ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ກັນຍາ ໒໐໒໓

ຕຳຫຼວດ ແບລຈ້ຽມ ຈັບຜູ້ຕ້ອງສົງໄສ ກໍ່ການຮ້າຍ 12 ຄົນ ໃນການກວດຄົ້ນ ກາງຄືນ


ພາບປ່ອງຢ້ຽມແກ້ວ ຂອງສະໜາມບິນນາໆຊາດ Brussels ທີ່ແຕກ ໃນລະຫວ່າງການໂຈມຕີ ຂອງພວກກໍ່ການຮ້າຍ. (13 ມີນາ, 20156)

ຕຳຫຼວດ​ແບ​ລຈ້ຽມ ​ໄດ້​ຈັບ​ຜູ້​ຕ້ອງ​ສົງ​ໄສ​ກໍ່ການ​ຮ້າຍ 12 ຄົນ ຫລັງ​ຈາກ​ໄດ້​ບຸກ​ເຂົ້າ​ໄປ​ກວດ ຄົ້ນ​ເຮືອນ​ຫລາຍໆ​ຫລັງ​ຢູ່​ໃນ​ທົ່ວ​ປະ​ເທດ​ໃນ​ວັນ​ສຸກແລະ​ຕອນ​ເຊົ້າວັນ​ເສົາ​ມື້ນີ້ ອີງ​ຕາມ​ຖະ ແຫຼງຂ່າ​ວຂອງຫ້ອງ​ໄອ​ຍະ​ການ​ລັດຖະບານ​ກາງ.

ຫ້ອງການ​ໄອ​ຍະ​ການ​ກ່າວ​ວ່າ ຕຳຫຼວດ​ໄດ້​ກວດຄົ້ນ​ເຮືອນ​ ຢູ່​ໃນ 16 ​ເມືອງສ່ວນ​ໃຫຍ່​ແລ້ວ​ແມ່ນ​ໃນ​ບໍລິ​ເວນ​ອ້ອມ​ແອ້ມ​ນະຄອນຫຼວງ Brussels ​ແລະ​ໄດ້​ນຳ​ເອົາ​ຕົວ 40 ຄົນ ​ໄປ​ສອບ​ປາກຄຳ ແລະຈາກ​ຈຳນວນ​ດັ່ງກ່າວ ​ໃນ​ທີ່​ສຸດ​ຕຳຫຼວດກໍ​ໄດ້​ຈັບ 12 ຄົນ.

ອີງ​ຕາມ​ຖະ​ແຫຼງຂ່າວ​ແລ້ວ ຕຳຫຼວດ​ໄດ້​ບຸກ​ເຂົ້າ​ໄປ​ກວດຄົ້ນ ​ໂດຍ​ປາສະຈາກ ບັນຫາຮ້າຍແຮງ​ໃດໆ.

​ແບ​ລຈ້ຽມຍັງ​ຢູ່​ພາຍ​ໃຕ້​ຄຳ​ປະກາດ​ເຕືອນ​ໃຫ້​ລະວັງ​ກ່ຽວ​ກັບ​ພວກ​ກໍ່​ການ​ຮ້າຍ​ຫຼັງຈາກ​ໄດ້​ມີ ການ​ໂຈມ​ຕີ​ທີ່ສະໜາມ​ບິນ​ແລະ​ທາງ​ລົດ​ໄຟ​ໃຕ້​ດິນ​ໃນນະຄອນ Brussels ​ເມື່ອ​ເດືອນ​ມີນາ ຜ່ານ​ມາ ທີ່​ເຮັດ​ໃຫ້ 32 ຄົນ​ເສຍ​ຊີວິດແລະ​ສະຖານ​ທີ່​ທັງ​ສອງໄດ້ຢຸດ​ກິດຈະການ​ເປັນ​ເວລາ ຫຼາຍໆ​ມື້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG