ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

ຄວາມບໍ່ແຈ່ມແຈ້ງຂອງປັກກິ່ງກ່ຽວກັບມາດຕະການລົງໂທດຕ່າງໆຂອງ ທ່ານ ຣູບີໂອ ເຮັດໃຫ້ເກີດການຄາດເດົາໃນ ຈີນ


ສະມາຊິກສະພາສູງ ທ່ານ ມາຣ໌ໂກ ຣູບີໂອ ໃຫ້ການເປັນພະຍານຕຊ່ໜ້າຄະນະກໍາມາທິການພົວພັນຕ່າງປະເທດ ກ່ຽວກັບການສະເໜີຊື່ຂອງທ່ານ ໃນການດໍາລົງຕໍາແໜ່ງເປັນລັດຖະມົນຕີການຕ່າງປະເທດ, ທີ່ຫໍລັດຖະສະພາ, ນະຄອນຫຼວງວໍຊິງຕັນດີຊີ, ວັນທີ 15 ມັງກອນ 2025. (Photo by ANDREW CABALLERO-REYNOLDS / AFP)
ສະມາຊິກສະພາສູງ ທ່ານ ມາຣ໌ໂກ ຣູບີໂອ ໃຫ້ການເປັນພະຍານຕຊ່ໜ້າຄະນະກໍາມາທິການພົວພັນຕ່າງປະເທດ ກ່ຽວກັບການສະເໜີຊື່ຂອງທ່ານ ໃນການດໍາລົງຕໍາແໜ່ງເປັນລັດຖະມົນຕີການຕ່າງປະເທດ, ທີ່ຫໍລັດຖະສະພາ, ນະຄອນຫຼວງວໍຊິງຕັນດີຊີ, ວັນທີ 15 ມັງກອນ 2025. (Photo by ANDREW CABALLERO-REYNOLDS / AFP)

ຄວາມບໍ່ແຈ່ມແຈ້ງຂອງປັກກິ່ງ ທີ່ກ່າວວ່າ ຕົນຈະຍົກເລີກມາດຕະການລົງໂທດຕ່າງໆທີ່ວາງໄວ້ກັບ ທ່ານ ມາຣ໌ໂກ ຣູບີໂອ (Marco Rubio) ໃນກ່ອນໜ້ານັ້ນ ຫຼືບໍ່, ເຊິ່ງໄດ້ເປັນລັດຖະມົນຕີ ກະຊວງການຕ່າງປະເທດ ສະຫະລັດຄົນໃໝ່ ແລະເປັນຜູ້ຕໍ່ຕ້ານ ຈີນ, ສົ່ງຜົນເຮັດໃຫ້ເກີດການຄາດເດົາຢູ່ໃນເວັບໄຊທ໌ສື່ສັງຄົມຂອງຈີນ ວ່າ ທ່ານ ຣູບີໂອ ຈະກາຍເປັນນັກການທູດສະຫະລັດຄົນທໍາອິດໃນຕໍາແໜ່ງນີ້ ທີ່ບໍ່ສາມາດເດີນທາງໄປຢ້ຽມຢາມ ຈີນ.

ໃນສື່ສັງຄົມອອນລານ ບາຍດູ (Baidu), ເຊິ່ງເປັນເຄື່ອງມືທີ່ໃຊ້ໃນການຊອກຄົ້ນຫາທີ່ນິຍົມໃຊ້ກັນຫຼາຍທີ່ສຸດຂອງ ຈີນ, ຢູ່ໃນອັນດັບສູງສຸດໃນການຕັ້ງຄໍາຖາມເມື່ອຕອນແລງວັນອັງຄານທີ່ຜ່ານມາວ່າ “ຈີນ ຈະຍົກເລີກມາດຕະການລົງໂທດຕໍ່ລັດຖະມົນຕີການຕ່າງປະເທດຄົນໃໝ່ຂອງ ສະຫະລັດ ຫຼື ບໍ່?”

ໃນສື່ສັງຄົມອອນລາຍ ວີໂບ (Weibo), ເຊິ່ງເປັນເວັບໄຊທ໌ ໃຊ້ໃນການຂຽນບົດຄວາມແບບສັ້ນໆ ທີ່ເອີ້ນວ່າ ໄມໂຄຣບລັອກກິງ (microblogging) ຂອງຈີນ ທີ່ຄ້າຍຄືກັບ X, ບັນດາຜູ້ໃຊ້ອິນເຕີເນັດພາກັນສົງໄສວ່າ ທ່ານ ຣູບີໂອ ຈະກາຍມາເປັນລັດຖະມົນຕີການຕ່າງປະເທດສະຫະລັດຄົນທໍາອິດ ທີ່ບໍ່ສາມາດເຂົ້າມາປະເທດຈີນໄດ້.

ຜູ້ໃຊ້ສື່ສັງຄົມ Weibo ຄົນນຶ່ງ ໄດ້ສະແດງຄຳເຫັນວ່າ “ຜູ້ຊາຍຄົນນີ້ຖືກຫ້າມບໍ່ໃຫ້ເຂົ້າໄປໃນປະເທດຈີນແລ້ວ, ດັ່ງນັ້ນ ຈຶ່ງບໍ່ຕ້ອງເວົ້າເຖິງທີ່ຈະໄປຢ້ຽມຢາມຈີນ. ນະເວລານີ້, ຄຳຖາມກໍຄືວ່າ ລາວຈະຈັດການກັບ ຈີນ ໄດ້ແນວໃດ.”

ທ່ານ ຣູບີໂອ, ເປັນສະມາຊິກຄະນະລັດທະມົນຕີ ຄົນທໍາອິດຂອງລັດຖະບານສະໄໝທີສອງຂອງ ທ່ານ ທຣໍາ ທີ່ໄດ້ຮັບການຮັບຮອງຈາກສະພາສູງ, ທ່ານໄດ້ທໍາການສາບານຕົນໃນວັນອັງຄານທີ່ຜ່ານມາ. ແລະທ່ານກໍ​ເປັນນຶ່ງ​ໃນ​ບັນດາ​ສະມາຊິກ​ລັດຖະສະພາ​ທີ່​ເຂັ້ມງວດ​ທີ່​ສຸດ​ກ່ຽວກັບ​ ຈີນ​ ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງສະມາຊິກ​ສະພາ​ສູງ​ ເປັນ​ເວລາ 14 ປີຂອງທ່ານ.

ທ່ານ ຣູບີໂອ, ​ໄດ້​ນຳ​ສະ​ເໜີ​ຮ່າງ​ກົດໝາຍ, ​ໂດຍ​ອອກ​ຖະ​ແຫຼງການ ​ແລະ​ໄດ້​ເຮັດ​ວຽກຮ່ວມ​ກັບ​ບັນດາ​ກຸ່ມ​ສິດທິ​ມະນຸດຕ່າງໆ ທີ່ໄດ້ຕໍາໜິ​ວິຈານຕໍ່ປະຫວັດທາງດ້ານ​ສິດທິ​ມະນຸດ​ຂອງ​ ຈີນ ຫຼາຍທີ່ສຸດ ພ້​ອມທັງ​ອິດ​ທິພົນທີ່ກໍາລັງເພີ້ມ​ຂຶ້ນຢູ່​ໃນ​ທົ່ວ​ໂລກ. ບົດລາຍງານນຶ່ງຂອງ​ສື່​ມວນ​ຊົນ​ລັດ​ຖະບານ​ຈີນ ​ເຄີຍ​ຮ້ອງ​ທ່ານ​ວ່າ “ນັກ​ການ​ເມືອງຫົວຮຸນແຮງທີ່​ຕໍໍ່ຕ້ານ​ ຈີນ ​ຫຼາຍທີ່​ສຸດ​ຂອງ​ອາ​ເມ​ຣິ​ກາ.”

ໃນ​ປີ 2020, ພາຍ​ໃນ​ໄລ​ຍະເວລາ​ນຶ່ງ​ເດືອນ, ທ່ານ ຣູບີໂອ ໄດ້​ຖືກມາດຕະການ​ລົງ​ໂທດ​ສອງ​ຄັ້ງ​ ໂດຍ​ລັດ​ຖະ​ບານ ​ຈີນ.

ຄັ້ງທໍາອິດ ໄດ້ຖືກປະກາດໃນເດືອນກໍລະກົດຂອງປີນັ້ນ ເພື່ອຕອບໂຕ້ຕໍ່ມາດຕະການລົງໂທດຕ່າງໆຂອງລັດຖະບານ ສະຫະລັດ ກ່ຽວກັບໜ່ວຍງານຂອງລັດຖະບານຈີນ ແລະເຈົ້າໜ້າທີ່ຈີນ 4 ຄົນຢູ່ ແຂວງ ຊິນຈຽງ ໃນຂໍ້ຫາທໍາການລະເມີດສິດທິມະນຸດ ເຊິ່ງເກີດຂື້ນຢູ່ໃນພາກພື້ນດັ່ງກ່າວ. ຄັ້ງທີສອງ ຖືກປະກາດໃນເດືອນສິງຫາ ລຸນຫຼັງວໍຊິງຕັນ ໄດ້ວາງມາດຕະການລົງໂທດຕໍ່ເຈົ້າໜ້າທີ່ ຈີນ ແລະ ຮົງກົງ 11 ຄົນ.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

Beijing’s ambiguity on whether it would lift sanctions previously placed on Marco Rubio — the new U.S. secretary of state and a China hawk — has sparked speculation on Chinese social media sites about whether Rubio will become the first American diplomat in his position who can’t visit China.
On Baidu, China’s most popular search engine, sitting atop the trending chart Tuesday night was the question, “Will China remove sanctions on the new U.S. Secretary of State?”
On Weibo, China’s microblogging site similar to X, netizens wonder if Rubio will become the first U.S. secretary of state who won’t be able to come to China.
“This guy has been barred from entering China, let alone visiting China,” one Weibo user commented. “It’s now a question how he will be able to deal with China.”
Rubio, the first Cabinet member of the second Trump administration to be confirmed by the Senate, was sworn in Tuesday. He was one of the toughest congressional lawmakers on China during his 14-year tenure as a senator.
Rubio introduced bills, made statements and worked with rights groups that were highly critical of China’s human rights record and growing influence around the world. A Chinese state media article once called him “one of America's most radical anti-China politicians.”

In 2020, within a period of one month, Rubio was sanctioned twice by the Chinese government.
The first was announced in July of that year as part of the retaliation against the U.S. government’s sanctions of a Chinese government department and four officials in Xinjiang for the alleged human rights violations that took place in the region. The second one was announced in August after Washington sanctioned 11 Chinese and Hong Kong officials.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG