ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເບລາຣຸສ ອະນຸຍາດໃຫ້ຕຳຫຼວດ ໃຊ້ອາວຸດປືນ ຕໍ່ຜູ້ປະທ້ວງ


ປະຊາຊົນ, ເຊິ່ງສ່ວນໃຫຍ່ແມ່ນຜູ້ສູງອາຍຸ, ຖຽງກັບຕຳຫຼວດ ໃນລະຫວ່າງການຊຸມນຸມຄັດຄ້ານ ເພື່ອປະທ້ວງຜົນການເລືອກຕັ້ງປະທານາທິບໍດີຢ່າງເປັນທາງການ. ນະຄອນຫຼວງ ມິງສ໌, ເບລາຣຸສ. 12 ຕຸລາ, 2020.
ປະຊາຊົນ, ເຊິ່ງສ່ວນໃຫຍ່ແມ່ນຜູ້ສູງອາຍຸ, ຖຽງກັບຕຳຫຼວດ ໃນລະຫວ່າງການຊຸມນຸມຄັດຄ້ານ ເພື່ອປະທ້ວງຜົນການເລືອກຕັ້ງປະທານາທິບໍດີຢ່າງເປັນທາງການ. ນະຄອນຫຼວງ ມິງສ໌, ເບລາຣຸສ. 12 ຕຸລາ, 2020.

ລັດຖະບານ ເບລາຣຸສ ເວົ້າວ່າ ຕຳຫຼວດປັດຈຸບັນນີ້ ໄດ້ຮັບອະນຸຍາດໃຫ້ໃຊ້ອາວຸດປືນຕໍ່ຜູ້ປະທ້ວງ “ຖ້າມີຄວາມຈຳເປັນ” ໃນຂະນະທີ່ການປະທ້ວງເພື່ອ ຮຽກຮ້ອງໃຫ້ປະທານາທິບໍດີ ອາເລັກແຊນເດີ ລູຄາເຊັນໂກ ລາອອກຈາກຕຳແໜ່ງຍັງດຳເນີນຕໍ່ໄປໃນວັນຈັນວານນີ້.

ກະຊວງພາຍໃນໄດ້ກ່າວໃນຖະແຫຼງການສະບັບນຶ່ງໃນວັນຈັນວານນີ້ວ່າ ການຊຸມນຸມຕ່າງໆ “ໄດ້ກາຍເປັນການຈັດຕັ້ງ ແລະ ມີຫົວຮຸນແຮງສຸດຂີດ.”

ເຂົາເຈົ້າໄດ້ກ່າວວ່າ “ໃນກໍລະນີນີ້, ພະນັກງານ ແລະ ກອງກຳລັງກະຊວງພາຍໃນຈະບໍ່ອອກໄປຈາກຖະໜົນ, ຖ້າມີຄວາມຈຳເປັນ, ກໍຈະໃຊ້ອຸປະກອນພິເສດ ແລະ ອາວຸດທາງທະຫານ.”

ກະຊວງດັ່ງກ່າວຍັງໄດ້ປະກາດໃນວັນຈັນວານນີ້ວ່າ ປະຊາຊົນຫຼາຍກວ່າ 700 ຄົນ ໄດ້ຖືກກັກຂັງ ໃນການປະທ້ວງນຶ່ງວັນກ່ອນໜ້ານັ້ນ. ເຂົາເຈົ້າໄດ້ກ່າວວ່າ ຜູ້ທີ່ຖືກກັກຂັງໃນວັນອາທິດທີ່ຜ່ານມາ, 570 ຄົນ ໃນນັ້ນແມ່ນຍັງຖືກຄວບຄຸມຕົວ ເພື່ອລໍຖ້າການຟັງຄຳໃຫ້ການໃນສານ.

ປະຊາຊົນຫຼາຍກວ່າ 2,200 ຄົນທີ່ສ່ວນໃຫຍ່ແມ່ນຜູ້ສູງອາຍຸນັ້ນ ໄດ້ເຂົ້າຮ່ວມໃນການເດີນຂະ ບວນຂອງຜູ້ອອກບຳນານ ຕໍ່ຕ້ານລັດຖະບານໃນນະຄອນຫຼວງ ມິງສ໌ ເມື່ອວັນຈັນວານນີ້. ເຂົາເຈົ້າໄດ້ຮ້ອງວ່າ “ຈົ່ງໜີໄປ” ແລະ ບາງຄົນກໍໄດ້ໂບກທຸງທີ່ເປັນສັນຍາລັກຂອງການຄັດຄ້ານໄປມາ. “

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG