ເຈົ້າໜ້າທີ່ເບລາຣຸສ ໄດ້ຈັບກຸມນັກຂ່າວທີ່ມີຊື່ສຽງຄົນນຶ່ງ ທີ່ເຄີຍເຮັດວຽກໃຫ້ແກ່ອົງການຂ່າວຕ່າງໆ ຮວມທັງວິທະຍຸຢູໂຣບເສີລີ/ວິທະຍຸອິດສະຫຼະພາບ ຫຼືທີ່ເອີ້ນເປັນພາສາອັງກິດວ່າ RFE/RL.
ຕຳຫຼວດໄດ້ບຸກເຂົ້າກວດຄົ້ນ ອາພາດເມັນທ່ານອິນຮາ ຄານີ (Inhar Karnie) ໃນວັນຈັນແລ້ວ ທີ່ນະຄອນຫຼວງມິງສ໌ ພ້ອມທັງຢຶດເອົາຄອມພິວເຕີ້ ໂທລະສັບ ແລະກໍຈັບໂຕນັກຂ່າວ.
ທ່ານຄານີໄດ້ຖືກຄວບຄຸມໂຕໄວ້ ທີ່ສູນຄຸມຂັງກ່ອນດຳເນີນຄະດີ ອາແຄຣັສຕີນາ (Akrestina) ແລະກໍບໍ່ສາມາດຕິດຕໍ່ກັບທະນາຍຄວາມຫຼືຄອບຄົວຂອງທ່ານ ອີງຕາມຄຳເວົ້າລູກສາວຂອງທ່ານ ນາງໂພລີນາ.
“ພໍ່ໄດ້ຖືກຈັບເມື່ອ 10 ມື້ກ່ອນ ລາວຢູ່ທີ່ອາແຄຣັສຕີນາ. ເຮືອນໄດ້ຖືກຄົ້ນ” ລູກສາວຂອງທ່ານກ່າວຕໍ່ວິທະຍຸຢູໂຣບເສລີແລະອິດສະຫຼະພາບ.
ສູນຄຸມຂັງອາແຄຣັສຕີນາ ແມ່ນເປັນທີ່ຮູ້ກັນດີ ກ່ຽວກັບສະພາບການທີ່ໂຫດຮ້າຍແລະການປະຕິບັດແບບບໍ່ຖືກຕ້ອງຕໍ່ຜູ້ທີ່ຖືກຄຸມຂັງ ອີງຕາມກຸ່ມປົກປ້ອງສິດທິມະນຸດ ວີອາສນາ ຂອງເບລາຣຸສ.
ສະຖານທູດເບລາຣຸສຢູ່ນະຄອນຫຼວງວໍຊິງຕັນບໍ່ຍອມໃຫ້ຄວາມເຫັນໂດຍກົງໃດໆ ກ່ຽວກັບຄະດີນັກຂ່າວທີ່ຖືກຄຸມຂັງ ແລະຂໍໃຫ້ວີໂອເອຕິດຕໍ່ຫາກະຊວງການຕ່າງປະເທດ.