ລັດຖະມົນຕີກະຊວງການຄ້າຂອງຈີນ ໃຫ້ຄຳໝັ້ນສັນຍາ ກ່ຽວກັບການຄ້າແລະການຮ່ວມ
ມື “ຍຸກໃໝ່” ກັບອາຟຣິກາ ຂະນະທີ່ຜູ້ນຳຂອງຈີນແລະອາຟຣິ ກາເຕົ້າໂຮມກັນທີ່ກຸງປັກກິ່ງ
ເພື່ອສົນທະນາຫາລືກ່ຽວກັບການເສີມຂະຫຍາຍ ຄວາມສຳພັນທາງດ້ານເສດຖະກິດ.
ການໃຫ້ຄວາມເຫັນດັ່ງກ່າວຂອງທ່ານ Chen Deming ຈະເປັນການສະແດງໃຫ້ເຫັນເຖິງ
ການສືບຕໍ່ກ່ຽວກັບການຂະຫຍາຍໂຕຢ່າງໄວຢູ່ແລ້ວ ໃນການລົງທຶນ ຂອງຈີນ ໃນໄລຍະ
ສອງສາມປີຜ່ານມາຢູ່ໃນທົ່ວທະວີບອາຟຣິກາ ທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນນັ້ນ.
ທ່ານ Chen Deming ກ່າວຕໍ່ໜັງສືພິມ China Daily ຂອງທາງການຈີນວ່າ ການຄ້າຂາຍ
ລະຫວ່າງຈີນແລະອາຟຣິກາ ໄດ້ເຕີບໃຫຍ່ຂະຫຍາຍໂຕເປັນປະວັດ ການ 166 ພັນລ້ານ
ໂດລາ ໃນປີ 2011. ທ່ານເວົ້າວ່າ ການລົງທຶນຂອງຈີນ ໃນອາຟຣິກາ ໄດ້ເພີ້ມຂື້ນເປັນ 14
ພັນ 700 ລ້ານໂດລາ ມາຮອດທ້າຍປີກາຍນີ້ ຄືເພີ່ມຂຶ້ນ 60 ເປີເຊນຈາກສອງປີກ່ອນ.
ການໃຫ້ຄວາມເຫັນຂອງທ່ານມີຂຶ້ນຂະນະທີ່ລັດຖະມົນຕີຈາກ 50 ປະເທດໃນອາ ຟຣິກາ
ກຳລັງເດີນທາງມາເຖິງກຸງປັກກິ່ງ ເພື່ອເຂົ້າຮ່ວມກອງປະຊຸມການຮ່ວມມື ຈີນ-ອາຟຣິກາ
ເປັນເວລາສອງມື້ທີ່ນັ້ນ.