ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພົນລະເມືອງຂອງປັກກິ່ງ ແລະ ຊຽງໄຮ ພາກັນກັບຄືນໄປເຮັດວຽກ ຂະນະທີ່ ຈີນ ຄ່ອຍໆກັບຄືນສູ່ການດຳລົງຊີວິດກັບພະຍາດໂຄວິດ


ພວກຜູ້ໂດຍສານລົດໄຟໃຕ້ດິນ ໃນລະຫວ່າງຕອນເຊົ້າ ເປັນຊ່ວງເວລາທີ່ຄົນພາກັນຟ້າວໄປການ ທ່າມກາງການລະບາດຂອງພະຍາດໂຄວິດ-19 ໃນນະຄອນຫຼວງປັກກິ່ງຂອງຈີນ, ວັນທີ 26 ທັນວາ 2022.
ພວກຜູ້ໂດຍສານລົດໄຟໃຕ້ດິນ ໃນລະຫວ່າງຕອນເຊົ້າ ເປັນຊ່ວງເວລາທີ່ຄົນພາກັນຟ້າວໄປການ ທ່າມກາງການລະບາດຂອງພະຍາດໂຄວິດ-19 ໃນນະຄອນຫຼວງປັກກິ່ງຂອງຈີນ, ວັນທີ 26 ທັນວາ 2022.

ພົນລະເມືອງຂອງນະຄອນຫຼວງປັກກິ່ງແລະນະຄອນຊຽງໄຮ ໄດ້ພາກັນໃສ່ໜ້າ ກາກ ເມື່ອພວກເຂົາໄປສະຖານີລົດໄຟໃຕ້ດິນຢ່າງໜາແໜ້ນໃນວັນຈັນມື້ນີ້ ໂດຍ ທັງສອງເມືອງໃຫຍ່ທີ່ສຸດຂອງຈີນນັ້ນພວມຍັບເຂົ້າໃກ້ຫຼາຍຂຶ້ນ ໃນການດຳລົງຊີ ວິດກັບພະຍາດໂຄວິດ-19, ໃນຂະນະທີ່ຫຼາຍລ້ານຄົນໄດ້ຕິດພະຍາດດັ່ງກ່າວ ຢ່າງແຜ່ຫຼາຍໂດຍບໍ່ໄດ້ກວດຫາໄວຣັສນີ້ໃນທົ່ວປະເທດ.

ພາຍຫຼັງຈາກສາມປີຂອງມາດຕະການຕໍ່ຕ້ານໄວຣັສໂຄໂຣນາ ເພື່ອຫລຸດຜ່ອນ ພະຍາດທີ່ເຂັ້ມງວດນັ້ນ, ປະທານປະເທດ ສີ ຈິ້ນຜິງ ກໍໄດ້ຍົກເລີກນະໂຍບາຍ ສູນໂຄວິດຂອງປະເທດ ໃນການປິດເມືອງ ຫຼື ລັອກດາວ ແລະການກວດຫາໄວຣັສຢ່າງບໍ່ລົດລະໃນເດືອນນີ້ ທ່າມກາງການປະເຊີນກັບການປະທ້ວງ ແລະການແຜ່ລະບາດທີ່ຂະຫຍາຍອອກຢ່າງກວ້າງຂວາງ.

ບັນດານັກຊ່ຽວຊານດ້ານສາທາລະນະສຸກ ແລະພົນລະເມືອງທັງຫຼາຍເປັນຫ່ວງວ່າ ສະຖິຕິຂອງຈີນ ຊຶ່ງສະແດງໃຫ້ເຫັນວ່າ ບໍ່ມີລາຍງານຂອງການເສຍຊີວິດໃໝ່ ຍ້ອນພະຍາດໂຄວິດ ເປັນເວລາຫົກວັນຜ່ານມາຈົນເຖິງວັນອາທິດວານນີ້ ບໍ່ໄດ້ສະທ້ອນເຖິງໂຕເລກທີ່ແທ້ຈິງຂອງການເສຍຊີວິດເລີຍ ແລະອັນທີ່ວ່າ ລະບົບສາທາລະນະສຸກຂອງປະເທດທີ່ບອບບາງນັ້ນ ພວມຖືກຖ້ວມລົ້ນດ້ວຍຄົນປ່ວຍ.

ຫຼັງ​ຈາກການ​ສະ​ເທືອນໃນເບື້ອງຕົ້ນ ກ່ຽວ​ກັບການຫັນປ່ຽນທິດທາງນະໂຍບາຍດັ່ງກ່າວ ແລະ ສອງ​ສາມອາທິດຊຶ່ງພວກຄົນໃນນະຄອນຫຼວງປັກກິ່ງ ແລະ ຊຽງໄຮ ໄດ້ພາກັນຢູ່ພາຍໃນເຮືອນ, ບໍ່ວ່າຈະເປັນ​ການຮັບມືກັບພະຍາດໂຄວິດ ຫຼື ພະຍາຍາມຫລີກເວັ້ນມັນນັ້ນ, ມັນກໍມີສັນຍານຕ່າງໆທີ່ວ່າ ຊີວິດແມ່ນກຳລັງກັບຄືນເຂົ້າສູ່ສະພາບປົກກະຕິ.

ພວກຄົນພາກັນໄປທ່ຽວຕະຫຼາດ ຄຣິສມັສ, ໃນຂະນະທີ່ ການລະບາດຂອງພະຍາດໂຄວິດ-19 ຍັງມີຢູ່ຕໍ່ເນື່ອງ, ໃນນະຄອນຊຽງໄຮ ຂອງຈີນ, ວັນທີ 24 ທັນວາ 2022.
ພວກຄົນພາກັນໄປທ່ຽວຕະຫຼາດ ຄຣິສມັສ, ໃນຂະນະທີ່ ການລະບາດຂອງພະຍາດໂຄວິດ-19 ຍັງມີຢູ່ຕໍ່ເນື່ອງ, ໃນນະຄອນຊຽງໄຮ ຂອງຈີນ, ວັນທີ 24 ທັນວາ 2022.

ລົດໄຟໃຕ້ດິນຢູ່ນະຄອນຫຼວງປັກກິ່ງ ແລະຊຽງໄຮ ກໍເຕັມໄປດ້ວຍຜູ້ໂດຍສານ ໃນຂະນະດຽວກັນເສັ້ນທາງການສັນຈອນທີ່ສຳຄັນບາງສາຍ ຢູ່ໃນທັງສອງເມືອງດັ່ງກ່າວ ກໍໄດ້ຕິດຂັດເຕັມໄປດ້ວຍລົດຍົນທີ່ເຄື່ອນຍ້າຍຢ່າງຊ້າໆ ໃນວັນຈັນມື້ນີ້ ໃນຂະນະທີປະ​ຊາ​ຊົນທັງຫຼາຍພາກັນເດີນທາງກັບຄືນໄປເຮັດວຽກ.

“ຂ້ອຍພ້ອມແລ້ວທີ່ຈະດຳລົງຊີວິດກັບໂຣກລະບາດນີ້” ນາງລິນ ສີຊິນ ອາຍຸ 25 ປີ ພົນລະເມືອງຊຽງໄຮ ໄດ້ກ່າວ ແລະນາງກ່າວຕໍ່ໄປວ່າ “ລັອກດາວ ບໍ່ແມ່ນ ການແກ້ໄຂໄລຍະຍາວ.”

ປີນີ້ ໃນຄວາມພະຍາຍາມເພື່ອປ້ອງກັນການຕິດແປດກັນບໍ່​ໃຫ້ຕົກສູ່ສະພາບ ການທີ່ອາດຄວບຄຸມບໍ່ໄດ້ໃນທົ່ວປະເທດນັ້ນ, ປະຊາຊາຊົນ 25 ລ້ານຄົນຢູ່ ໃນສູນກາງດ້ານການຄ້າຂອງຈີນ ດັ່ງ​ກ່າວ ໄດ້ອົດທົນມາໄດ້ສອງເດືອນໃນ ການຢູ່ຢ່າງໂດດດ່ຽວທີ່ຂົມຂື່ນພາຍໃຕ້ການລັອກດາວ ທີ່ແກ່ຍາວມາຮອດວັນທີ 1 ມິຖຸນາທີ່​ຜ່ານ​ມາ.

ຖະໜົນຫົນທາງທີ່​ມີ​ຊີ​ວິດ​ຊີ​ວາຂອງນະ​ຄອນ​ຊຽງໄຮ ກົງ​ກັນ​ຂ້າມ​ກັບ​ບັນ​ຍາ​ກາດ​ໃນເດືອນເມສາ ແລະພຶດສະພາຢ່າງຫຼວງຫຼາຍ ເມື່ອມັນ​ຍາ​ກທີ່​ຈະ​ເຫັນຄົນຜູ້ໃດ ຢູ່ທາງນອກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG