ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດ​ເຊຍຕັດ​ການ​ສົ່ງ​ແກ໊ສ ໃຫ້​ Belarus


ປະທານ​າທິບໍດີ​ຣັດ​ເຊຍ ທ່ານ Dimitri Medvedev ​
ໄດ້​ສັ່ງ​ໃຫ້ບໍລິສັດແກ໊ສທຳ​ມະ​ຊາດ​ ຍັກໃຫຍ່ “Gazprom”
ຂອງຣັດ​ເຊຍ ​ຕັດ​ການ​ລຳລຽງ​ສົ່ງ​ແກ໊ສ ​ໄປໃຫ້​ Belarus
ຍ້ອນ​ບັນຫາ​ຜິດ​ຖຽງ​ກັນ ​ເລື່ອງການ​ຈ່າຍ​ເງິນ ທີ່​ຍັງ​ແກ້​ໄຂ​ບໍ່​ໄດ້ນັ້ນ.

ຫົວຫນ້າ​ບໍລິຫານ​ Gazprom​ ທ່ານ Alexie Miller
ກ່າວ​ວ່າ ການ​ສົ່ງ​ແກ໊ສທຳ​ມະ​ຊາດ​ໄປ​ໃຫ້ Belarus
ຈະ​ຄ່ອຍໆຖືກຕັດ​ລົງ ​ໂດຍຈະ​ເລີ່​ມຂຶ້ນ​ໃນ​ວັນ​ຈັນມື້​ນີ້.
ສື່ມົນ​ຊົນຂອງຣັດ​ເຊຍ​ລາຍ​ງານ​ວ່າ ການ​ສົນທະນາ​ຫາລື​
ຈະ​ດຳເນີນຕໍ່​ໄປ​ ລະຫວ່າງ Minsk ກັບMoscow ເຖິງແມ່ນ​ການ​ສົ່ງແກ໊ສທຳ​ມະ​ຊາດ
ຈະ​ຖືກ​ຕັດ​ລົງ​ກໍ​ຕາມ.

ທາງ Belarus ໄດ້ສົ່ງຄະນະ​ເຈລະຈາ​ຕໍ່​ລອງໄປຍັງ Moscow ເພື່ອ​ທຳການ​ເຈລະຈາ​
ສຸກ​ເສີນ ໃນ​ວັນ​ອາ​ທິດວານ​ນີ້. Moscow ​ໄດ້​ຂູ່​ວ່າ ຈະ​ຕັດແກ໊ສທຳ​ມະ​ຊາດລົງເຖິງ
85%ຖ້າ​ຫາກ​ວ່າ ຣັກ​ເຊຍ​ບໍ່​ໄດ້​ຮັບເງິນ​ຈຳນວວນ​ເກືອ​ບ 200 ລ້ານ​ໂດລ່າ​ ທີ່ Belarus
ຍັງເປັນ​ໜີ້​ຕົນ​ຢູ່​ນັ້ນ ພາຍ​ໃນເວລາ 10 ​ໂມງເຊົ້າ​ ວັນ​ຈັນ​ມື້​ນີ້ ຕາມ​ເວລາໃນທ້ອງ​ຖິ່ນ.

ເບ​ລາຣຸສ ປະຕິ​ເສດ​ວ່າ​ຕົນ​ບໍ່​ໄດ້​ຕິດ​ໜີ້ຣັດ​ເຊຍ.

XS
SM
MD
LG