ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳຝ່າຍຄ້ານ ເບລາຣຸສ ຫຼົບໜີໄປ ປະເທດ ລິທົວເນຍ


ທ່ານນາງ ສວຽດລານາ ຊິຄານຸສກາຢາ (Sviatlana Tsikhanouskaya) ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ, ກ່າວຄຳປາໄສທີ່ກອງປະຊຸມຖະແຫຼງຂ່າວ ຫຼັງຈາກການເລືອກຕັ້ງປະທານາທິບໍດີ ເບລາຣຸສ,​ ນະຄອນຫຼວງ ມິງສ໌, ປະເທດ ເບລາຣຸສ, 10 ສິງຫາ, 2020.
ທ່ານນາງ ສວຽດລານາ ຊິຄານຸສກາຢາ (Sviatlana Tsikhanouskaya) ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ, ກ່າວຄຳປາໄສທີ່ກອງປະຊຸມຖະແຫຼງຂ່າວ ຫຼັງຈາກການເລືອກຕັ້ງປະທານາທິບໍດີ ເບລາຣຸສ,​ ນະຄອນຫຼວງ ມິງສ໌, ປະເທດ ເບລາຣຸສ, 10 ສິງຫາ, 2020.

ການປະທ້ວງໄດ້ເກີດຂຶ້ນເປັນຄືນທີສາມລຽນຕິດໃນວັນອັງຄານວານນີ້ ທີ່ປະເທດ ເບລາຣຸສ ຫຼັງ ຈາກຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີລະດັບສູງຈາກຝ່າຍຄ້ານໄດ້ຫຼົບໜີອອກຈາກປະ ເທດ ເພື່ອຄວາມປອດໄພຂອງລູກຂອງ ລາວໃນວັນ ອາທິດທີ່ຜ່ານມາ.

ທ່ານນາງ ສວຽດລານາ ຊິຄານຸສກາຢາ (Sviatlana Tsikhanouskaya) ໄດ້ສົ່ງຂໍ້ຄວາມທາງວິດີໂອຫາຜູ້ສະໜັບສະໜູນຂອງລາວ ໂດຍຂໍໃຫ້ເຂົາເຈົ້າ ຍົກໂທດໃຫ້ສຳລັບການທີ່ລາວໄດ້ຫຼົບໜີໄປປະເທດ ລິທົວເນຍ ໃນເວລານີ້.

ທ່ານນາງໄດ້ກ່າວວ່າ “ມັນແມ່ນການຕັດສິນໃຈທີ່ຍາກຫຼາຍ. ຂ້າພະເຈົ້າຮູ້ວ່າ ພວກເຈົ້າຫຼາຍຄົນ ຈະເຂົ້າໃຈຂ້າພະເຈົ້າ, ຫຼາຍຄົນອື່ນໆໄດ້ກ່າວປະນາມຂ້າພະເຈົ້າ ແລະ ແມ່ນກະທັ້ງບາງຄົນກໍໄດ້ຊັງຂ້າພະເຈົ້າ. ແຕ່ຂ້າພະເຈົ້າຫວັງວ່າ ພວກເຈົ້າຈະບໍ່ປະເຊີນກັບທາງເລືອກ ທີ່ຂ້າພະເຈົ້າໄດ້ປະ ເຊີນ. ລູກຂອງຂ້າພະເຈົ້າແມ່ນສິ່ງທີ່ສຳຄັນຫຼາຍໃນຊີວິດ.”

ຜູ້ສະໜັບສະໜູນຂອງລາວເວົ້າວ່າ ລາວໄດ້ຖືກບັງຄັບໃຫ້ອ່ານຈາກຂໍ້ຄວາມ ທີ່ໄດ້ກຽມໄວ້ ເວລາທີ່ລາວໄດ້ບອກຜູ້ປະທ້ວງບໍ່ໃຫ້ປະເຊີນໜ້າກັບຕຳຫຼວດ ແລະ ສະແດງ “ຄວາມເຄົາລົບຕໍ່ກົດໝາຍ.”

ທ່ານນາງ ສວຽດລານາ ແມ່ນຜູ້ທ້າງຊິງທີ່ສຳຄັນພຽງຄົນດຽວຕໍ່ປະທານາທິບໍດີຜະເດັດການມາດົນນານ ທ່ານ ອາເລັກແຊນເດີ ລູຄາເຊັນໂກ, ຜູ້ທີ່ຄະນະກຳມາທິການເລືອກຕັ້ງເວົ້າວ່າ ໄດ້ຊະນະການດຳລົງຕຳແໜ່ງສະໄໝທີ 6 ດ້ວຍຄະແນນສຽງ 80 ເປີເຊັນຕໍ່ 10 ເປີເຊັນຂອງທ່ານນາງ. ທ່ານນາງເວົ້າວ່າ ລາວຈະບໍ່ມີວັນຍອມຮັບຜົນຄະແນນນັ້ນ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ກ່າວວ່າ ການເລືອກຕັ້ງຂອງ ເບລາຣຸສ ແມ່ນ “ບໍ່ເປັນອິດສະຫຼະ ແລະ ຍຸຕິທຳ” ແລະ ໄດ້ກ່າວປະນາມ “ຄວາມຮຸນແຮງທີ່ກຳລັງເກີດຂຶ້ນຢູ່ຕໍ່ຜູ້ປະທ້ວງ ແລະ ການກັກຂັງຜູ້ສະໜັບສະໜູນຝ່າຍຄ້ານ.”

ຫົວໜ້ານະໂຍບາຍຕ່າງປະເທດຂອງ ສະຫະພາບ ຢູໂຣບ ທ່ານ ໂຈເຊັບ ໂບແຣລ ຍັງໄດ້ກ່າວຫາວ່າ ເປັນການສໍ້ໂກງການເລືອກຕັ້ງ.

ທ່ານນາງ ສວຽດລານາ ໄດ້ກ້າວເຂົ້າໃນການແຂ່ງຂັນຊ້າ ຫຼັງຈາກສາມີຂອງ ລາວ, ທ່ານ ຊີອາເຮ, ນັກຂຽນບັນທຶກຕໍ່ຕ້ານລັດຖະບານໃນເວັບໄຊ້ ແລະ ຜູ້ທີ່ອາດເປັນຜູ້ລົງແຂ່ງຂັນຝ່າຍຄ້ານນັ້ນ, ໄດ້ຖືກຈັບເຂົ້າຄຸກໃນເດືອນພຶດສະພາທີ່ຜ່ານມາ.

ຕຳຫຼວດ ເບລາຣຸສ ໄດ້ໃຊ້ລູກປືນຢາງ ແລະ ລະເບີດທີ່ເຮັດໃຫ້ຫູອື້ ຕໍ່ພວກ ປະທ້ວງຕໍ່ຕ້ານລັດຖະ ບານ ຜູ້ທີ່ໄດ້ອອກມາປະທ້ວງເປັນຄືນທີ 3 ຕິດຕໍ່ກັນໃນວັນອັງຄານວານນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG