ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໒ ພຶດສະພາ ໒໐໒໕

ທ່ານ Lukashenko ໄດ້ຖືກເລືອກເປັນ ປະທານາທິບໍດີເບລາຣູສອີກ ເປັນສະໄໝທີ 4


ຕໍາຫລວດປະເຊີນໜ້າກັບພວກປະທ້ວງຜົນການເລືອກຕັ້ງປະທານາທິບໍດີ ທີ່ເບລາຣຸສ.
ຕໍາຫລວດປະເຊີນໜ້າກັບພວກປະທ້ວງຜົນການເລືອກຕັ້ງປະທານາທິບໍດີ ທີ່ເບລາຣຸສ.

ທ່ານ Alexander Lukashenko ປະທານາທິບໍດີປະເທດ
ເບຣາຣູສ ​ຈະ​ໄດ້​ຄອງ​ຕໍາແໜ່​ງ​ຕື່ມ​ອີກ​ສະ​ໄໝ​ນື່ງ​ ເປັນສະ
ໄໝທີສີ່ ທີ່ມີວາລະ 5 ປີ ຫລັງຈາກໄດ້ຊະນະດ້ວຍຄະແນນ
ສຽງຖ້ວມທົ້ນ ການເລືອກຕັ້ງ​ໃນ​ວັນ​ອາທິດວານ​ນີ້ ທີ່ດ່າງ​
ພ້ອຍ​ດ້ວຍການກວາດລ້າງຢ່າງ​ຮຸນ​ແຮ​ງຂອງ​ຕໍາຫລວດຕໍ່
ພວກປະທ້ວງ ແລະການຈັບກຸມພວກສະມັກເລືອກຕັ້ງຈາກ ຝ່າຍຄ້ານນັ້ນ.

ຄະນະກໍາມະການການເລືອກຕັ້ງໄດ້ເປີດເຜີຍບັດຄະແນນ
ສຽງເລືອກຕັ້ງໃນຕອນເຊົ້າຂອງວັນຈັນມື້ນີ້ ທີ່ສະ​ແດງວ່າ
ທ່ານ Lukashenko ໄດ້ຖືກເລືອກຕັ້ງອີກດ້ວຍຄະແນນສຽງຫລາຍເຖິງ 80 ເປີເຊັນ.

ພວກຝ່າຍຄ້ານກ່າວວ່າ ທ່ານ Lukashenko ໂກງຄະແນນສຽງເລືອກຕັ້ງ ແຕ່ຄະນະສັງ
ເກດການເລືອກຕັ້ງຈາກກຸ່ມ CIS ທີ່ນໍາໂດຍຣັດເຊຍ ກ່າວ​ໃນວັນຈັນນີ້ວ່າ ການປ່ອນບັດ ເລືອກຕັ້ງແມ່ນຈັດຂື້ນຢ່າງຖືກຕ້ອງຕາມກົດໝາຍ. ທ່ານ Sergei Lebedev ຫົວໜ້າ
ຄະນະສັງເກດການເລືອກຕັ້ງ ບອກກັບຜູ້ສື່ຂ່າວວ່າ ພວກສັງເກດການບໍ່ໄດ້ພົບເຫັນຫລັກ
ຖານ​ໃດໆທີ່​ເຮັດ​ໃຫ້ຄວາມຖືກຕ້ອງຕາມກົດໝາຍຂອງການເລືອກຕັ້ງຄັ້ງນີ້ ຕົກຢູ່ພາຍໃຕ້ ຄວາມລະແວງສົງໃສ.

ໃນທັນທີທີ່ບ່ອນປ່ອນບັດໄດ້ປິດລົງ​ໃນວັນອາທິດວານນີ້ ພວກຕໍາຫລວດປາບຈະລາຈົນ
ເບລາຣູສ ໄດ້ພາກັນໃຊ້ໄມ້ຄ້ອນເພື່ອຂັບ​ໄລ່ ພວກປະທ້ວງກຸ່ມໃຫຍ່ກຸ່ມນຶ່ງໃນໃຈກາງນະ
ຄອນຫລວງ Minsk ​ໃຫ້​ສະຫລາຍ​ໂຕ. ປະຊາຊົນຫລາຍພັນຄົນພາກັນທ້າທາຍປະທາ
ນາທິບໍດີ ແລະອອກ​ໄປອັ່ງອໍກັນ ຢູ່ເຕັມຈະຕຸລັດ ເອກະລາດ ຫລື Independence Square ນັ້ນ.

ຫລັງຈາກກຸ່ມປະທ້ວງກຸ່ມນຶ່ງ​ໄດ້ທຸບ​ແລະ​ທັບມ້າງ ປະຕູ​ແລະປ່ອງຢ້ຽມຂອງຕຶກ​ສໍາ​ນັກ​ງານ
ລັດຖະບານ ແລະ ພະຍາຍາມຈະ​ບຸກ​ເຂົ້າ​ໄປ​ທາງ​ໃນ ພວກກໍາລັງທະຫານກໍໄດ້​ເຂົ້າ​ໄປ​ອ້ອມ
ຈະຕຸລັດ​ເອກະລາດ​ໄວ້ ຂະນະທີ່ພວກຕໍາຫລວດປາບຈະລາຈົນ ບຸກເຂົ້າໄປໃນຝຸງຊົນປະທ້ວງ
ມືແກວ່ງໄມ້ຄ້ອນ. ປາກົດວ່າ ຫລາຍຮ້ອຍຄົນຖືກຈັບກຸມ ແລະຜູ້ເຫັນເຫດການລາຍງານວ່າ ມີຜູ້ໄດ້ຮັບບາດເຈັບອີກຈໍານວນຫລວງຫລາຍ.

XS
SM
MD
LG