ເບລາຣຸສ ໄດ້ເລີ້ມການດຳເນີນຄະດີແບບຫຼັບຫຼັງ ຜູ້ນຳຝ່າຍຄ້ານ ທ່ານນາງ ສະວິຕ໌ລານາ ຊິກຄານຸສກາຢາ (Sviatlana Tsikhanouskaya) ໃນວັນຈັນຜ່ານມານີ້ ອີງຕາມລາຍງານ ອົງການຂ່າວແບລຕາ ຂອງທາງການເບລາຣຸສ.
ທ່ານນາງ ຊິກຄານຸສກາຢາ ໄດ້ຫລົບໜີອອກຈາກເບລາຣຸສ ຫຼັງຈາກທີ່ໄດ້ລົງແຂ່ງຂັນໃນການເລືອກຕັ້ງປະທານາທິບໍດີ ປີ 2020 ກັບ ປະທານາທິບໍດີ ອາແລັກແຊນເດີ ລູກາເຊັງໂກ ທີ່ໄດ້ເກີດການປະທ້ວງຂະໜາດໃຫຍ່ ຍ້ອນຂໍ້ກ່າວຫາໃນການສໍ້ໂກງຄະແນນສຽງ ທີ່ໄດ້ເຮັດໃຫ້ທ່ານລູກາເຊັງໂກ ຊະນະອີກສະໄໝນຶ່ງ.
ໃນການຖະແຫລງ ຕໍ່ອົງການຂ່າວຕ່າງໆ ໃນປະເທດສະວິດເຊີແລນ ທ່ານນາງ ຊິກຄານຸສກາຢາ ໄດ້ເອີ້ນການດຳເນີນຄະດີຂອງທ່ານນາງ ວ່າ “ເລື້ອງຕະລົກ” ແລະໄດ້ກ່າວວ່າ ທ່ານນາງບໍ່ໄດ້ຮັບອະນຸຍາດ ໃຫ້ເຂົ້າເຖິງເອກະສານສຳເນົາຂອງສານເລີຍ.
ຂໍ້ຫາຕ່າງໆຕໍ່ທ່ານນາງ ລວມມີທໍລະຍົດຕໍ່ຊາດ ສົມຮູ້ຮ່ວມຄິດ ເພື່ອຢຶດອຳນາດ ແລະນຳພາອົງການຫົວຮຸນແຮງ.