ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ສະຫະພາບຢູໂຣບ ຖອນທູດຂອງຕົນ ອອກຈາກເບລາຣູສ


ຫົວໜ້າເອກອັກຄະລັດຖະທູດຂອງອີຢູ ທ່ານນາງ Maria Mora ທີ່ຖືກລັດ
ຖະບານເບລາຣູສ ສັ່ງໃຫ້ອອກຈາກ ປະເທດ ເມື່ອວັນທີ່ 28 ກຸມພານີ້
ຫົວໜ້າເອກອັກຄະລັດຖະທູດຂອງອີຢູ ທ່ານນາງ Maria Mora ທີ່ຖືກລັດ ຖະບານເບລາຣູສ ສັ່ງໃຫ້ອອກຈາກ ປະເທດ ເມື່ອວັນທີ່ 28 ກຸມພານີ້

ສະມາຊິກ​ສະຫະພາບ​ຢູ​ໂຣບກໍາລັງ​ຖອນ​ເອກ​ອັກຄະ​ລັດຖະທູດ​ທັງ​ໝົດຂອງ​ຕົນ​ອອກ​ຈາກ​
ປະ​ເທດ​ເບ​ລາຣູສ ຫລັງ​ຈາກ​ລັດຖະບານ​ຜະ​ເດັດ​ການ ​ເບ​ລາຣູສ ​ໄດ້​ສັ່ງ​ໃຫ້​ເອກ​ອັກຄະ​ລັດ
ຖະທູດ​ໂປ​ແລນ ​ແລະ​ສະຫະພາບ​ຢູ ​ໂຣບ ຫລື​ອີ​ຢູ ອອກ​ຈາກ​ປະ​ເທດດັ່ງ​ກ່າວ.

ເບ​ລາຣູສ​ໄດ້​ສັ່ງ​ໃຫ້​ທູດ​ຂອງ​ໂປ​ແລນ​ແລະ​ສະຫະພາບ​ຢູ​ໂຣບໜີ​ອອກ​ຈາກ​ປະ​ເທດ ​ເພື່ອ​ສະ
ແດງ​ປະຕິກິ​ລິຍາ​ຕອບ​ໂຕ້ຕໍ່ການ​ລົງ​ໂທດບັ້ນ​ໃໝ່​ຂອງ​ອີ​ຢູຕໍ່​ພວກ​ເຈົ້າໜ້າ​ທີ່​ເບ​ລາຣູສ ຍ້ອນ
ປະວັດການ​ເຄົາລົບ​ນັບຖື​ສິດທິ​ມະນຸດ​ທີ່​ຂີ້ຮ້າຍ​ຂອງ​ປະ​ເທດດັ່ງກ່າວ.

ໂຄສົກ​ກະຊວງ​ຕ່າງປະ​ເທດ​ເບ​ລາຣູສກ່າວ​ວ່າ ປະ​ເທດ​ຂອງ​ຕົນ​ຈະ​ບໍ່ຫວັ່ນ​ໄຫວ​ຕໍ່​ຄວາມ​ກົດ
ດັນ​ໃດໆແລະ​ຈະ​ສືບ​ຕໍ່​ປ້ອງ​ກັນ​ຜົນ​ປະ​ໂຍດ​ຂອງ​ຕົນຕໍ່​ໄປ.

ທ່ານ Guido Westerwelle ລັດຖະມົນຕີ​ຕ່າງປະ​ເທດ​ເຢຍຣະມັນ ເອີ້ນ​ເບ​ລາຣູສວ່າ​ເປັນ
ລັດຖະບານ​ຜະ​ເດັດ​ການ​ຊຸດ​ສຸດ​ທ້າຍ​ຂອງ​ພາກ​ພື້ນ​ຢູ​ໂຣບ ​ຊຶ່ງ​ທ່ານ​ກ່າວ​ຕໍ່​ໄປ​ວ່າ ປະທານາ
ທິບໍ​ດີ Alexander Lukashenko ພຽງ ​ແຕ່​ສ້າງ​ຄວາມ​ໂງ່​ເງົ່າ ​ໃຫ້​ຕົນ​ເອງ​ຫລາຍ​ຂຶ້ນ ຖ້າ​
ຫາກ​ທ່ານ​ຄິດ​ວ່າ ​ຈະສາ ມາດ​ແບ່ງ​ແຍກ​ອີ​ຢູອອກ​ຈາກ​ກັນ​ໄດ້.

ທ່ານ ມາກ ​ໂທນ​ເນີ ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ​ ກ່າວ​ວ່າສະຫະ​ລັດ​ເສຍ​ໃຈ​
ຫລາຍ​ທີ່​ສຸດ​ຕໍ່​ການ​ຕັດສິນ​ໃຈ​ຂອງ​ເບ​ລາຣູສ​ເພື່ອ​ຂັບ​ໄລ່ ​ເອກ​ອັກຄະ​ລັດຖະທູດ​ໂປ​ແລນ
ແລະ​ອີ​ຢູອອກ​ຈາກ​ປະ​ເທດ ​ໂດຍ​ກ່າວ​ວ່າ ການ​ເຄຶ່ອນ​ໄຫວ​ທໍານອງ​ນີ້​ຂອງ​ເບ​ລາຣູສນັ້ນ
ກໍ​ພຽງ​ແຕ່​ຈະເຮັດ​ໃຫ້​ເບລາ ຣູສ​ໂດດດ່ຽວຕົນ​ເອງ​ຫຼາຍຂຶ້ນ.

ອີ​ຢູ​ແລະ​ສະຫະລັດ​ໄດ້​ເພີ່ມ​ການ​ລົງ​ໂທດ​ຕໍ່​ເບ​ລາຣູສ ຫລັງ​ຈາກ​ການ​ກວາດ ລ້າງ​ຢ່າງ​ຮຸນ
ແຮງຕໍ່​ພວກ​ຝ່າຍ​ຄ້ານ ລຸນ​ຫລັງ​ຈາກ​ການ​ເລືອກ​ຕັ້ງ​ປະທານາ ທິບໍດີໃນເດືອນ​ທັນວາ​ປີ
2010 ນັ້ນ ຊຶ່ງ​ການ​ກວາດ​ລ້າງຂອງ​ລັດຖະບານ ຍັງ​ຜົນ​ໃຫ້​ມີ​ຜູ້​ຖືກ​ຈັບ​ກຸມ​ຫລາຍ​ຮ້ອຍ
ຄົນ ​ໂຮມ​ທັງ​ພວກ​ສະໝັກ​ຝ່າຍ​ຄ້ານ ຈໍານວນ​ນຶ່ງ.

ກຸ່ມ​ສິດທິ​ມະນຸດ​ກ່າວ​ວ່າ ຫລາຍໆ​ຄົນ​ທີ່​ຖືກ​ຈັບ​ກຸມ​ຄັ້ງ​ນັ້ນ​ຍັງ​ຖືກ​ຈໍາ​ຄຸກ​ຢູ່.

ທ່ານ Lukashenko ​ໄດ້​ຊະນະ​ການ​ເລືອກ​ຕັ້ງ​ເຂົ້າຮັບ​ຕຳ​ແໜ່​ງຕື່ມ​ອີກ​ສະ​ໄໝ​ນຶ່ງ ຈາກ
ການ​ປ່ອນ​ບັດ​ທີ່​ພວກ​ຝ່າຍ​ຄ້ານ​ຫລາຍ​ຄົນກ່າວ​ວ່າ​ ​ເຕັມ​ໄປດ້ວຍ​ການ​ສໍ້​ໂກງ​ຄະ​ແນນ​ນັ້ນ​.

XS
SM
MD
LG