ຫວຽດນາມໄດ້ຮັບຮອງເອົາລະບຽບການໃໝ່ ທີ່ໄດ້ລະບຸຢ່າງລະອຽດກ່ຽວກັບການຫ້າມບໍ່ໃຫ້ມີການປະພຶດທີ່ເປັນການສໍ້ລາດບັງຫລວງຂອງພະນັກງານລັດ ເພື່ອໃຫ້ຮັບເອົາຂອງຂວັນໄດ້ໜ້ອຍລົງກວ່າເກົ່າເຖິງຂັ້ນພຽງແຕ່ໝາກໄມ້ກະຕ່າດຽວ.
ດຳລັດເລກທີ 59/2019/ND-CP ຮຽກຮ້ອງໃຫ້ເຈົ້າໜ້າທີ່ລາຍງານຂອງຂວັນທຸກອັນທີ່ເຂົາເຈົ້າໄດ້ຮັບ, ແມ່ນແຕ່ສິ່ງຂອງເລັກໆນ້ອຍໆກໍຕາມ ແລະບອກໃຫ້ຮູ້ກ່ຽວກັບສາຍພົວພັນຂອງຕົນກັບຜູ້ທີ່ເອົາຂອງຂັວນໄດ້ນັ້ນ ແລະຮຽກຮ້ອງໃຫ້ພະນັກງານລັດບໍ່ໃຫ້ຮັບເອົາ "ຂອງຂັວນທີ່ບໍ່ເໝາະສົມ," ຊຶ່ງເປັນຄຳເວົ້າທີ່ບໍ່ມີຄຳນິຍາມຢ່າງລະອຽດ ແຕ່ຖືກຕີຄວາມໝາຍວ່າເປັນການໃຫ້ສິນບົນນັ້ນ.
ບໍລິສັດກົດໝາຍທຸລະກິດ Baker & McKenzie Vietnam ເວົ້າວ່າ ແຕ່ກ່ອນເຄີຍມີຂີດຈຳກັດຢູ່ໃນລະດັບ 5 ແສນດົງ ຫລື ຫລາຍກວ່າ 20 ໂດລາພຽງແຕ່ໜ້ອຍດຽວ ທີ່ພະນັກງານບໍ່ຕ້ອງໄດ້ລາຍງານຂອງຂັວນທີ່ຕົນມັກໄດ້ຮັບ ໃນໂອກາດພິເສດ ເຊັ່ນງານດອງ, ງານສົ່ງສະການ, ແລະງານບຸນທາງການຕ່າງໆ. ດຳລັດໃໝ່ສະບັບນີ້ ແມ່ນໄດ້ລົບລ້າງຂີດຈຳກັດນັ້ນໄປ.
"ພະນັກງານລັດຕ້ອງໄດ້ເປີດເຜີຍຂອງຂັວນທຸກອັນທີ່ເຂົາເຈົ້າໄດ້ຮັບທີ່ມີຈຸດປະສົງບໍ່ເໝາະສົມ, ບໍ່ກ່ຽວຂ້ອງວ່າມູນຄ່າຂອງມັນຈະໜ້ອຍຫລືຫລາຍເທົ່າໃດກໍຕາມ," ອີງຕາມຄຳເວົ້າຂອງບໍລິສັດກົດໝາຍດັ່ງກ່າວ ຢູ່ໃນບົດສະຫລຸບຂອງຕົນໃຫ້ແກ່ລູກຄ້າ.
ດຳລັດທີ່ວ່ານີ້ ເປັນການປ່ຽນແປງຄັ້ງຫລ້າສຸດຢູ່ໃນການດຳເນີນຄວາມພະຍາຍາມຂອງປະເທດດັ່ງກ່າວເມື່ອມໍ່ໆມານີ້ ເພື່ອກຳຈັດການສໍ້ລາດບັງຫລວງໃຫ້ໝົດໄປ, ທີ່ບໍ່ຕ່າງຫຍັງກັບການປຸກລະດົມຢູ່ໃນຈີນ, ປະເທດເພື່ອນບ້ານຈີນທີ່ຢູ່ພາຍໃຕ້ການປົກຄອງຂອງປະທານປະເທດ ສີ ຈິ້ນຜິງນັ້ນ. ຫວຽດນາມໄດ້ສົ່ງບັນດານັກທະນາຄານ, ເຈົ້າໜ້າທີ່ຂັ້ນເມືອງ, ແລະຜູ້ບໍລິຫານບໍລິສັດນ້ຳມັນໄປເຂົ້າຄຸກແລ້ວ. ປັດຈຸບັນນີ້ ປະເທດດັ່ງກ່າວແມ່ນເພັ່ງເລັງໃສ່ພັກຄອມມີວນິສທີ່ປົກຄອງປະເທດນັ້ນ ທີ່ໄດ້ຮັບຮອງເອົາກົດລະບຽບອີກອັນນຶ່ງຊຶ່ງແມ່ນມະຕິ 205 ໃນເດືອນກັນຍາຜ່ານມານີ້ ເພື່ອຫ້າມບໍ່ໃຫ້ມີການຈ່າຍເງິນໃຫ້ໄດ້ຂຶ້ນຊັ້ນ. ນັກວິໄຈເຫດການ, ທ່ານ ຄາ ເທີເຢີ (Carl Thayer) ຄາດຄະເນວ່າ ເມື່ອພັກປະຊຸມກັນໃນເດືອນຕຸລານີ້ ຈະມີບູລິມະສິດສາມຢ່າງສຳລັບກອງປະຊຸມຄົບຄະນະຄັ້ງທີສິບເອັດຂອງສູນກາງພັກ ນັ້ນກໍຄືການກະກຽມກອງປະຊຸມຫລວງຄັ້ງຕໍ່ໄປ, ນະໂຍບາຍຕ່າງປະເທດ ແລະຕ້ານການສໍ້ລາດບັງຫລວງ.
ອົງການວ່າດ້ວຍຄວາມໂປ່ງໃສສາກົນ, ຊຶ່ງເປັນອົງການສິ້ງຊອມເບິ່ງຄວາມໂປ່ງໃສໄດ້ຈັດຫວຽດນາມຢູ່ໃນລະດັບ 117 ໃນຈຳນວນທັງໝົດ 180 ປະເທດ ຢູ່ໃນດັດສະນີຄວາມຄິດເຫັນດ້ານການສໍ້ລາດບັງຫລວງປະຈຳປີຂອງຕົນ.