ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້​ປະ​ທ້ວງ ປັກ​ກິ່ງ ອ້າງ​ຄຳ​ເວົ້າ​ເ​ຍາະ​ເ​ຍີ້ຍ ກ່ຽວ​ກັບ ອິດ​ທິ​ພົນ​ຕ່າງ​ປະ​ເທດ​ ໃນການ​ປະ​ທ້ວງ


ຜູ້​ປະ​ທ້ວງ​ເຕົ້າ​ໂຮມ​ກັນ​ຢູ່​ໃກ້​ສະ​ຖານ​ກົງ​ສຸນ ຈີນ ເພື່ອ​ສະ​ແດງ​ຄວາ​ມ​ສາ​ມັກ​ຄີ​ກັບ​ຜູ້​ເຂົ້າ​ຮ່ວມ​ກັບ​ເຂົາ​ເຈົ້າ​ໃນ​ທົ່ວ​ໂລກ ເພື່ອ​ປະ​ທ້ວງ​ຕໍ່​ຕ້ານ​ມາດ​ຕະ​ການ​ຕໍ່​ຕ້ານ​ໄວ​ຣັ​ສ​ທີ່​ຮຸນ​ແຮງ​ຂອງ ຈີນ, ລັດ ນິວຢອກ, 29 ພະ​ຈິກ 2022.
ຜູ້​ປະ​ທ້ວງ​ເຕົ້າ​ໂຮມ​ກັນ​ຢູ່​ໃກ້​ສະ​ຖານ​ກົງ​ສຸນ ຈີນ ເພື່ອ​ສະ​ແດງ​ຄວາ​ມ​ສາ​ມັກ​ຄີ​ກັບ​ຜູ້​ເຂົ້າ​ຮ່ວມ​ກັບ​ເຂົາ​ເຈົ້າ​ໃນ​ທົ່ວ​ໂລກ ເພື່ອ​ປະ​ທ້ວງ​ຕໍ່​ຕ້ານ​ມາດ​ຕະ​ການ​ຕໍ່​ຕ້ານ​ໄວ​ຣັ​ສ​ທີ່​ຮຸນ​ແຮງ​ຂອງ ຈີນ, ລັດ ນິວຢອກ, 29 ພະ​ຈິກ 2022.

ໃນຫຼາຍ​ພາບ​ວິ​ດີ​ໂອ​ທີໝຸນ​ວຽນ​ໃນ​ສື່​ສັງ​ຄົມ​ຢ່າງວ່ອງ​ໄວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຜູ້​ປະ​ທ້ວງ​ໃນ​ນະ​ຄອນຫຼວງ ປັກ​ກິ່ງ ໄດ້​ກ່າວ​ຄຳ​ເຍາະ​ເຢີ້ຍ​ວ່າ “ກອ​ງ​ກຳ​ລັງ​ຕ່າງປະ​ເທດ” ແມ່ນ​ຖືກ​ຖິ້ມ​ໂທດ​ໃສ່ ສຳ​ລັບ​ການ​ປະ​ທ້ວງ​ທົ່ວ ຈີນ ຕໍ່​ນະ​ໂຍ​ບາຍ​ໂຄວິດ​ສູນ​ກໍ​ລະ​ນີ​ຂອງ​ລັດ​ຖະ​ບານ.

ຜູ້​ປະ​ທ້ວງ​ຄົນ​ນຶ່ງໄດ້ຖາມ​ໃນ​ການ​ອ້າງ​ເຖິງ​ໄຟ​ໄໝ້​ຕຶກ​ອາ​ພາກ​ເມັ້ນຫຼັງ​ນຶ່ງ​ທີ່​ໄດ້​ສັງ​ຫານ​ຢ່າງ​ໜ້ອຍ 10 ຄົນ ​ທ່າມ​ກາ​ງ​ລາຍ​ງານ​ທີ່​ວ່າ​ ເຂົາ​ເຈົ້າ​ຖືກ​ລັອກ​ຢູ່​ໃນ​ຍ້ອນ​ມາດ​ຕະ​ການ​ຫ້າມ ໂຄວິດ-19 ນັ້ນ​ວ່າ “ຂໍ​ກະ​ລຸ​ນາ​ດ້ວຍ, ຂ້ອຍ​ຂໍ​ຖາມ​ແດ່​ວ່າ: ກອງ​ກຳ​ລັງ​ຕ່າງ​ປະ​ເທດ ເປັນ​ຜູ້​ຈູດ​ໄຟ​ໃນ​ແຂວງ ຊິນ​ຈຽງ ບໍ?”

ຜູ້​ປະ​ທ້ວງ​ຄົນ​ດັ່ງ​ກ່າວ​ໄດ້​ສືບ​ຕໍ່​ຖາມ​ໂດຍ​ອ້າງ​ເຖິງ​ເຫດ​ການ​ທີ່​ເກີດ​ຂຶ້ນ​ໃນ​ເດືອນ​ກັນ​ຍາແລ້ວນີ້ ເຊິ່ງ 27 ໄດ້​ເສຍ​ຊີ​ວິດ​ໃນ​ຂະ​ນະ​ທີ່​ຖືກ​ຂົນ​ສົ່ງ​ໄປ​ສູນ​ກັກ​ບໍ​ລິ​ເວນວ່າ “ລົດ​ບັ​ສ​ໃນ​ເມືອງ ກຸຍ​ໂຈ ຖືກ​ປີ້ນ​ ໂດຍກອງ​ກຳ​ລັງ​ຕ່າງ​ປະ​ເທດບໍ?

ວິ​ດີ​ໂອ​ດັ່ງ​ກ່າວ​ໄດ້​ເລີ່ມ​ຂຶ້ນ​ດ້ວຍ​ຊາຍ​ໜຸ່ມ​ໃສ່​ໜ້າ​ກາກທີ່ບໍ່​ສາ​ມາດ​ລະ​ບຸ​ຊື່​ໄດ້​ ທີ່​ກຳ​ລັງໃຊ້​ໂທ​ລະ​ໂຄ່ງ ​ກ່າວ​ຕໍ່​ຜູ້​ເຂົ້າ​ຮ່ວມ​ທັງຫຼາຍ ​ໃນ​ການ​ປະ​ທ້ວງ​ຕອນ​ແລງ. ລາວ​ໄດ້​ກ່າວ​ວ່າ “ຂ້ອຍ​ຫາ​ກໍ່​ໄດ້​ຂໍ້​ມູນທີ່​ພວກ​ເຮົາ​ຢາກ​ໃຫ້​ທຸກ​ຄົນ​ຟັງ: ຢູ່​ທີ່ນີ້, ເວ​ລານີ້, ຢູ່​ໃນ​ຝູງ​ຄົນ​ນີ້, ມັນ​ມີ​ກອງ​ກຳ​ລັງ​ຕໍ່​ຕ້ານ ຈີນ ຈາກ​ຕ່າງ​ປະ​ເທດ.”

ການ​ກ່າວ​ອ້າງ​ດັ່ງ​ກ່າວ​ໄດ້​ຖືກ​ປະ​ຕິ​ເສດ​ຢ່າງວ່ອງ​ໄວ​ໂດຍ​ປະ​ຊາ​ຊົນ​ຢູ່​ໃນ​ຝູງ​ຄົນ​ນັ້ນ, ເຊິ່ງຫຼາຍ​ຄົນ​ບໍ່​ໄດ້​ໃສ່​ໜ້າ​ກາກ, ຜູ້​ທີ່​ໄດ້​ຮ້ອງ​ໃສ່​ຄືນ ​ດ້ວຍ​ຄຳ​ເວົ້າ​ທີ່​ສຽດ​ສີ.

ຄົນ​ຜູ້​ນຶ່ງ​ໄດ້​ຮ້ອງ​ຕອບ​ຄືນ, ໂດຍ​ອ້າງເຖິງ​ຜູ້​ກໍ່​ຕັ້ງ​ອຸ​ດົມ​ການ ແລະ ຜູ້​ປະ​ຕິ​ບັດ​ລັດ​ທິ​ຄອມ​ມູ​ນິ​ສ ໂຊ​ຫວຽດ​ ວ່າ “ເຈົ້າ​ເວົ້າ​ເຖິງ​ທ່ານ ມາກ​ສ໌, ທ່ານ ເອັງ​ໂກ​ລ​ສ໌,

ທ່ານ ເລ​ນິນ ແລະ ທ່ານ ສ​ຕາ​ລິນ ເປັນ​ກອງ​ກຳ​ລັງ​ຕ່າງ​ປະ​ເທດ​ຫວາ?

ຜູ້​ປະ​ທ້ວງ​ອີກ​ຄົນ​ນຶ່ງ, ທີ່​ໃສ່​ເສື້ອ​ແຈັກ​ເກັດ​ກັນ​ໜາວ​ສີ​ຂາວ, ໄດ້​ຖາມ​ຝູງ​ຄົນ​ວ່າ: ພວກ​ເຮົາ​ທຸກ​ຄົນ​ໄດ້​ຕັດ​ສິນ​ໃຈ​ອອກ​ມາ ແລະ ເຕົ້າ​ໂຮມ​ກັນ​ຢູ່​ທີ່ນີ້​ຍ້ອນກອງ​ກຳ​ລັງ​ຕ່າງ​ປະ​ເທດ ​ໄດ້​ຮຽກ​ຮ້ອງ​ໃຫ້​ເຮົາ​ເຮັດ​ຫວາ?

ສຽງ​ຕອບ​ຢູ່​ໃນ​ຝູງ​ຄົນ​ນັ້ນ​ໄດ້​ຮ້ອງ​ອອກ​ມາ​ວ່າ ບໍ່!

ຜູ້​ຊາຍ​ຄົນ​ນັ້ນ​ໄດ້​ເວົ້າ​ຕໍ່​ວ່າ: ພວກ​ເຮົາ​ຮອດບໍ່​ສາ​ມາດ​ທີ່​ຈະ​ເຂົ້າ​ຫາ​ເວັບ​ໄຊ້​ທີ່​ມີ​ຢູ່ນອກ​ປະ​ເທດ ຈີນ ດ້ວຍ​ຊ້ຳ! ແລ້ວ​ເຈົ້າ​ເວົ້າ​ໄດ້​ແນວ​ໃດ​ວ່າ​ພວກ​ເຮົາ​ບໍ່​ມີ​ຫຍັງ​ກັບ​ກອງ​ກຳ​ລັງ​ຕ່າງ​ປະ​ເທດ? ກອງ​ກຳ​ລັງ​ຕ່າງ​ປະ​ເທດ ​ຈະສາ​ມາດ​ຕິດ​ຕໍ່​ ແລະ ສື່​ສານ​ກັບ​ພວກ​ເຮົາ​ໄດ້​ແນວ​ໃດ?

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG