ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປັກກິ່ງ ຕອບໂຕ້ຄືນ ລຸນຫຼັງທ່ານໄບເດັນ ວາງຂອບເຂດຄວາມສໍາພັນ ເປັນ 'ການແຂ່ງຂັນ'


ໂຄສົກກະຊວງການຕ່າງປະເທດຂອງຈີນ ທ່ານນາງໝາວ ໜິງ ຮ່ວມຖະແຫຼງຂ່າວສັ້ນ ໃນນະຄອນຫຼວງປັກກິ່ງ, ຈີນ, ວັນທີ 3 ກຸມພາ 2023.
ໂຄສົກກະຊວງການຕ່າງປະເທດຂອງຈີນ ທ່ານນາງໝາວ ໜິງ ຮ່ວມຖະແຫຼງຂ່າວສັ້ນ ໃນນະຄອນຫຼວງປັກກິ່ງ, ຈີນ, ວັນທີ 3 ກຸມພາ 2023.

ຈີນກ່າວວ່າ ພວກເຂົາຖືກ “ເຮັດໃຫ້ເສຍຊື່ສຽງ” ໃນການກ່າວຄໍາປາໄສຕໍ່ລັດຖະສະພາແລະປະເທດ ຊາດ ຂອງປະທານາທິບໍດີໂຈ ໄບເດັນ, ໃນສິ່ງທີ່ທ່ານຮຽກ ຮ້ອງໃຫ້ມີຄວາມສາມັກຄີສອງພັກ ເພື່ອເປັນແຮງຜັກດັນຕໍ່ຕ້ານປັກ​ກິ່ງ.

ພຽງບໍ່ເທົ່າໃດມື້ ລຸນຫຼັງທີ່ບາລລູນສອດແນມຂອງຈີນ ໄດ້ລອຍຂ້າມເຂົ້າມາໃນ ນ່ານຟ້າຂອງສະຫະລັດ, ທ່ານໄບເດັນກ່າວວ່າ ທ່ານຍັງຄົງເປີດກວ້າງເພື່ອດໍາເນີນງານກັບປັກກິ່ງ “ບ່ອນ​ທີ່​ມັນ​ສາ​ມາດ​ສ້າງຄວາມ​ກ້າວ​ໜ້າ ​ໃຫ້​ແກ່ຜົນປະ ໂຫຍດຂອງຊາວອາເມຣິກັນ ແລະສ້າງຜົນປະໂຫຍດຕໍ່ປະເທດຕ່າງໆຢູ່ໃນທົ່ວໂລກ.”

“ແຕ່​ຢ່າ​ໄດ້​ເຂົ້າ​ໃຈຜິດ,” ທ່ານໄບເດັນ ກ່າວ. “ດັ່ງທີ່ພວກເຮົາໄດ້ສະແດງ​ໃຫ້​ເຫັນ​ຢ່າງ​ຈະແຈ້ງໄປແລ້ວ ໃນອາທິດທີ່ຜ່ານມາ, ຖ້າຈີນ ຫາກທຳ​ການຂົ່ມຂູ່ຕໍ່ອະທິປະໄຕຂອງພວກເຮົາ, ພວກເຮົາຈະປະຕິບັດການຕອບໂຕ້ໃນທັນທີ, ແລະພວກເຮົາກໍໄດ້ປະຕິບັດດັ່ງທີ່ກ່າວມານັ້ນ.”

ປະທານາທິບໍດີ ຍັງໄດ້ສົ່ງເສີມນະໂຍບາຍຂອງລັດຖະບານ ທີ່ເພີ້ມຂໍ້ຈໍາກັດຕ່າງໆທາງດ້ານການຄ້າ ສໍາລັບອຸປະກອນທີ່ມີເທັກໂນໂລຈີສູງບາງອັນ, ໂດຍກ່າວວ່າ ນະໂຍບາຍເຫຼົ່ານັ້ນ ແມ່ນມີເປົ້າໝາຍເພື່ອໃຫ້ໝັ້ນໃຈວ່າ ເທັກໂນໂລຈີຂັ້ນສູງ “ຈະບໍ່ຖືກໃຊ້ເພື່ອຕໍ່ຕ້ານສະຫະລັດ.”

ທ່ານ ໄບເດັນ ກ່າວຕື່ມວ່າ “ເວົ້າໃຫ້ແຈ່ມແຈ້ງ ພວກເຮົາທັງໝົດຕ້ອງລວມເປັນນຶ່ງດຽວ ເພື່ອເອົາຊະນະໃນການແຂ່ງຂັນກັບ ຈີນ. ພວກເຮົາກໍາລັງປະເຊີນກັບສິ່ງທ້າທາຍຮ້າຍແຮງຢູ່ໃນທົ່ວໂລກ.”

ຕອນເຊົ້າຂອງວັນພຸດວານນີ້ ຢູ່ທີ່ນະຄອນຫຼວງປັກກິ່ງ, ທ່ານນາງໝາວ ໜິງ ເຊິ່ງເປັນໂຄສົກກະຊວງການຕ່າງປະເທດຈອງຈີນ ກ່າວໃນລະຫວ່າງການຖະແຫຼງຂ່າວຕາມປົກກະຕິວ່າ ປັກກິ່ງ ແມ່ນ​ບໍ່​ຫຼີກ​ລ່ຽງສໍາລັບການແຂ່ງຂັນ.

ທ່ານນາງກ່າວວ່າ “ຢ່າງໃດກໍຕາມ, ພວກເຮົາຄັດຄ້ານຕໍ່ການກໍານົດກ່ຽວກັບ ຈີນ ​ຄວາມ​ສຳ​ພັນທັງໝົດໂດຍສະຫະລັດ ​ໃສ່ການແຂ່ງຂັນ. ມັນຢູ່ພາຍໃຕ້ຄວາມຮັບຜິດຊອບຂອງປະເທດທີ່ນໍາໃຊ້ການແຂ່ງຂັນເປັນຂໍ້ອ້າງ ສໍາລັບເຮັດໃຫ້ປະເທດອື່ນເສຍຊື່ສຽງ ແລະຈໍາກັດສິດທິທາງກົດໝາຍຂອງພວກເຂົາເຈົ້າ ເພື່ອການພັດທະນາ, ແມ່ນແຕ່ການຂະຫຍາຍອຸດສາຫະກໍາ ແລະການສະໜອງຕ່ອງໂສ້ອຸປະທານ.”

ການ​ໃຫ້​ຄວາມ​ເຫັນຂອງ ທ່ານນາງໝາວ ມີຂຶ້ນລຸນຫຼັງການປະທ້ວງຈາກນັກການທູດຂັ້ນສູງຂອງຈີນ ຕໍ່ເຈົ້າໜ້າທີ່ຂັ້ນສູງຂອງສະຫະລັດ ກ່ຽວກັບການຍິງ ບາລລູນສອດແນມຕົກ ຢູ່ນອກຊາຍຝັ່ງຂອງລັດຄາໂຣໄລນາໃຕ້.

ສະຖານເອກອັກຄະລັດຖະທູດຈີນ ປະຈໍາສະຫະລັດ ກ່າວວ່າ ອຸປະທູດຂອງພວກເຂົາ ທ່ານສູ ເຊຢວນ (Xu Xueyuan) ໄດ້ຍື່ນການ​ປະ​ທ້ວງ​ຢ່າງ​ແຮງ ໃນວັນອັງຄານທີ່ຜ່ານມາ ຕໍ່ເຈົ້າໜ້າທີ່ຂັ້ນສູງຂອງກະຊວງການຕ່າງປະເທດ ແລະເຈົ້າໜ້າທີ່ສະພາຄວາມໝັ້ນຄົງແຫ່ງຊາດຂອງທໍານຽບຂາວ ​ໃນສິ່ງທີ່ປັກກິ່ງກ່າວວ່າ ເປັນ “ການໂຈມຕີຕໍ່ເຮືອບິນພົນລະເຮືອນທີ່ບໍ່ມີຄົນຂັບ ໂດຍການໃຊ້ກໍາລັງຂອງສະຫະລັດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG