ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸງເບຣຸດຟື້ນໂຕ ຄືນມາອີກ ຫລັງຈາກ ຖືກສົງຄາມ ທໍາລາຍ ເມື່ອ 20 ປີກ່ອນ (ສະໄລດ໌)


Matan kungiyar Musulmi ta FOMWAN reshen jihar Sokoto su na gangamin nuna bacin rai kan satar dalibai mata na Chibok.
Matan kungiyar Musulmi ta FOMWAN reshen jihar Sokoto su na gangamin nuna bacin rai kan satar dalibai mata na Chibok.
ພຽງເມື່ອ 20 ປີກ່ອນເທົ່ານັ້ນ ທີ່ນະຄອນເບຣຸດໄດ້ຖືກທໍາລາຍ
ມ້າງເພໂດຍສົງຄາມກາງ ເມືອງ. ດຽວນີ້ ແມ່ນເປັນທີຂອງຊີເຣຍ
ປະເທດເພື່ອນບ້ານ ທີ່ກໍາລັງຜ່ານຜ່າສົງຄາມກາງເມືອງ. ແຕ່ວ່າ ການກັບຄືນມາເກີດໃໝ່ຂອງກຸງເບຣຸດ, ນະຄອນຫລວງຂອງເລ
ບານອນ ໄດ້ສະແດງໃຫ້ເຫັນວ່າ ຕົວເມືອງຕ່າງໆ ໄດ້ກັບຄືນມາ
ຮຸ່ງເຮືອງໄດ້ຄືນອີກຈັ່ງໃດ.

ໂຮງແຮມ Holiday Inn ເກົ່າຂອງນະຄອນເບຣຸດແມ່ນ ຖືກໝາຍ
ໄປດ້ວຍຮູລູກປືນ ຊຶ່ງ ໄດ້ເຮັດໃຫ້ຜູ້ທ່ຽວຊົມນຶກເຫັນເຫດການທີ່
ການສູ້ລົບກັນ ຄັ້ງນຶ່ງໄດ້ລະເບີດຂຶ້ນຢູ່ຕາມເສັ້ນຂຽວ ຫລື Green
line ທີ່ແບ່ງແຍກເຂດຂອງຊາວມຸສລິມ ຢູ່ທາງຕາເວັນຕົກ ແລະ
ຊາວ ຄຣິສຕຽນຢູ່ກໍ້າຕາເວັນອອກນັ້ນ.

ໃນເວລາຂອງຊົ່ວລຸ້ນຄົນນຶ່ງ ຮ້ານກາເຟຕາມຖະໜົນ ເຕັມໄປດ້ວຍຜູ້ຄົນ. ເຂດຕົວເມືອງ ໃໝ່ ຂອງນະຄອນເບຣຸດ ແມ່ນເປັນເຂດທີ່ເຕັມໄປດ້ວຍຮ້ານຂາຍເຄື່ອງຈະເລີນຫູຈະເລີນ ຕາ, ຕຶກຫໍພັກສູງ ແລະອາຄານຫ້ອງການຕ່າງໆ-ພ້ອມທັງລົດຍົກທີ່ໃຊ້ໃນການກໍ່ສ້າງ. ນະ ຄອນເບຣຸດ ສ່ວນໃຫຍ່ແມ່ນໄດ້ຖືກບູລະນະສ້າງສາຄືນໃໝ່.

ທ່ານ Oliver Martin-Robinson ນັກວິເຄາະຊາວອັງກິດຢູ່ທີ່ນັ້ນ ໄດ້ເຫັນການປຸກຕຶກ ອາຄານສູງຕ່າງໆຂຶ້ນມາ. ທ່ານ Martin-Robinson ເວົ້າວ່າ “ມີການຂະຫຍາຍໂຕຢ່າງ ໃຫຍ່ ໃນການກໍ່ສ້າງຢູ່ໃນນະຄອນເບຣຸດ ແລະມັນໄດ້ເປັນເຊັ່ນນັ້ນມາໄດ້ຫລາຍປີແລ້ວ.” “ສ່ວນຫລາຍມັນໄດ້ສຸມໃສ່ການສ້າງຕຶກອາຄານຫລູຫລາ, ພ້ອມທັງຫ້ອງການໃຫ້ເຊົ່າທີ່ ຫລູຫລາອີກດ້ວຍ ຢູ່ໃນເຂດໃຈກາງເມືອງ.”

ຮ້ານຂາຍເຄື່ອງໃຫຍ່ ຫລື Mall ທີ່ຫລູຫລາຕ່າງໆ ເຫລົ່ານີ້ ແລະຫໍພັກທີ່ມີມູນຄ່າເປັນ ລ້ານໂດລາຫລາຍແຫ່ງ ແມ່ນໄດ້ສ້າງຂຶ້ນເພື່ອພວກຢູ່ເຂດອ່າວເປີເຊຍ. ພວກນັກທ່ອງ ທ່ຽວຈາກເຂດອ່າວເປີເຊຍເຫລົ່ານີ້ ແມ່ນພາກັນມາທ່ຽວເພື່ອຊອກຫາຄວາມສະນຸກສະ ໜານກັບແບບແຜນດໍາລົງຊີວິດຂອງກຸງເບຣຸດ ທີ່ມີປະຫວັດໃນການໂຍະຍານຜ່ອນຜັນ ແລະບາງຄັ້ງກໍມີການປະສົມປະສານໄປນໍາ.

ແຕ່ພາຍຫລັງສົງຄາມກາງເມືອງໄດ້ເກີດຂຶ້ນໃນຊີເຣຍ ລາຍງານກ່ຽວກັບການກໍ່ຄວາມຮຸນ ແຮງ ໄດ້ເຮັດໃຫ້ພວກນັກທ່ອງທ່ຽວບໍ່ກ້າໄປທີ່ນັ້ນ. ລັດຖະບານຂອງບັນດາປະເທດຢູ່ໃນ ເຂດອ່າວເປີເຊຍ ແລະປະເທດເທີກີ ໄດ້ເຕືອນປະຊາຊົນຂອງປະເທດເຂົາເຈົ້າ ບໍ່ໃຫ້ໄປ ຢ້ຽມຢາມກຸງເບຣຸດໃນປີນີ້ ຍ້ອນມີການນາບຂູ່ທີ່ເຟືອດຫຼືລາມມາຈາກການກໍ່ຄວາມ ຮຸນແຮງ ຢູ່ໃນຊີເຣຍນັ້ນ.

ເບິ່ງປະມວນພາບການສ້າງຄືນໃໝ່ຂອງນະຄອນເບຣຸດ:
XS
SM
MD
LG