ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມົສກູ ​ແລະ ກິຢິບ ແລກປ່ຽນຊະ​ເລີຍ​ເສິກ 200 ຄົນ


ຮູບພາບຈາກກະຊວງປ້ອງກັນປະເທດຣັດ ວັນທີ 10 ເມສາ 2023 ສະແດງໃຫ້ເຫັນ ທະຫານຣັດເຊຍ ກຳລັງແລກປ່ຽນນັກໂທດກັບຢູເຄຣນ ທີ່ບໍ່ບອກສະຖານທີ່
ຮູບພາບຈາກກະຊວງປ້ອງກັນປະເທດຣັດ ວັນທີ 10 ເມສາ 2023 ສະແດງໃຫ້ເຫັນ ທະຫານຣັດເຊຍ ກຳລັງແລກປ່ຽນນັກໂທດກັບຢູເຄຣນ ທີ່ບໍ່ບອກສະຖານທີ່

ຣັດ​ເຊຍ ແລະ​ຢູ​ເຄ​ຣນ​ໄດ້​ແລກ​ປ່ຽນ​ຊະ​ເລີຍຮອບ​ຫຼ້າ​ສຸດ ຫຼາຍກວ່າ ໒໐໐ ຄົນ ​ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້​ທີ່​ໃນ​ວັນ​ຈັນ​ວານນີ້.

ກະຊວງປ້ອງກັນປະເທດຣັດເຊຍ ກ່າວວ່າ ທະຫານຂອງຕົນ 106 ຄົນ ໄດ້ຖືກປ່ອຍອອກຈາກການກັກຂັງຂອງຢູເຄຣນ ໃນຂະນະທີ່ ທ່ານແອນດຣີ ເຢິມາກ ຫົວ​ໜ້າທີ່​ປຶ​ກສາ​ຂອງປະທານາທິບໍດີໂວໂລດີເມຍ ເຊເລນສະກີໄດ້ກ່າວວ່າ ຣັດ ເຊຍ ໄດ້ປ່ອຍໂຕນັກໂທດຢູເຄຣນ 100 ຄົນ.

ການ​ປະ​ກາດ​ຂອງທັງສອງຝ່າຍ​ຕ່າງ​ກໍບໍ່ໄດ້​ແຈ້ງລາຍລະອຽດວ່າ ການແລກປ່ຽນພວກນັກໂທດໄດ້ປະຕິບັດກັນຢ່າງໃດ. ທ່ານເຢີມາກ ກ່າວຢູ່ໃນເຕເລກຣາມ ວ່າ ທະຫານຢູເຄຣນຈຳນວນນຶ່ງໄດ້ຮັບບາດເຈັບ​ສາ​ຫັດ ແລະ​ລົ້ມ​ປ່ວຍ​ບໍ່ສະບາຍ.

ທ່ານກ່າວວ່າ ການແລກປ່ຽນນັກໂທດເທື່ອຫລ້າສຸດທີ່​ມີ​ຂຶ້ນ​ຫຼາຍໆ​ເທື່ອ​ໃນ​ໄລ​ຍະ 14 ເດືອນ ຂອງສົງຄາມ “ບໍ່ເປັນທີ່ງ່າຍດາຍ” ແຕ່ບໍ່ໄດ້ບັນລະຍາຍ. ການແລກ ປ່ຽນນັກໂທດ ແມ່ນນຶ່ງຂອງການ​ຮ່ວມ​ມືໃນ​ບາງ​ຂົງ​ເຂ​ດລະຫວ່າງຢູເຄຣນ ແລະຣັດເຊຍ.

ຫ້ອງການປະສານງານຂອງຢູເຄຣນ ຮັບ​ຜິດ​ຊອບການປິ່ນປົວພວກຊະ​ເລີຍ​ເສີກ ໄດ້ກ່າວຫາວ່າ ເກືອບເຄິ່ງນຶ່ງຂອງທະຫານຜູ້ຊາຍ 80 ຄົນ ແລະແມ່ຍິງ 20 ຄົນ ຜູ້ທີ່ໄດ້ກັບຄືນມາບ້ານ “ໄດ້ຮັບບາດເຈັບທີ່ຮ້າຍແຮງ ​ແລະ​ບໍ່​ສະ​ບາຍ​ຫຼາຍ​ຢ່າງ ຫລືໄດ້ຮັບການທໍລະມານ” ເຖິງແມ່ນວ່າບໍ່ໄດ້ສະເໜີຫລັກຖານ ​ກ່ຽວ​ກັບການອ້າງອີງນີ້.

ລາຍງານຂ່າວຢູເຄຣນ ກ່າວວ່າ ນຶ່ງຂອງບັນດານັກໂທດແມ່ຍິງທີ່ໄດ້ກັບຄືນມາແມ່ນ ນາງວາເລີເຣຍ ກາປີເລນໂກ ຊຶ່ງ​ເປັນ​ກຳ​ລັງຊາຍແດນ ຜູ້ທີ່ໄດ້ຊ່ວຍປ້ອງກັນໂຮງງານເຫລັກອາຊົບຕາລ ​ໃນ​ເມືອງມາຣີ​ອູໂປລ. ເດືອນພຶດສະພາແລ້ວນີ້ ນາງໄດ້ແຕ່ງງານ ກັບທະຫານຢູເຄຣນຄົນນຶ່ງຢູ່ຫ້ອງໃຕ້ດີນກ້ອງໂຮງງານເຫລັກ ໃນຂະນະທີ່ກຳລັງຣັດເຊຍ ໄດ້ອ້ອມເຂດໂຮງງານ ແຕ່ຜົວຂອງລາວ ໄດ້ຖືກຂ້າຕາຍສາມມື້ຕໍ່ມາ.

ກະຂວງປ້ອງກັນປະເທດຣັດເຊຍກ່າວວ່າ ພວກທະຫານຣັດເຊຍທີ່ຖືກປ່ອຍໂຕໄດ້ສົ່ງໄປມົສກູໂດຍເຮືອບິນທະຫານ ເພື່ອຮັບການປິ່ນປົວດ້ານການແພດ ແລະພັກ​ຟື້ນ.

ໃນຂະນະດຽວກັນ ປະທານາທິບໍດີເບ​ລາຣຸສ ທ່ານອາເລກຊານເດີ ລູກາເຊັນໂກ ໄດ້ກ່າວໃນວັນຈັນວານນີ້ວ່າ ປະເທດຂອງທ່ານ ຕ້ອງການການຄໍ້າປະກັນຄວາມປອດໄພຈາກຣັດເຊຍ ອີງຕາມລາຍງານ​ການ​ອອກ​ອາ​ກາດ​ລັດຖະບານ BelTa.

ການ​ໃຫ້​ຄວາມ​ເຫັນໄດ້ມີຂຶ້ນໃນຂະນະທີ່ີທ່ານລູກາເຊັນໂກ ໄດ້ເປັນເຈົ້າພາບຕ້ອນຮັບລັດຖະມົນຕີປ້ອງກັນປະເທດຣັດເຊຍ ທ່ານເຊີເກ ຊອຍກູ.

Russia and Ukraine have traded more than 200 soldiers in their latest prisoner swap, officials said Monday.

Russia's Defense Ministry said 106 of its soldiers were released from Ukrainian custody, while Andriy Yermak, Ukrainian President Volodymyr Zelenskyy's chief of staff, said that Russia freed 100 Ukrainian prisoners.

Neither announcement disclosed details of how the prisoner exchange was carried out. Yermak said on Telegram that some of the Ukrainian soldiers have severe injuries and illnesses.

He said the latest of the sporadic prisoner swaps during the 14-month war was "not an easy one," but did not elaborate. Exchanging prisoners is one of the few areas of cooperation between Ukraine and Russia.

Ukraine's Coordination Headquarters for the Treatment of Prisoners of War alleged that almost half of the 80 men and 20 women soldiers who returned home "have serious injuries, illnesses or have been tortured," although it offered no evidence for its claims.

Ukrainian news reports said one of the female prisoners returned is Valeriia Karpilenko, a border guard who had helped defend Mariupol's Azovstal steel plant. Last May, she married a Ukrainian soldier in the steel plant's basement while Russian forces surrounded the complex, but her husband was killed three days later.

The Russian Defense Ministry said the freed Russians were being flown on military transport planes to Moscow for medical treatment and rehabilitation.

Belarus seeks assurances

Meanwhile, Belarusian President Alexander Lukashenko said Monday his country needs security guarantees from Russia, according to state broadcaster BelTA.

The comments came as Lukashenko hosted Russian Defense Minister Sergei Shoigu.

XS
SM
MD
LG