ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຕຳຫຼວດ ແບລຈຽມ ຈັບກຸມຜູ້ຊາຍ ຄົນໜຶ່ງໃນ ຂໍ້ຫາ ກໍ່ການຮ້າຍ


ຕຳຫຼວດ ແບລຈຽມ ຄຸ້ມກັນພື້ນທີ່ແຫ່ງໜຶ່ງ ໃນລະຫວ່າງ ການປະຕິບັດການຂອງຕຳຫຼວດໃນເມືອງ Etterbeek, ໃກ້ໆກັບນະຄອນຫຼວງ Brussels, ປະເທດ ແບລຈຽມ. 9 ເມສາ, 2016.
ຕຳຫຼວດ ແບລຈຽມ ຄຸ້ມກັນພື້ນທີ່ແຫ່ງໜຶ່ງ ໃນລະຫວ່າງ ການປະຕິບັດການຂອງຕຳຫຼວດໃນເມືອງ Etterbeek, ໃກ້ໆກັບນະຄອນຫຼວງ Brussels, ປະເທດ ແບລຈຽມ. 9 ເມສາ, 2016.

ຊາຍຜູ້ໜຶ່ງອາຍຸ 33 ປີ ຢູ່ໃນປະເທດແບລຈຽມ ໄດ້ຖືກຈັບ ໃນຂໍ້ຫາກໍ່ການຮ້າຍ ແລະ ຖືກ ກ່າວຫາວ່າ ມີເຈດຕະນາທີ່ຈະກໍ່ການຄາດຕະກຳ ໃນລະຫວ່າງການວາງແຜນກໍ່ການຮ້າຍ ທີ່ປາກົດວ່າ ກຳລັງຢູ່ໃນຂັ້ນຕອນດຳເນີນການຢູ່.

ຜູ້ຕ້ອງສົງໄສດັ່ງກ່າວ ໄດ້ຖືກລະບຸຕົວວ່າ ແມ່ນ ທ້າວ Noureddine H. ຜູ້ທີ່ໄດ້ຖືກຄວບ ຄຸມຕົວໄວ້ ໃນລະຫວ່າງການກວດຄົ້ນເຮືອນຫຼາຍຫຼັງ ເມື່ອຕອນແລງວັນສຸກຜ່ານມາ ຢູ່ໃນ ເມືອງ Liege ແລະ ຂົງເຂດເມືອງ Mons ຊຶ່ງປະກອບດ້ວຍ ກອງບັນຊາການທະຫານ ຂອງອົງການ NATO ພ້ອມ.

ທ້າວ Hamza H. ອ້າຍຂອງທ້າວ Noureddine ກໍໄດ້ຖືກຄວບຄຸມຕົວໃນເວລາດຽວກັນ ແຕ່ໄດ້ຖືກປ່ອຍໂຕ ໃນເວລາຕໍ່ມາໂດຍປາດສະຈາກຂໍ້ກ່າວຫາໃດໆ ດັ່ງທີ່ເຈົ້າໜ້າທີ່ລັດ ຖະບານກາງແບລຈຽມ ໄດ້ກ່າວນັ້ນ.

ທາງການແບລຈຽມ ບໍ່ໄດ້ເປີດເຜີຍລາຍລະອຽດກ່ຽວກັບ ແຜນການກໍ່ການຮ້າຍ ເຊັ່ນວ່າ ເວລາໃດ ຫຼື ບ່ອນໃດ ພວກກໍ່ການຮ້າຍ ມຸ້ງໝາຍທີ່ຈະໂຈມຕີ. ຖະແຫລງການຂອງທາງ ການ ໄດ້ກ່າວພຽງແຕ່ວ່າ ການສືບສວນສອບສວນ ໄດ້ບົ່ງບອກວ່າ ຊາຍຜູ້ທີ່ຖືກຈັບກຸມນັ້ນ ໄດ້ວາງແຜນທີ່ຈະປະຕິບັດການໂຈມຕີ ຢູ່ໃນແບລຈຽມບ່ອນໃດບ່ອນໜຶ່ງ.

ທັງສະຫະພາບຢູໂຣບ ແລະ ອົງການ NATO ແມ່ນຕັ້ງຢູ່ໃນແບລຈຽມ ໂດຍມີສະຖາບັນ ຕ່າງໆ ຂອງພວກຕົນ ຕັ້ງຢູ່ໃນນະຄອນຫຼວງ ບຣັສເຊີລສ໌. ສ່ວນກອງບັນຊາການທະຫານ ຂອງກອງກຳລັງປະສົມພາກຕາເວັນຕົກ ທີ່ຮູ້ຈັກກັນຄື SAHAPE ຫຼື ກອງບັນຊາການອຳ ນາດສູງສຸດຂອງພັນທະມິດໃນຢູໂລບ ແມ່ນຕັ້ງຢູ່ໃນເມືອງ Mons ຫ່າງຈາກນະຄອນຫຼວງ ບຣັສເຊີລສ໌ ປະມານ 65 ກິໂລແມັດ.

ສື່ມວນຊົນຂອງແບລຈຽມ ໄດ້ລາຍງານວ່າ ທ້າວ Noureddine ຜູ້ຕ້ອງສົງໄສກໍ່ການຮ້າຍ ກ່ອນໜ້ານີ້ ໄດ້ໃຫ້ການຊ່ອຍເຫຼືອແກ່ພວກທີ່ຢາກເປັນນັກຕໍ່ສູ້ເພື່ອສາສະໜາ ຫຼື ຈີຮາດ ທີ່ພະຍາຍາມເດີນທາງໄປຊີເຣຍ. ລາຍງານກ່າວວ່າ ລາວໄດ້ເດີນທາງຂ້າມຜ່ານບໍລິເວນ ອັນກວ້າງໃຫຍ່ຂອງຢູໂຣບ ເມື່ອບໍ່ດົນມານີ້ ເພື່ອຈະຊອກຫາເອົາອາວຸດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG