ໄອຍະການຂອງລັດຖະບານກາງແບລຈ້ຽມ ກ່າວວ່າ ຕຳຫຼວດໄດ້ຈັບຜູ້ຊາຍ 2 ຄົນທີ່ສົງໄສວ່າ ວາງແຜນໂຈມຕີກໍ່ການຮ້າຍ.
ເຈົ້າໜ້າທີ່ກ່າວວ່າ ຜູ້ຊາຍທັງສອງຄົນ ຄືທ້າວ Moureddine H. ແລະ ທ້າວ Hamza H. ໄດ້ຖືກຈັບໃນຕອນແລງວັນສຸກວານນີ້ ຫລັງຈາກໄດ້ມີການກວດຄົ້ນເຮືອນທີ່ຄຸ້ມ Mons ແລະຄຸ້ມ Liege.
ຫ້ອງການໄອຍະການກ່າວວ່າ “ທັງສອງຄົນແມ່ນສົງໄສວ່າ ວາງແຜນໂຈມຕີກໍ່ການຮ້າຍຢູ່ບ່ອນໃດບ່ອນນຶ່ງໃນແບລຈ້ຽມ”. ບໍ່ໄດ້ມີການພົບເຫັນອາວຸດຫລືດິນລະເບີດແຕ່ຢ່າງໃດ.
ອ້າຍນ້ອງທັງສອງຄົນນີ້ ມີກຳນົດຈະໄປປາກົດຕົວຕໍ່ໜ້າຜູ້ພິພາກສາ ໃນວັນເສົາມື້ນີ້ ຜູ້ຊຶ່ງ ຈະຕັດສິນວ່າ ຈະໃຫ້ຕຳຫຼວດຄວບຄຸມຕົວພວກກ່ຽວໄວ້ຕໍ່ໄປຫຼືບໍ່.
ແບລຈ້ຽມຍັງຢູ່ໃນສະພາບການເຕືອນໃຫ້ລະມັດລະວັງສຸດຂີດ ຫລັງຈາກໄດ້ມີການວາງລະເບີດ ໃນເດືອນມີນາທີ່ຜ່ານມາ ຢູ່ນະຄອນ Brussels ທີ່ອ້າງເອົາຄວາມຮັບຜິດຊອບໂດຍກຸ່ມລັດອິສລາມ ແລະການໂຈມຕີທີ່ຮ້າຍແຮງຢູ່ປະເທດຝຣັ່ງແລະເຢຍຣະມັນທີ່ມີມາເປັນລຳດັບນັ້ນ.
ນະຄອນ Brussels ເປັນທີ່ຕັ້ງຂອງສຳນັກງານໃຫຍ່ສະຫະພາບຢູໂຣບແລະກອງບັນຊາ ການອົງການເນໂຕ້.