ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

4 ຄົນ ພົວພັນ ກັບການໂຈມຕີ ທີ່ບຣັສເຊີລສ໌ ຖືກຄວບຄຸມໂຕ


ຕຳຫຼວດ ແລະ ເຈົ້າໜ້າທີ່ເກັບຫລັກຖານ ເກັບກຳເອົາສິ່ງຂອງຕ່າງໆ ໃນລະຫວ່າງການກວດຄົ້ນ ເຮືອນຂອງຜູ້ຕ້ອງສົງໄສ ຢູ່ຄຸ້ມ Molenbeek ຂອງນະຄອນບຣັສເຊີລສ໌, ວັນທີ 21 ມິຖຸນາ 2017.
ຕຳຫຼວດ ແລະ ເຈົ້າໜ້າທີ່ເກັບຫລັກຖານ ເກັບກຳເອົາສິ່ງຂອງຕ່າງໆ ໃນລະຫວ່າງການກວດຄົ້ນ ເຮືອນຂອງຜູ້ຕ້ອງສົງໄສ ຢູ່ຄຸ້ມ Molenbeek ຂອງນະຄອນບຣັສເຊີລສ໌, ວັນທີ 21 ມິຖຸນາ 2017.

ບັນດາເຈົ້າໜ້າທີ່ ໃນແບລຢ້ຽມ ໄດ້ກ່າວໃນວັນພະຫັດມື້ນີ້ ວ່າ ຕຳຫຼວດໄດ້ຄວບຄຸມ
ໂຕ 4 ຄົນ ທີ່ມີສ່ວນກ່ຽວຂ້ອງກັບການສືບສວນ ໃນການສະກັດກັ້ນ ການໂຈມຕີ
ດ້ວຍລະເບີດ ຢູ່ທີ່ສະຖານີລົດໄຟໃຕ້ດິນ ນະຄອນ ບຣັສເຊີລສ໌.

ສຳນັກງານໄອຍະການລັດຖະບານ​ກາງ ໄດ້ກ່າວວ່າ ການກັກໂຕໄວ້ນັ້ນ ແມ່ນເປັນ
ສ່ວນນຶ່ງ ຂອງການກວດຄົ້ນຫຼາຍແຫ່ງຢູ່ໃນນະຄອນຫຼວງບຣັສເຊີລສ໌ ໂດຍປະກອບ
ມີ ຄຸ້ມ Molenbeek. ບໍ່ມີລາຍລະອຽດຕື່ມອີກ ກ່ຽວກັບວ່າ ພວກ 4 ຄົນ ດັ່ງກ່າວ
ອາດມີສ່ວນພົວພັນ ແນວໃດກັບການໂຈມຕີນັ້ນ.

ໂຄສົກ ຂອງສຳນັກງານໄອຍະການ ທ່ານ Eric Van der Sypt ກ່ອນໜ້ານີ້ ໄດ້
ລະບຸໂຕ ຜູ້ຕ້ອງສົງໄສ ໃນການໂຈມຕີ ເມື່ອວັນອັງຄານແລ້ວນີ້ ຄື ຊາວໂມຣົກໂກ
ອາຍຸ 36 ປີ ທີ່ໃຊ້ຊື່ຫຍໍ້ ວ່າ O.Z. ຜູ້ທີ່ອາດສະໜັບສະໜູູນ ກຸ່ມຫົວຮຸນແຮງ
ລັດອິສລາມ.

ຜູ້ຕ້ອງສົງໄສດັ່ງກ່າວ ບໍ່ເຄີຍພົວພັນ ກັບການກໍ່ການຮ້າຍມາກ່ອນ ແຕ່ທ່ານ Van
der Sypt ໄດ້ກ່າວວ່າ ບັນດາພະນັກງານສືບສວນ ພົບເຫັນວ່າ ມີຮ່ອງຮອຍທີ່
ຜູ້ກ່ຽວ “ມີຄວາມເຫັນອົກເຫັນໃຈ ແກ່ອົງການກໍ່ການຮ້າຍລັດອິສລາມ.”

ສານເຄມີຕ່າງໆ ແລະ ວັດຖຸອື່ນໆ ທີ່ສາມາດນຳມາໃຊ້ເຮັດເປັນລະເບີດນັ້ນ ໄດ້ຖືກ
ພົບເຫັນ ຢູ່ໃນເຮືອນຂອງຜູ້ກ່ຽວ ບ່ອນທີ່ທ່ານ Van der Sypt ໄດ້ກ່າວວ່າ ຜູ້ຕ້ອງ
ສົງໄສ “ອາດເປັນຜູ້ທີ່ເຮັດລະເບີດ.”

ອຸປະກອນທີ່ເຊື່ອງໄວ້ໃນຫີບເດີນທາງ ບໍ່ທຳງານຄົບຖ້ວນ ຈຶ່ງເຮັດ​ໃຫ້ລະເບີດບໍ່ແຕກ
ແລະ ບໍ່ໄດ້ເຮັດໃຫ້ຜູ້ໃດ ໄດ້ຮັບບາດເຈັບ.

ພວກທະຫານ ໄດ້ຍິງຄົນຮ້າຍທີ່ທຳການໂຈມຕີ ຕາຍຄາທີ່.

ນະຄອນຫຼວງບຣັສເຊີລສ໌ ນີ້ ແມ່ນໄດ້ຢູ່ໃນພາວະລະມັດລະວັງເປັນຢ່າງສູງ ມາໄດ້
ຫຼາຍກວ່າ 18 ເດືອນແລ້ວ ນັບຕັ້ງແຕ່ພວກຫົວຮຸນແຮງ ກຸ່ມລັດອິສລາມ ທີ່ຕັ້ງຢູ່ໃນ
ນະຄອນບ ຣັສເຊີລສ໌ໄດ້ທຳການໂຈມຕີ ຢູ່ນະຄອນປາຣີ ທີ່ໄດ້ສັງຫານ 130 ຄົນ
ເມື່ອເດືອນພະຈິກ ປີ 2015 ຜ່ານມາ. ໃນເດືອນມີນາ ປີກາຍນີ້ ມີການໂຈມຕີ ຕໍ່
ສະໜາມບິນນະຄອນບຣັສເຊີລສ໌ ແລະລະບົບຂົນສົ່ງ ຂອງເມືອງດັ່ງກ່າວ ທີ່ໄດ້
ສັງຫານ 32 ຄົນ.

ມືລະເບີດສະຫລະຊີບສອງຄົນ ໄດ້ສັງຫານ 16 ຄົນ ຢູ່ທີ່ສະໜາມບິນ ນະຄອນ
ບຣັສເຊີລສ໌ ແລະ ໃນເວລາບໍ່ດົນ ຕໍ່ມາມືລະເບີດສະຫລະຊີບອີກຄົນນຶ່ງກໍ​ໄດ້
ລະເບີດຕົນເອງຢູ່ທີ່ສະຖານີລົດໄຟໃຕ້ດິນ Maelbeek ​ໃນນະຄອນບຣັສເຊີລສ໌
ຊຶ່ງໄດ້ສັງຫານ ອີກ 16 ຄົນ ໃນວັນທີ 22 ເດືອນມີນາ.

Belgium Explosion
please wait
Embed

No media source currently available

0:00 0:01:15 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG