ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກີດເຫດລະເບີດແຕກ ຢ່າງຮຸນແຮງ ໃນນະຄອນຫຼວງ ເບຣຸດຂອງ ເລບານອນ


ຄວັນໄຟປິວຂຶ້ນທ້ອງຟ້າໃນນະຄອນຫຼວງເບຣຸດ, ປະເທດ ເລບານອນ. ວັນທີ 4 ສິງຫາ, 2020. ພາບນີ້ໄດ້ມາຈາກສື່ສັງຄົມ (Karim Sokhn/Instagram/Ksokhn + Thebikekitchenbeirut/via Reuters)
ຄວັນໄຟປິວຂຶ້ນທ້ອງຟ້າໃນນະຄອນຫຼວງເບຣຸດ, ປະເທດ ເລບານອນ. ວັນທີ 4 ສິງຫາ, 2020. ພາບນີ້ໄດ້ມາຈາກສື່ສັງຄົມ (Karim Sokhn/Instagram/Ksokhn + Thebikekitchenbeirut/via Reuters)

ນາຍົກລັດຖະມົນຕີ ທ່ານ ຮາສຊານ ດີອາບ ໄດ້ປະກາດວັນພຸດມື້ນີ້ໃຫ້ ເປັນວັນໄວ້ອາໄລມື້ນຶ່ງ ໃນເລບານອນ ຫຼັງຈາກເຫດລະເບີດຮຸນແຮງໄດ້ທຳລາຍ ທ່າເຮືອໃນນະຄອນຫຼວງເບຣຸດ. ອົງການກາແດງ ເລບານອນ ກ່າວໃນຖະແຫຼງ ການສະບັບນຶ່ງໃນຕອນເຊົ້າວ່າ ຫຼາຍກວ່າ 100 ຄົນໄດ້ເສຍຊີວິດ ແລະ ຢ່າງໜ້ອຍ​ 4,000​ ຄົນໄດ້ຮັບບາດເຈັບ.

ບັນດາເຈົ້າໜ້າທີ່ກ່າວວ່າ ເຂົາເຈົ້າຄາດວ່າຕົວເລກຂອງຜູ້ເຄາະຮ້າຍຈະເພີ່ມຂຶ້ນ ອີກ ໃນຂະນະທີ່ບັນດາເຈົ້າໜ້າທີ່ທຳການຄົ້ນຫາໃນຊາກຫັກພັງຂອງຕຶກ ແລະ ປະຊາຊົນຊອກຫາຄອບຄົວ ແລະ ໝູ່ເພື່ອນທີ່ຫາຍໄປ.

ສາເຫດທີ່ແທ້ຈິງຂອງການລະເບີດໃນວັນອັງຄານວານນີ້ແມ່ນຍັງບໍ່ຮູ້ຢ່າງແນ່ນອນເທື່ອ, ແຕ່ບັນດາເຈົ້າໜ້າທີ່ເລບານອນ ໄດ້ຕັ້ງຈຸດເພັ່ງເລັງໃສ່ສິ່ງທີ່ເຂົາເຈົ້າເວົ້າວ່າ ເປັນສານ ແອມໂມນຽມ ໄນເທຣດ (Ammonium Nitrate) ຫຼາຍໂຕນ ທີ່ຖືກເກັບ ໄວ້ ຢູ່ໃນສາງທ່າເຮືອເປັນເວລາ 6 ປີທີ່ຜ່ານມາ.

ການລະເບີດໄດ້ເກີດຂຶ້ນໃນຕອນແລງ, ສົ່ງຄວັນຮູບເຫັດຂະໜາດໃຫຍ່ຂຶ້ນສູ່ທ້ອງຟ້າ ແລະ ຄື້ນສັ່ນສະເທືອນໄດ້ທຳລາຍປະຕູ ແລະ ປ່ອງຢ້ຽມຂອງຕຶກທີ່ຕັ້ງຢູ່ໄກຈາກທ່າເຮືອ, ເຮັດໃຫ້ລົດປີ້ນ ແລະ ຕຶກຫຼາຍຫຼັງໄດ້ຮັບຄວາມເສຍຫາຍ.

ຜົນທີ່ຕາມມາ, ໂຮງໝໍແມ່ນເຕັມໄປດ້ວຍປະຊາຊົນທີ່ຊອກຫາການປິ່ນປົວ.

ສະຖານທູດ ສະຫະລັດ ໃນນະຄອນຫຼວງ ເບຣຸດ ໄດ້ຮຽກຮ້ອງໃຫ້ປະຊາຊົນ ຢູ່ພາຍໃນບ້ານຍ້ອນມີລາຍງານວ່າມີ ແກັສເປັນພິດຖືກປ່ອຍອອກມາໃນການ ລະເບີດ.

ບັນດາຜູ້ນຳໄດ້ຮຽກຮ້ອງໃຫ້ທຳການສືບສວນສອບສວນຢ່າງວ່ອງໄວ, ໂດຍທີ່ທ່ານ ດີອາບ ສັນຍາວ່າ “ຈະນຳເອົາຜູ້ຮັບຜິດຊອບມາລົງໂທດ.”

ປະທານາທິບໍດີ ເລບານອນ ທ່ານ ມິແຊລ ອາອູນ, ຜູ້ທີ່ໄດ້ຮຽກຈັດກອງປະຊຸມຄະນະລັດຖະບານສຸກເສີນໃນວັນພຸດວານນີ້, ໄດ້ກ່າວວ່າຜູ້ທີ່ມີຄວາມຮັບຜິດຊອບຈະປະເຊີນກັບ “ການລົງໂທດທີ່ຮຸນແຮງທີ່ສຸດ.”

ທ່ານ ອາອູນ ໄດ້ກ່າວໃນ ທວິດເຕີ ວ່າ “ມັນເປັນທີ່ຍອມຮັບບໍ່ໄດ້ທີ່ໄດ້ມີການຂົນສົ່ງສານ ແອມໂມນຽມ ໄນເທຣດ ຄາດວ່າ 2750 ໂຕນໃນສາງແຫ່ງນຶ່ງເປັນເວລາ 6 ປີທີ່ຜ່ານມາ ໂດຍບໍ່ມີການໃຊ້ມາດຕະການປ້ອງກັນທີ່ໄດ້ສົ່ງຜົນອັນຕະລາຍຕໍ່ຄວາມປອດໄພຂອງປະຊາຊົນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG