ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ໂຈມຕີ ທີ່ນະຄອນ ບຣັສເຊີລສ໌ ບໍ່ມີປະຫວັດ ກ່ຽວຂ້ອງ ກັບການກໍ່ການຮ້າຍ


Belgium Explosion
please wait
Embed

No media source currently available

0:00 0:01:09 0:00

ບັນດາເຈົ້າໜ້າທີ່ຂອງແບລຢ້ຽມ ກ່າວວ່າ ຊາຍຜູ້ທີ່ຖືກຂ້າຕາຍ ໃນວັນອັງຄານວານນີ້
ໃນລະຫວ່າງການສະກັດກັ້ນ ການໂຈມຕີກໍ່ການຮ້າຍ ຢູ່ທີ່ສະຖານີລົດ ໄຟໃຕ້ດິນນັ້ນ
ແມ່ນຊາວໂມຣົກໂກ ອາຍຸ 36 ປີ ຜູ້ທີ່ບໍ່ໄດ້ພົວພັນ ກັບການກໍ່ການຮ້າຍ ໃດໆມາກ່ອນ.

ໂຄສົກຂອງສຳນັກງານໄອຍະການແຫ່ງຊາດ ທ່ານ Eric Van der Sypt ໄດ້ລະບຸໂຕ
ຊາຍຄົນດັ່ງກ່າວ ພຽງແຕ່ບອກຊື່ຫຍໍ້ ຄື O.Z. ໃນຂະນະທີ່ທ່ານ ໄດ້ກ່າວຖະແຫລງ
ຕໍ່ບັນດານັກຂ່າວ ໃນວັນພຸດມື້ນີ້ ແລະ ທ່ານໄດ້ກ່າວວ່າ ບັນດາພະນັກງານສືບສວນ
ໄດ້ກວດຄົ້ນເຮືອນຂອງຊາຍຜູ້ນັ້ນ ​ເມື່ອຄືນ​ແລ້ວນີ້.

ການໂຈມຕີ ໄດ້ເກີດຂຶ້ນ ຢູ່ທີ່ສູນກາງສະຖານີລົດໄຟໃຕ້ດິນ ​ໃນນະຄອນຫຼວງ
ບຣັສເຊີລສ໌ ບ່ອນທີ່ບັນດາເຈົ້າໜ້າທີ່ກ່າວວ່າ ຊາຍຄົນດັ່ງກ່າວ ໄດ້ຍ່າງເຂົ້າໄປຫາ
ພວກຜູ້ໂດຍສານກຸ່ມນຶ່ງ ແລ້ວໄດ້ຮ້ອງຂຶ້ນ ແລະໄດ້ບີບຄະນວນລະເບີດສ່ວນນຶ່ງ
ທີ່ຢູ່ໃນຫີບເດີນທາງ. ພວກຜູ້ໂດຍສານ ກ່າວວ່າ ຕໍ່ຈາກນັ້ນ ລາວໄດ້ລົງໄປ ບ່ອນ
​ຈອດລົດໄຟ ແລະ ແລ່ນນຳຫລັງຫົວໜ້າສະຖານີລົດໄຟ ຊຶ່ງໃນເວລາດຽວກັນນັ້ນ
ລາວໄດ້ຍື່ນຖົງອັນນຶ່ງອອກໃສ່ ທີ່ບັນຈຸເຫຼັກຕະປູ ແລະ ກະປ໋ອງແກັສ ຊຶ່ງໝາຍ
ທີ່ຈະທຳຮ້າຍພວກຄົນທົ່ວໄປ ແລະໄດ້ລະເບີດຂຶ້ນຮ້າຍແຮງກວ່າ​ເກົ່າ.

ທະຫານຄົນ​ນຶ່ງ ໄດ້ປະເຊີນໜ້າ ກັບຊາຍຄົນດັ່ງກ່າວ ແລະ ໄດ້ຍິງຜູ້ກ່ຽວຫຼາຍນັດ
ແລະລາວໄດ້ເສຍຊີວິດ ຄາ​ທີ່. ທ່ານ Van der Sypt ໄດ້ກ່າວວ່າ ຜູ້ຊາຍຄົນນີ້
ບໍ່ໄດ້ໃສ່ສາຍແອວລະເບີດ.

ບໍ່ມີຜູ້ໃດ ໄດ້ຮັບບາດເຈັບ ໃນເຫດຮ້າຍ​ດັ່ງກ່າວນີ້ ຊຶ່ງໄດ້ເກີດຂຶ້ນ ໃນເວລາ ກ່ອນ
9 ໂມງແລງ ຕາມ​ເວລາທ້ອງຖິ່ນ ລຸນຫລັງຈາກຊ່ວງເວລາ​ເລີກ​ການໄດ້ສິ້ນສຸດລົງ
ແລ້ວ.

ຮູບພາບທີ່ຖືກນຳລົງສື່ສັງຄົມ ສະແດງໃຫ້ເຫັນວ່າ ​ໄດ້​ເກີດໄຟໄໝ້ຂະໜາດນ້ອຍ
ຢູ່ໃນສະຖານີລົດໄຟໃຕ້ດິນ ຊຶ່ງໄດ້ມີການຍົກຍ້າຍຜູ້ຄົນ ອອກຈາກສູນກາງຈະຕຸລັດ
ຂອງນະຄອນບຣັສເຊີລສ໌ ແລະ ບໍລິເວນໃກ້ຄຽງ ສະຖານທີ່ໃຈກາງເມືອງ ຫຼື Grand
Place ຊຶ່ງເປັນບ່ອນທີ່ບັນດານັກທ່່ອງທ່ຽວມັກໄປ.

ຕົວເມືອງນີ້ ແມ່ນໄດ້ຢູ່ໃນພາວະລະມັດລະວັງເປັນຢ່າງສູງ ມາໄດ້ຫຼາຍກວ່າ 18 ເດືອນ
​ແລ້ວ ນັບຕັ້ງແຕ່ພວກຫົວຮຸນແຮງ ກຸ່ມລັດອິສລາມ ທີ່ຕັ້ງຢູ່ໃນນະຄອນ ບຣັສເຊີລສ໌
ໄດ້ທຳການໂຈມຕີ ຢູ່ໃນນະຄອນປາຣີ ທີ່ໄດ້ສັງຫານ 130 ຄົນ ເມື່ອເດືອນພະຈິກ ປີ
2015 ຜ່ານມາ. ໃນເດືອນມີນາ ປີກາຍນີ້ ມີການໂຈມຕີ ຕໍ່ສະໜາມບິນນະຄອນ
ບຣັສເຊີລສ໌ ແລະລະບົບຂົນສົ່ງ ຂອງເມືອງດັ່ງກ່າວ ທີ່ໄດ້ສັງຫານ 32 ຄົນ.

ມືລະເບີດສະຫລະຊີບສອງຄົນ ໄດ້ສັງຫານ 16 ຄົນ ຢູ່ທີ່ສະໜາມບິນ ນະຄອນ
ບຣັສເຊີລສ໌ ແລະ ໃນເວລາບໍ່ດົນ ຕໍ່ມາມືລະເບີດສະຫລະຊີບອີກຄົນນຶ່ງກໍ​ໄດ້ລະ ເບີດຕົນເອງຢູ່ທີ່ສະຖານີລົດໄຟໃຕ້ດິນ Maelbeek ​ໃນນະຄອນບຣັສເຊີລສ໌ ຊຶ່ງ
ໄດ້ສັງຫານ ອີກ 16 ຄົນ ໃນວັນທີ 22 ເດືອນມີນາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG