ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປັກກິ່ງກະກຽມໂຮງໝໍໃໝ່ ເພື່ອຮັບມື ກັບການລະບາດ ຂອງພະຍາດໂຄວິດ- 19 ເຖິງແມ່ນວ່າ ຈຳນວນຜູ້ ຕິດເຊື້ອໃໝ່ ຍັງຕ່ຳຢູ່ກໍຕາມ


ພາບ​ທີ່​ເຜີຍ​ແຜ່​ອອກ​ມາ​ໂດຍ​ອົງ​ການ​ຂ່າວ Xinhua ຂອງ​ຈີນ ​ສະ​ແດງ​ໃຫ້​ເຫັນ​ວ່າ​ ມີ​ຕຽງ​ນອນຂອງ​ຄົນ​ປ່ວຍຈັດ​ໄວ້​ຢູ່​ໂຮງ​ໝໍ​ຊົ່ວ​ຄາວ ໃນ​ນະ​ຄອນ​ຊຽງ​ໄຮ​ຂອງ​ຈີນ, ວັນ​ທີ 21 ເມ​ສາ, 2022.
ພາບ​ທີ່​ເຜີຍ​ແຜ່​ອອກ​ມາ​ໂດຍ​ອົງ​ການ​ຂ່າວ Xinhua ຂອງ​ຈີນ ​ສະ​ແດງ​ໃຫ້​ເຫັນ​ວ່າ​ ມີ​ຕຽງ​ນອນຂອງ​ຄົນ​ປ່ວຍຈັດ​ໄວ້​ຢູ່​ໂຮງ​ໝໍ​ຊົ່ວ​ຄາວ ໃນ​ນະ​ຄອນ​ຊຽງ​ໄຮ​ຂອງ​ຈີນ, ວັນ​ທີ 21 ເມ​ສາ, 2022.

ປັກ​ກິ່ງ​ພວມ​ກະກຽມ​ໂຮງ​ໝໍ​ໃໝ່​ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ເຖິງ​ແມ່ນ​ວ່າຍັງມີ​ຈຳນວນ​ຜູ້​ຕິດ​ເຊື້ອ​ໃໝ່ຕ່ຳ​ຢູ່ກໍ​ຕາມ.

ສື່​ມວນ​ຊົນ​ຂອງ​ລັດ​ລາຍ​ງານ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ໂຮງໝໍ​ຂະໜາດ 1,000 ຕຽງ​ ທີ່ເມືອງ​ສຽວ​ຕັງ​ຊານ (Xiaotangshan) ໃນເຂດ​ຊານເມືອງ​ທາງ​ທິດຕາ​ເວັນ​ອອກສຽງ​ເໜືອຂອງ​ປັກ​ກິ່ງ ​ທີ່​ສ້າງ​ຂຶ້ນ​ເພື່ອ​ຮັບ​ມື​ກັບ​ການ​ລະບາດ​ຂອງ​ພະ ຍາດຊາຣ໌​ສ (SARS) ໃນປີ 2003 ນັ້ນ​ ໄດ້​ຮັບ​ການ​ສ້ອມ​ແປງ​ຄືນ​ໃໝ່​ ເພື່ອ​ກໍລະນີ​ທີ່ມີ​ຄວາມ​ຕ້ອງການ.

ບົດລາຍງານທີ່ບໍ່ເປັນທາງການອອນໄລນ໌ກ່າວວ່າ ຕຽງນອນຫຼາຍພັນຕຽງໄດ້ກະກຽມໄວ້ຢູ່ໃນສູນກັກກັນສູນກາງ ຢູ່ໃກ້ກັບສະຫນາມບິນ, ແຕ່ສື່ມວນຊົນຂອງລັດ ບໍ່ໄດ້ຢືນຢັນການກະກຽມເຫຼົ່ານັ້ນໃນສິ່ງທີ່ອາດຈະເປັນຄວາມ ພະຍາຍາມໃນ​ການຫຼີກເວັ້ນການເຮັດໃຫ້ເກີດຄວາມຢ້ານກົວຂອງສາທາລະນະຊົນ.

ກໍ​ລະ​ນີ​ໃຫມ່​ໃນ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຍັງ​ຄົງ​ທີ່​, ມີ​ອີກ 62 ຄົນ​ທີ່​ໄດ້​ບັນ​ທຶກ​ວ່າ​ຕິດ​ເຊື້ອ​ໃໝ່​ໃນ​ວັນ​ຈັນວານນີ້​, 11 ໃນ​ນັ້ນ​ບໍ່​ມີ​ອາ​ການ​, ເພີ່ມ​ຂຶ້ນ​ພຽງ​ເລັກ​ນ້ອຍ​ຈາກ​ປະ​ມານ 50 ຄົນ​ຕໍ່​ມື້​ໃນ​ທ້າຍ​ອາ​ທິດຜ່ານ​ມາ​. ປັກກິ່ງໄດ້ລາຍງານວ່າ ມີປະມານ 450 ກໍລະນີ ຢູ່ໃນການລະບາດທີ່ສືບ​ຕໍ່ມີມາ​ໄດ້ສອງອາທິດນີ້.

ຈີນໄດ້ຕິດຢູ່ກັບວິທີການ "COVID ເປັນ​ສູນ" ທີ່ເຄັ່ງຄັດຂອງຕົນທີ່ຈໍາກັດການ ເດີນທາງ, ມີການກວດຫາ​ເຊື້ອ​ຂອງ​ປວງ​ຊົນທົ່ວຕົວເມືອງຕ່າງໆ ແລະຕັ້ງສະ ຖານທີ່ພັກຊົ່ວຄາວຢ່າງກວ້າງຂວາງເພື່ອພະຍາຍາມແຍກປ່ຽວຜູ້ຕິດ ເຊື້ອທຸກຄົນ. ການ​ປິດ​ບໍ່​ໃຫ້​ຄົນ​ອອກ​ເຂົ້າ​ໄດ້ເລີ້ມຕົ້ນຂຶ້ນ​ຢູ່​ໃນຕຶກອາຄານ ແລະເຂດ​ຄຸ້ມຕ່າງໆ ແຕ່ກໍ​ກັບກາຍເປັນ ການ​ປິດທົ່ວເມືອງຖ້າເຊື້ອໄວຣັສແຜ່ລາມອອກໄປໃນ​ວົງກວ້າງ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG