ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປັກກິ່ງ ລາຍງານ ກໍລະນີ ທໍາອິດ ຂອງ ໄຂ້ຫວັດສັດປີກ


China Bird Flu
please wait
Embed

No media source currently available

0:00 0:00:28 0:00
ປັກ​ກິ່ງ ​ໄດ້​ລາຍ​ງານ​ກ່ຽວ​ກັບ​ກໍລະນີທໍາ​ອິດ ທີ່​ໄດ້​ຮັບ​ການ​ຢືນຢັນ
ຂອງ ພະ​ຍາດໄຂ້ຫວັດສັດ​ປີກ​ ສາຍ​ພັນ​ໃໝ່​ຫລ້າ​ສຸດ ຊຶ່ງ​ເທົ່າ​ເຖິງ​
ປັດ​ຈຸ​ບັນ​ນີ້ ມີ​ລາຍ​ງານວ່າລະບາດ​ຢູ່ແຕ່ ​ໃນ​ພາກ​ຕາ​ເວັນ​ອອກ​
ຂອງຈີນທໍ່​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ສາທາລະນະ​ສຸກ ກ່າວ​ວ່າ ​ເດັກນ້ອຍ​ຜູ້​ຍິງ ອາຍຸ
7 ປີ​ໄດ້​ຮັບ​ການຢືນ​ຢັນວ່າ ຕິດ​ເຊື້ອໄວຣັສ H7N9 ​ແລະ​ກໍາລັງ​ປິ່ນປົວ​ຢູ່ທີ່​ໂຮງໝໍ​ໃນ​ກຸງ​ປັກ​ກິ່ງ.

​ມີ 11 ຄົນ​ແລ້ວ ​ໄດ້​ເສຍ​ຊີວິດ ​ໃນພາກ​ຕາ​ເວັນ​ອອກ​ຂອງຈີນ ນັບ​ຕັ້ງ​ແຕ່ມີ​ລາຍ​ງານ​ວ່າ ​ເຊື້ອ​ໄວຣັສ​ດັ່ງກ່າວ​ໄດ້​ຕິດ​ໃສ່ມະນຸດເປັນ​ຄັ້ງ​ທໍາ​ອິດ​ໃນ​ເດືອນ​ແລ້ວ​ນີ້. ​ເຊື້ອ​ໄວຣັສທີ່​ເຊື່ອ​ກັນ​ວ່າ​ໄດ້​ຕິດ​ແຕ່​ສັດ​ປີກໃສ່​ມະນຸດ ພາ​ໃຫ້​ມີ​ການ​ຂ້າ​ສັດ​ປີກ​ຖິ້ມຢູ່ຕາມຟາ​ມລ້ຽງ​ໄກ່​ແຫ່ງ​ຕ່າງໆ ​ແລະຈຳ​ກັດ​ກ່ຽວ​ກັບຮັດ​ແຄບ​ກ່ຽວ​ກັບ​ການ​ຄ້າຂາຍ​ໄກ່.

ບັນດາ​ຜູ້​ຊ່ຽວຊານ ມີຄວາມ​ເປັນ​ຫ່ວງ​ວ່າ ​ພະ​ຍາດ​ໄຂ້ຫວັດ​ສັດ​ປິກສາຍ ພັນໃໝ່ນີ້ ອາດ​ຈະ​ເຮັດໃຫ້​ມີຕິດ​ຕໍ່ກັນ​ໄດ້ງ່າຍຂຶ້ນ ​ແລະ​ກໍ່ໃຫ້ເກີດມີການ ລະບາດຢ່າງ​ຮ້າຍ​ແຮງ ​ເຖິງແມ່ນ​ວ່າອົງການ​ອະນາ​ໄມໂລກຫລື WHO ກ່າວ​ວ່າ ຍັງ​ບໍ່​ທັນ​ມີ​ຫລັກ​ຖານ​ເທື່ອ ທີ່ວ່າເຊື້ອໄວຣັສນີ້​ສາມາດ​ຕິດ​ແປດ​ແຕ່ມະນຸດໄປ​ຫາ​ມະນຸດ​ໄດ້​ກໍ​ຕາມ.

XS
SM
MD
LG