ່​ການ ​ທີ່ຮ້າຍກາດ​ສຸດ​ຄື​ ທ້າວ Salah Abdeslam ນັ້ນ.

ຕຳຫລວດ Belgium ​ໄດ້ຈັບ​ກຸມ​ຢ່າງ​ຕໍ່​ເນຶ່ອງກ່ອນແລ້ວ​ ​ແລະ​ຫລັງ​ຈາກ​ການ​ໂຈມຕີ Brussels ບາງ​ຄັ້ງກໍ​ໄດ້​ປະຕິບັດ​ງານ​ຄຽງບ່າ​ຄຽງ​ໄຫລ່​ກັບ​ບັນດາຄູ່​ຕຳ​ແໜ່​ງຝຣັ່ງ. ທ້າວ Abdeslam ​ໄດ້​ຖືກ​ຈັບໃກ້​ກັບ​ບ້ານ​ບ່ອນ​ລາວ​ເຕີບ​ໃຫຍ່​ຢູ່ໃນ​ເມືອງ Molenbeek ຫລາຍ ​ມື້ກ່ອນ​ການວາງ​ລະ​ເບີດ​ຢູ່​ເດີ່ນ​ບິນ Brussels ​ແລະ​ສະຖານີ​ລົດ​ໄຟ. ປັດຈຸບັນ​ນີ້ ລາວ​ຖືກ​ກັກ​ຂັງ​ຢູ່​ບ່ອນ​ຮັກສາ​ຄວາມ​ປອດ​ໄພ​ທີ່ເຄັ່ງຄັດສຸດ​ທີ່​ເມືອງ Bruges.

ນອກນີ້ ຕຳຫລວດ​ຍັງ​ໄດ້​ຈັບ​ທ້າວ Mohammed Abrini ຜູ້​ທີ່​ຖືກ​ກ່າວ​ຫາ​ວ່າ “​ເປັນ​ຜູ້​ ຊາຍ​ໃສ່​ໝວກ” ທີ່​ໄດ້​ຖືກ​ຈັບ​ໂດຍ​ກ້ອງ​ວົງ​ຈອນ​ປິດ ຍ່າງ​ຢູ່​ຄຽງຂ້າງ​ກັບ​ຜຸ້ວາງ​ລະ​ເບີດ ​ ໃນ​ເວລາບໍ່ດົນ ກ່ອນ​ການ​ໂຈມ​ຕີ​ສະລະ​ຊີບດັ່ງກ່າວ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG