ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫລວດ ກັບ ພວກປະທ້ວງ ປະທະກັນ ໃນເບລາຣຸສ ເປັນຄືນທີ 2 ຫລັງການເລືອກຕັ້ງ


ທ່ານນາງ Svetlana Tikhanovskaya, ຜູ້ສະໝັກປະທານາທິບໍດີຈາກພັກຝ່າຍຄ້ານຢືນຢູ່ບ່ອນສູງແລ້ວຖາມສະບາຍດີຜູ້ຄົນທີ່ໄປສະໜັບສະໜຸນນທ່ານນາງຢູ່ໃນເມືອງ Brest, ທີ່ຕັ້ງຫ່າງຈາກນະຄອນຫລວງ ມິງສ໌ 326 ກິໂລແມັດ ໃນເບລາຣຸສ, ວັນທີ 2 ສິງຫາ, 2020
ທ່ານນາງ Svetlana Tikhanovskaya, ຜູ້ສະໝັກປະທານາທິບໍດີຈາກພັກຝ່າຍຄ້ານຢືນຢູ່ບ່ອນສູງແລ້ວຖາມສະບາຍດີຜູ້ຄົນທີ່ໄປສະໜັບສະໜຸນນທ່ານນາງຢູ່ໃນເມືອງ Brest, ທີ່ຕັ້ງຫ່າງຈາກນະຄອນຫລວງ ມິງສ໌ 326 ກິໂລແມັດ ໃນເບລາຣຸສ, ວັນທີ 2 ສິງຫາ, 2020

ລັດຖະມົນຕີກະຊວງຕ່າງປະເທດຂອງລີທົວເນຍ ເວົ້າວ່າ ຜູ້ສະໝັກເລືອກຕັ້ງ ຈາກພັກຝ່າຍຄ້ານຂອງ ເບລາຣຸສ (Belarus)ມ ທ່ານນາງ ສະວຽດລັດນາ ຊິກຄະນຸສຄາຢາ (Sviatlana Tsikhanouskaya) ໄດ້ຫລົບໜີອອກຈາກ ປະເທດຂອງຕົນໄປ ແລະປອດໄພແລ້ວ ໃນວັນອັງຄານມື້ນີ້ ພາຍຫລັງທີ່ມີ ການປະທ້ວງ ຫລັງການເລືອກຕັ້ງໃນຄືນທີສອງຢູ່ໃນເບລາຣຸສ (Belarus) ໂດຍທີ່ມີການປະທະກັນ ລະຫວ່າງພວກປະທ້ວງ ແລະຕໍາຫລວດ.

“ທ່ານນາງ ສະວຽດລັດນາ ຊິກຄະນຸສຄາຢາ (Sviatlana Tsikhanouskaya) ປອດໄພ. ທ່ານນາງຢູ່ໃນລີທົວເນຍ” ນັ້ນຄືຄໍາເວົ້າຂອງທ່ານ ລີນາສ ລິງຄາວີ-ຊຽສ (Linas Linkevicius) ທີ່ຂຽນລົງໃນທວີດເຕີ້.

ທ່ານ ລິງຄາວີຊຽສ (Linkevicius) ໃນເມື່ອກ່ອນໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບຄວາມປອດໄພຂອງທ່ານນາງ ໂດຍເວົ້າວ່າ ທ່ານໄດ້ພະຍາຍາມແຕ່ກໍ ບໍ່ສາມາດລົມກັບທ່ານນາງ ຊິກຄະນຸສຄາຢາ (Tsikhanouskaya) ໄດ້ເປັນເວລາຕັ້ງຫລາຍຊົ່ວໂມງ ແລະ “ກໍບໍ່ມີໃຜຮູ້ວ່າທ່ານນາງຢູ່ໃສ ແມ່ນແຕ່ພະນັກ ງານຂອງທ່ານນາງ.”

ທ່ານນາງ ຊິກຄະນຸສຄາຢາ (Tsikhanouskaya) ໄດ້ໄປລີ້ ກ່ອນວັນເລືອກຕັ້ງ ຈະມີຂຶ້ນໃນວັນອາທິດຜ່ານມາ ພາຍຫລັງທີ່ຕໍາຫລວດໄດ້ຈັບພະນັກງານຂັ້ນສູງ ສອງຄົນ ແລະສະມາຊິກ ໂຄສະນາຫາສຽງ 7 ຄົນອີກໄປຂັງ. ທ່ານນາງໄດ້ກັບ ມາປາກົດໂຕອີກ ເພື່ອປ່ອນບັດຂອງຕົນ.

ປະທານາທິບໍດີ ອາເລັກແຊນເດີ ລຸກຄັສເຊນໂກ (Alexander Lukashenko) ທີ່ໄດ້ກໍາອໍານາດມາເປັນເວລາ 26 ປີແລ້ວ ຖືກປະກາດວ່າ ເປັນຜູ້ຊະນະການ ເລືອກຕັ້ງ ແລະກ່າວໃນວັນຈັນວານນີ້ວ່າ ພວກປະທ້ວງທີ່ຕໍ່ຕ້ານຈະປະເຊີນກັບ ການທັບມ້າງຢ່າງແຮງ. ທ່ານໄດ້ພັນລະນາພວກນັ້ນວ່າ ເປັນແກະທີ່ຖືກພວກ ເຈົ້ານາຍຕ່າງປະເທດໝູນໃຊ້.

ທ່ານກ່າວອີກວ່າ “ປະຕິບັດຕາມກົດໝາຍແລ້ວ ທຸກການສົນທະນາ ກ່ຽວກັບ ການປາບປາມ ກໍຈະໝົດໄປ.”

ວີດິໂອກ່ຽວກັບການປະທະກັນ ໄດ້ສະແດງໃຫ້ເຫັນວ່າພວກປະທ້ວງຖືກຕໍາຫຼວດ ຕີດ້ວຍໄມ້ຄ້ອນ ໃນຄືນວັນຈັນວານນີ້. ຕໍາຫລວດຍັງໄດ້ໃຊ້ລະເບີດມືທີ່ເຮັດໃຫ້ ງົງງວຍ, ລະເບີດນໍ້າຕາ ແລະໃຊ້ທໍ່ສີດນໍ້າໃຫຍ່ໆ ສິດໃສ່ພວກປະທ້ວງ.

ຕໍາຫລວດກ່າວ ໃນວັນຈັນວານນີ້ວ່າ ຜູ້ປະທ້ວງຄົນນຶ່ງເສຍຊີວິດ ໃນນະຄອນ ຫລວງມິງສ໌ ຂອງປະເທດ ເມື່ອລາວພະຍາຍາມທີ່ຈະແກວ່ງລູກລະເບີດ ແຕ່ ວ່າມັນແຕກໃສ່ມືລາວກ່ອນ.

ບັນດາກຸ່ມປົກປ້ອງສິດທິມະນຸດເວົ້າວ່າ ຜູ້ປະທ້ວງຄົນນຶ່ງເສຍຊີວິດພາຍຫລັງທີ່ ຖືກລົດຕໍາຫລວດຢຽບ ຊຶ່ງພວກເຈົ້າໜ້າທີ່ປະຕິເສດວ່າບໍ່ມີ. ພວກກຸ່ມປົກປ້ອງ ສິດທິມະນຸດຍັງເວົ້າອີກວ່າ ຄົນຫລາຍສິບຄົນ ໄດ້ຮັບບາດເຈັບຢູ່ໃນການທັບ ມ້າງຂອງຕໍາຫລວດ. ພວກປະທ້ວງຫລາຍຮ້ອຍຄົນໄດ້ຖືກຈັບ.

ອ່່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG