ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະສັດຂອງ​ເບ​ລຢ້ຽມ ​ຊົງ​ສະຫຼະ ລາດຊະບັນລັງ (ວີດິໂອ/ສະໄລດ໌)

ເຈົ້າຊີວິດອົງໃໝ່ຂອງເບລຢ້ຽມ: ກະສັດ Philippe ກັບພະລາຊິນີ Mathilde ຊົງໂບກພະຫັດໃຫ້ປະຊາຊົນ ຈາກລະບຽງຂອງພະລາດຊະວັງ ຢູ່ນະຄອນຫຼວງ Brussels, ວັນທີ 21 ກໍລະກົດ 2013. ເບລຢ້ຽມສະເຫຼີມສະຫຼອງວັນຊາດ ໃນມື້ນີ້ ຊຶ່ງເປັນມື້ດຽວກັບທີ່ ກະສັດ Albert II ຊົງສະຫຼະບັນລັງ ໃຫ້ພະໂອລົດ.

ກະສັດ Albert ທີສອງ​ ຂອງ​ເບ​ລຢ້ຽມ ​ໄດ້​ສະຫຼະລາດຊະບັນ
ລັງ ຫຼັງຈາກຄອງ​ລາດມາ​ໄດ້ 20 ປີ ​ເພື່ອ​ໃຫ້ພະ​ໂອລົດ ​ເຈົ້າຟ້າ
​ຊາຍ Phillipe ຊົງ​ໄດ້ຂຶ້ນ​ຄອງ​ບັນລັງ​ແທນ.

​ໃນ​ພິທີ​ທີ່​ເຄ່ງ​ຂຶມ ​ຢູ່ພະລາດ​ຊະ​ວັງ ​ເມື່ອ​ວັນ​ອາທິດ​ມື້ນີ້ ກະສັດ
ທີ່ຊົງ​ມີ ພະ​ຊົນມາຍຸ​ໄດ້ 79 ພັນ​ສາ ​ໄດ້ຊົງລົງພະ​ນາມ​ໃນ​ກົດ
ໝາຍ​ສະຫຼະ​ບັນລັງ ໂດຍມີນາຍົກລັດຖະມົນຕີ Elio Di Rupo ​
ທີ່​ມີ​ອໍານາດ​ທາງ​ການ​ເມືອງ ໃນລະບອບປະຊາທິປະ​ໄຕທີ່​ປົກ
ຄອງ​ໂດ​ຍສະພານັ້ນ ຮ່ວມເປັນ​ສັກຂີ​ພິຍານ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

Belgium King Abdicates
please wait

No media source currently available

0:00 0:00:49 0:00

ກ່ອນ​ໜ້າພິທີ​ດັ່ງກ່າວ​ນັ້ນ ທັງ​ກະສັດ Albert ​ແລະ ​ເຈົ້າຟ້າຊາຍ Phillipe ​ໄດ້ຊົງເຂົ້າ
ຮ່ວມໃນ​ພິທີທາງ​ສາສະໜາ​ຄາ​ທໍ​ລິກ ທີ່​ເລີ່​ມຕົ້ນການສະ​ເຫຼີມສະຫຼອງ​ຕ່າງໆ​ໃນມື້​ນີ້
ກ່ອນ​ໜ້າພິທີ​ສາບານ​ຕົວ ​ຂອງ​ເຈົ້າຟ້າຊາຍ Phillipe.

ກະສັດ Albert ໄດ້​ຊົງປະກາດເມື່ອ​ຕົ້ນ​ເດືອນ​ນີ້​ວ່າ ພະ​ອົງ​ຈະຊົງ​ສະຫຼະລາດ​ຊະ​ບັນລັງ ຍ້ອນ​ອາຍຸ​ ແລະ​ສຸຂະພາບ ທີ່ບໍ່ແຂງແຮງ.

XS
SM
MD
LG