ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ແບລຢ້ຽມ ກ່າວວ່າ ພົບເຫັນລາຍມື ຜູ້ຕ້ອງສົງໄສ ວາງລະເບີດ ຢູ່ທີ່ຫໍພັກ


ຕຳຫລວດພິເສດຄົນໜຶ່ງ ກຳລັງລາດຕະເວນ ຢູ່ພາກາງນະຄອນຫລວງ Brussels ປະເທດ Belgium.
ຕຳຫລວດພິເສດຄົນໜຶ່ງ ກຳລັງລາດຕະເວນ ຢູ່ພາກາງນະຄອນຫລວງ Brussels ປະເທດ Belgium.

ຕຳຫລວດ Belgium ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ພົບເຫັນ​ລາຍ​ມືຂອງ
ຜູ້​ຕ້ອງ​ສົງ​ໄສ ພ້ອມ​ດ້ວຍ​ສາຍ​ແອວ​ ເຮັດ​ເອົາ​ເອງ ທີ່​ອາດ​ນຳ​ໃຊ້
ເພື່ອ​ບັນຈຸ​ດິນ​ລະ​ເບີດໃນ​ຂະນະ​ທີ່​ເຂົາ​ເຈົ້າ​ຊອກຄົ້ນ​ທີ່​ຫໍ​ພັກ​ຫຼັງ
ນຶ່ງໃນນະ​ຄອນ Brussels ທີ່ພົວພັນ​ກັບການ​ໂຈມຕີຢູ່ນະຄອນ
ຫລວງ​ປາຣີເມື່ອ​ວັນ​ທີ 13 ພະຈິກທີ່​ຜ່ານ​ມາ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ
ວິດ 130 ຄົນ.

​ຫ້ອງການໄອ​ຍະ​ການ​ລັດຖະບານ​ກາງ Belgium ​ປະກາດໃນ
​ວັນ​ສຸກ​ມື້​ນີ້​ວ່າ ​ເຈົ້າໜ້າ​ທີ່​ສືບສວນໄດ້​ພົບ​ເຫັນລາຍ​ມື​ຜູ້ລົບ​ລີ້​ໜີ
ກົດໝາຍທ້າວ Saleh Abdeslam ຢູ່​ໃນ​ຫໍ​ພັກດັ່ງກ່າວໃນ​ຂະ
ນະ​ທີ່​ມີ​ການ​ກວດ​ຄົ້ນ ​ທີ່​ມີ​ຂື້ນໃນ​ເດືອນ​ແລ້ວ​ນີ້.

ຢູ່​ໃນ​ຖະ​ແຫລ​ງການທີ່​ນຳ​ອອກ​ເຜີຍ​ແຜ ຫ້ອງການ​ໄອ​ຍະ​ການ​ກ່າວ​ວ່າ ການຊອກ​ຄົ້ນ​ຫໍ
​ພັກ ​ເມື່ອວັນ​ທີ 10 ​ທັນວາຜ່ານ​ມາ ​ທີ່ໄດ້ໃຫ້ເຊົ່າ ພາຍ​ໃຕ້​ຊື່​ປອມ ທີ່​ອາດ​ໄດ້​ໃຊ້​ໂດຍນຶ່ງ
ຂອງ​ຈຳນວນ 10 ຄົນ ​ທີ່​ຖືກ​ຈັບ​ໃນນະຄອນ Belgium ທີ່​ພົວພັນ​ກັບ​ການ​ໂຈມ​ຕີ.

​ໃນ​ວັນ​ພະຫັດ​ວານ​ນີ້ ປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande ​ໄດ້​ປະກາດ​ວ່າ
ບັນດາ​ເຈົ້າ​ໜ້າ​ທີ່ຕຳຫລວດ ນັບ​ແຕ່​ນີ້​ໄປ​ຈະໄດ້​ຮັບ​ອະນຸຍາດ​ໃຫ້​ ຖືປືນ​ໄດ້ ຫຼັງ​ຈາກ​ໂມງ​
ການ​ແລະ​ທ່ານ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ເພີ້ມກຳລັງ​ຮັກສາ​ຄວາມ​ປອດໄພຕິດ​ອາວຸດຕື່ມ​
ອີກ 5000 ຄົນ.

XS
SM
MD
LG