ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກກໍ່ການຮ້າຍ 3 ຄົນ ຖືກກ່າວຟ້ອງ ຫຼັງຈາກ ການກວາດລ້າງ ຄັ້ງໃຫຍ່ ໃນແບລຈຽມ


ທະຫານແບລຈຽມ ຢືນຢາມ ຢູ່ນອກ ອາຄານ ສຳນັກ
ງານນາຍົກລັດຖະມົນຕີ ໃນລະຫວ່າງ ການປະຊຸມ ຂອງສະພາຄວາມໝັ້ນຄົງ ຂອງລັດຖະບານ ໃນນະຄອນຫຼວງ Brussels, ວັນທີ 18 ມິຖຸນາ 2016.
ທະຫານແບລຈຽມ ຢືນຢາມ ຢູ່ນອກ ອາຄານ ສຳນັກ ງານນາຍົກລັດຖະມົນຕີ ໃນລະຫວ່າງ ການປະຊຸມ ຂອງສະພາຄວາມໝັ້ນຄົງ ຂອງລັດຖະບານ ໃນນະຄອນຫຼວງ Brussels, ວັນທີ 18 ມິຖຸນາ 2016.

ແບລຈຽມ ໄດ້ທຳການກວາດລ້າງ ດ້ານຄວາມໝັ້ນຄົງຂະໜານໃຫຍ່ ແລະ ບັນດາໄອຍະການ ໄດ້ກ່າວວ່າ ພວກເຂົາເຈົ້າກຳລັງກ່າວຟ້ອງ ຜູ້ຕ້ອງສົງ ໄສ 3 ຄົນ ຖານເຄື່ອນໄຫວການກໍ່ການຮ້າຍ ເມື່ອຕອນແລງວັນເສົາວານນີ້ ຫຼັງຈາກ ສະພາຄວາມໝັ້ນຄົງຂອງປະເທດ ໄດ້ພົບປະກັນເປັນເວລາຫຼາຍ ຊົ່ວໂມງ ເພື່ອທົບທວນຄືນ ຫຼັກຖານຂອງການວາງແຜນໂຈມຕີ “ທີ່ພວມ ຈະເກີດຂຶ້ນ.”

ນາຍົກລັດຖະມົນຕີ Charles Michel ໄດ້ກ່າວວ່າ ແບລຈຽມ ຍັງຄົງ ຢູ່ໃນ “ຄວາມລະມັດລະວັງຢ່າງສູງສຸດ ໃນແຕ່ລະຊົ່ວໂມງ” ແຕ່ບໍ່ມີເຫດການ ໃຫຍ່ໃດໆ ທີ່ກ່ຽວພັນກັບການແຂ່ງຂັນເຕະບານ Euro 2016 ຂອງຄູ່ ແບລຈຽມ ໃນວັນເສົາວານນີ້ ຊຶ່ງບາງຄົນ ໄດ້ຢ້ານວ່າ ອາດເປັນເປົ້າໝາຍ ຂອງພວກຫົວຮຸນແຮງນັ້ນ.

ທ່ານນາຍົກລັດຖະມົນຕີ ກ່າວວ່າ “ພວກເຮົາຈະເອົາມາດຕະການເພີ້ມຂຶ້ນ” ໃນລະຍະສັ້ນໆນີ້ ແຕ່ບໍ່ໄດ້ໃຫ້ລາຍລະອຽດຕື່ມ.

ສະມາຊິກຂອງກອງກຳລັງຕຳຫຼວດ ສະກັດກັ້ນວ່ອງໄວ ຂອງຝຣັ່ງ ຫຼື ເອີ້ນຫຍໍ້ວ່າ RAID ກຳລັງສຳຫຼວດພວກຜູ້ຊົມ ຢູ່ໃນ ສະໜາມກິລາ Bordeaux, ບ່ອນທີ່ ທີມແບລຈຽມາ ແຂ່ງກັບທີມ ໄອຣ໌ແລນ ໃນການແຂ່ງຂັນເຕະບານ Euro 2016, ວັນທີ 18 ມິຖຸນາ 2016.
ສະມາຊິກຂອງກອງກຳລັງຕຳຫຼວດ ສະກັດກັ້ນວ່ອງໄວ ຂອງຝຣັ່ງ ຫຼື ເອີ້ນຫຍໍ້ວ່າ RAID ກຳລັງສຳຫຼວດພວກຜູ້ຊົມ ຢູ່ໃນ ສະໜາມກິລາ Bordeaux, ບ່ອນທີ່ ທີມແບລຈຽມາ ແຂ່ງກັບທີມ ໄອຣ໌ແລນ ໃນການແຂ່ງຂັນເຕະບານ Euro 2016, ວັນທີ 18 ມິຖຸນາ 2016.

ແບລຈຽມຍັງຄົງຕົກຢູ່ພາຍໃຕ້ ສະພາບເຕືອນໃຫ້ລະວັງການກໍ່ການຮ້າຍ ນັບ ຕັ້ງແຕ່ ການໂຈມຕີຫຼາຍບັ້ນ ໃນເດືອນມີນາຜ່ານມາ ຕໍ່ສະໜາມບິນ ນະຄອນ ຫຼວງ Brussels ແລະລົດໄຟໃຕ້ດິນ ທີ່ໄດ້ສັງຫານ 32 ຄົນ.

ການກວາດລ້າງດ້ານຄວາມໝັ້ນຄົງຂະໜາດໃຫຍ່ ທີ່ໄດ້ເລີ້ມຂຶ້ນໃນວັນສຸກ ຜ່ານມາ ໄດ້ກວາດຕ້ອນຄົນມາໄດ້ ຫຼາຍກວ່າ 40 ຄົນ ທີ່ໄດ້ເຫັນວ່າ ເປັນຜູ້ ຕ້ອງສົງໄສຫົວຮຸນແຮງ ແຕ່ສ່ວນຫຼາຍ ໄດ້ຖືກຄວບຄຸມຕົວ ພຽງໄລຍະສັ້ນໆ. ຜູ້ຖືກຄຸມຕົວ 12 ຄົນ ໄດ້ຖືກຈັບໄວ້ ເພື່ອສອບປາກຄຳຕື່ມອີກ ແລະ 9 ຄົນ ໃນຈຳພວກນັ້ນ ໄດ້ຖືກປ່ອຍຕົວໃນຕອນແລງວັນເສົາວານນີ້.

ທາງການແບລຈຽມ ໄດ້ກ່າວວ່າ ຜູ້ຕ້ອງສົງໄສ 3 ຄົນ ຜູ້ທີ່ຍັງຢູ່ໃນການຄວບ ຄຸມຕົວໄວ້ນັ້ນ ໄດ້ຖືກກ່າວຟ້ອງ ໃນຂໍ້ຫາ ພະຍາຍາມທຳການກໍ່ການຮ້າຍຕ່າງໆ.

ຄູ່ແຂ່ງຂັນເຕະບານ Euro 2016 ຂອງແບລຈຽມ ຄື ໄອແລນ ໄດ້ຫຼິ້ນຢູ່ໃນ ປະເທດຝຣັ່ງທີ່ຢູ່ໃກ້ຄຽງ. ທີມແບລຈຽມ ໄດ້ຊະນະດ້ວຍຄະແນນ 3 ຕໍ່ 0.

ອີງຕາມການກ່າວອ້າງຂອງທາງການແມ່ນວ່າ ງານຊົມການແຂ່ງຂັນໄດ້ຖືກ ຈັດຂຶ້ນຢູ່ທົ່ວປະເທດ ພ້ອມກັນນັ້ນ ກໍບໍ່ໄດ້ມີເຫດການຮ້າຍແຮງອັນໃດເກີດຂຶ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG