ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

ຜົນການເລືອກຕັ້ງທີ່ Belgium


ທ່ານ Bart De Wever ເດີນທາງໄປ ປຶກສາຫາລືກັບກະສັດ Albert II ແຫ່ງແບລຈຽມ ວັນທີ 14 ມິຖຸນາ 2010

ບັນດາ​ຜູ້​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ Belgium ​ໄດ້​ມອບສຽງສ່ວນ​ຫລາຍ​ໃຫ້ ແກ່​ພັກ​ການ​ເມືອງ​ ທ່ີ​ຢາກ​ແບ່ງ​ແຍກ​ປະ​ເທດ

ອອກ​ເປັນສອງ​ປະ​ເທດ. ພັກ New Fleming Alliance ຂອງ​ຊາວ​ແບ​ລຈຽມ ທ່ີ​ປາກ​ພາສາ ໂຮ​ລລັງ ຈະ​ຄວບ​ຄຸມບ່ອນ​ນັ່ງ
27 ບ່ອນໃນ​ຈຳນວນບ່ອນ​ນັ່ງ​ທັງ​ໝົດ 150 ບ່ອນຢູ່​ໃນສະພາ​ຕ່ຳນັ້ນ ຫລັງ​ຈາກໄດ້ຮັບ​ບ່ອນ​ນັ່ງຕື່ມ​ອີກ 19 ບ່ອນ​ ໃນ
ການ​ເລືອກຕັ້ງ​ ​ວັນ​ອາທິດ​ວານ​ນີ້.

ສ່ວນພັກ​ສັງຄົມ​ນິຍົມ​ທ່ີ​ປາກ​ພາສາ​ຝຣັ່ງ ​ໄດ້​ຊະນະ​ບ່ອນ​ນັ່ງ 26 ບ່ອນເພິ່ມຂຶ້ນ 6 ​ບ່ອນ​ນັ່ງ ຈາກ​ການ​ເລືອກ​ຕັ້ງ​ໃນປີ 2007.
ບັດ​ນີ້​ ພວກຜູ້ ນຳ​ຈະ​ຕ້ອງໄດ້ຈັດ​ຕັ້ງ​ຄະນະ​ລັດຖະບານ​ປະສົມ​ຂຶ້ນ ອັນ​ເປັນ​ຂັ້ນ​ຕອນ​ທ່ີ​ໃຊ້​ເວລາ​ຫລາຍ​ກວ່າ 6 ​ເດືອນ​
ລຸນຫລັງ​ການ​ເລືອກ​ຕັ້ງ​ໃນ​ປີ 2007 ນັ້ນ.

ປະ​ເທດ Belgium ມີ​ສອງ​ຂົງ​ເຂດ​ທີ່ໃຫຍ່​ທ່ີ​ສຸດ​ ​ຄືເຂດ Flanders ທ່ີ​ປາກ​ພາສາ​ໂຮ​ລລັງໃນ​ພາກ​ເໜືອ ​ແລະເຂດ Wallonia
ທ່ີທຸກ​ຍາກ ກ່ວາ​ແລະ​ປາກ​ພາສາ​ຝຣັ່ງ​ໃນ​ພາກ​ໃຕ້. ປະຊາຊົນ​ໃນສອງເຂດນີ້ແມ່ນ ໄດ້​ຢູ່ຮ່ວມ​ກັນ​ມາ​ ​ແບບ​ບໍ່​ໝັ້ນຄົງ​ປານ​ໃດ
ຍ້ອນ​ລັດຖະບານກາງ​ນັ້ນ.

ພັກ New Flemish Alliance ສະໜັບສະໜຸນ​ໃຫ້​ແບ່ງ​ແຍກປະ​ເທດ ຢ່າງ​ເປັນ​ລະບຽບ​ຮຽບຮ້ອຍ ​ໂດຍໃຫ້​ເຂດ​ພາກ​ເໜືອ​
ເຂົ້າ​ຮ່ວມ​ກັບ​ສະຫະ ພາບ​ຢູ​ໂຣບ. ພວກ​ທ່ີ​ປາກ​ພາສາ​ໂຮ​ລລັງ​ຫລາຍ​ຄົນ​ ພາກັນ​ກ່າວ​ຫາ​ພວກ​ຊາວ Wallonia ທາງ​ພາກ​ໃຕ້ວ່າ
ເຮັດ​ໃຫ້​ປະ​ເທດອ່ອນ​ແອ​ລົງ ໃນດ້ານ​ເສດຖະກິດ ​ແຕ່​ຊາວ Belgium ​ທ່ີ​ປາກ​ພາສາຝຣັ່ງຫລາຍ​ຄົນ​ ຢ້ານ​ວ່າ ​ຈະຍິ່ງ​ມີ​ບັນຫາ​
ດ້ານ​ເສດຖະກິດ​ຫລາຍ​ຂຶ້ນ ຖ້າ​ພວກ​ປາກ​ພາ ສາໂຮ​ລລັງ​ ​ແຍກ​ອອກ​ໄປ​.

XS
SM
MD
LG