ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເບລາຣຸສ ເລືອກຕັ້ງເອົາ ຜູ້ແທນສະພາຊຸດໃໝ່


ປະທານາທິບໍດີ Alexander Lukashenko ຂອງ Belarus ແລະລູກຊາຍຫລ້າຂອງທ່ານ ທ້າວ Nikolai ປ່ອນບັດ ຢູ່ບ່ອນປ່ອນບັດແຫ່ງນຶ່ງ ໃນການເລືອກຕັ້ງລັດຖະສະພາ
ທີ່ນະຄອນຫລວງ Minsk ໃນວັນອາທິດ ທີ 23 ກັນຍາ 2012.
ປະທານາທິບໍດີ Alexander Lukashenko ຂອງ Belarus ແລະລູກຊາຍຫລ້າຂອງທ່ານ ທ້າວ Nikolai ປ່ອນບັດ ຢູ່ບ່ອນປ່ອນບັດແຫ່ງນຶ່ງ ໃນການເລືອກຕັ້ງລັດຖະສະພາ ທີ່ນະຄອນຫລວງ Minsk ໃນວັນອາທິດ ທີ 23 ກັນຍາ 2012.
ພວກມີສິດເລືອກຕັ້ງຢູ່ Belarus ກໍາລັງປ່ອນບັດເອົາສະພາຜູ້
ແທນຊຸດໃໝ່ ໃນວັນອາທິດ ມື້ນີ້ ໃນການເລືອກຕັ້ງ ທີ່ຝ່າຍຄ້ານ
ລັດຖະບານເອີ້ນວ່າ ເປັນການເລືອກຕັ້ງຈອມປອມນັ້ນ.

ມີການຄາດກັນວ່າ ຜົນການເລືອກຕັ້ງຈະຮັກສາອໍານາດການປົກ
ຄອງປະເທດຂອງປະທາ ນາທິບໍດີ Alexander Lukashenko
ໄວ້. ບັນດາພັກຝ່າຍຄ້ານໃຫຍ່ໆ ໄດ້ຮຽກຮ້ອງ ໃຫ້ມີການຂ້ວມ ບາດການເລືອກຕັ້ງດັ່ງກ່າວ.

ບັນດາກຸ່ມສິດທິມະນຸດກ່າວວ່າ ຝ່າຍລັດຖະບານໄດ້ທໍາການຈັບ
ກຸມແລະ ກັກຂັງພວກນັກເຄື່ອນໄຫວຂອງຝ່າຍຄ້ານ ຫລາຍຄົນ.

ທ່ານ Lukashenko ໄດ້ປົກຄອງປະເທດອະດີດແຄ້ວນຂອງ
ສະພາບໂຊຫວຽດແຫ່ງນີ້ ມາໄດ້ 18 ປີແລ້ວ.

ສະຫະລັດ ແລະສະຫະພັນຢູໂຣບ ໄດ້ວາງລະບຽບການລົງໂທດທາງເສດຖະກິດ ແລະ ການເດີນທາງ ຕໍ່ຄະນະລັດຖະບານ Belarus ທີ່ໄດ້ທໍາການປາບປາມກຸ່ມຝ່າຍຄ້ານ.

ອົງການດ້ານຄວາມໝັ້ນຄົງແລະການຮ່ວມມືໃນຢູໂຣບ ໄດ້ສົ່ງນັກສັງເກດການຫລາຍກວ່າ
200 ຄົນ ໄປທີ່ Belarus ເພື່ອສັງເກດການເລືອກຕັ້ງດັ່ງກ່າວ ແຕ່ວ່າພວກນັກຕິດຕາມສັງ
ເກດການສອງຄົນ ຖືກປະຕິເສດບໍ່ໃຫ້ເຂົ້າປະເທດ ໂດຍບໍ່ຮູ້ເຫດຜົນຢ່າງໃດເລີຍ.
XS
SM
MD
LG