ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ປັກກິ່ງ ວາງແຜນ ຈະ​ສ້າງຕາໜ່າງ ​​ສັງ​ເກດ​ການ​ໄຕ້ນ້ຳ ຢູ່ ທະເລຈີນໃຕ້​


ບັນດານັກເຄື່ອນໄຫວສິ່ງແວດລ້ອມ ຖືປ້າຍປະທ້ວງ ຢູ່ກົງສຸນຈີນ ໃນຟິລິບປິນ ກ່ຽວກັບການກ່າວຫາວ່າ ຈີນເສີມກຳລັງທະຫານ ໃນໝູ່ເກາະທີ່ມີການຂັດແຍ້ງ ຢູ່ທະເລຈີນໃຕ້.
ບັນດານັກເຄື່ອນໄຫວສິ່ງແວດລ້ອມ ຖືປ້າຍປະທ້ວງ ຢູ່ກົງສຸນຈີນ ໃນຟິລິບປິນ ກ່ຽວກັບການກ່າວຫາວ່າ ຈີນເສີມກຳລັງທະຫານ ໃນໝູ່ເກາະທີ່ມີການຂັດແຍ້ງ ຢູ່ທະເລຈີນໃຕ້.

ການວາງແຜນຈະ​ສ້າງຕາໜ່າງສັງ​ເກດ​ການ​ຢູ່ໃຕ້​ນໍ້າ ຊຶ່ງເປັນ​ໂຄງການ​ທຳ​ອິດໃນ
ປະ​ເພດດັ່ງກ່າວ​ຢູ່​ທະ​ເລ​ຈີນ​ໃຕ້ ຈະເປັນການ​ຢືນຢັນໃນ​ການ​ອ້າງ​ເອົາ​ອະທິປະ​ໄຕ
​ຂອງປັກ​ກິ່ງ ​ເໜືອ​ເຂດ​ນ່ານນ້ຳ​ທີ່​ມີການ​ໂຕ້​ແຍ້​ງ ​ໃນ​ຂະນະ​ທີ່ສະ​ເໜີ​ໃຫ້ຂໍ້​ມູນອັນ​ມີ​
ຄຸ​ນຄ່າ​ແກ່​ຈີນ ​ໃນ​ການ​ຊອກ​ຄົ້ນ​ຫາ​ນໍ້າມັນ ການ​ຊອກ​ຫາບໍ່​ແຮ່ ​ແລະ​ຄວາມ​ເປັນ​
ໄປໄດ້​ຕໍ່​ການ​ນຳໃຊ້​ທາງ​ທະຫານ.

ສະ​ຖາ​ບັນສຽງ​ສະທ້ອນແລະມະຫາວິທະຍາ​ໄລ Tongji ທີ່ນະຄອນ Shanghai ​
ຂອງ​ອົງການວິທະຍາສາດຈີນ​ ຈະສ້າງ “ຕາໜ່າງສັງການເກດການໄລຍະຍາວ”
ຢູ່ທະເລຈີນໃຕ້ ແລະທະເລຈີນຕາເວັນອອກ ອີງ​ຕາມ​ລາຍ​ງານ​ ຂອງໜັງສືພິມ
ອອນ​ລາຍ Global Times ທີ່ຄວບຄຸມໂດຍລັດໃນອາທິດນີ້. ຍັງ​ບໍ່​ສາມາດ​ຕິດຕໍ່​ຫາສະຖານບັນດັ່ງກ່າວ ເພື່ອ​ໃຫ້​ຄວາມ​ເຫັນ ໃນອາທິດນີ້.x

ຕາໜ່າງມະຫາ​ສະໝຸດຂອງລັດຖະບານຈີນ ໄດ້ອ້າງ​ຄຳ​ເວົ້ານັກປາດສະຖາບັນ
ຄົນນຶ່ງ ໃນ​ໜ້າ​ເວັບ​ໄຊ​ຂອງ​ຕົນ ​ໃນ​ວັນ​ເສົາ​ແລ້ວ ​ໂດຍ​ກ່າວ​ວ່າ ຕາໜ່າງດັ່ງ ກ່າວ​
ນີ້ ຈະ​ສະໜອງ “​ເວລາ​ໂຕ​ຈິງ” ກ່ຽວ​ກັບ ​ຂໍ້​ມູນ​ພື້ນທະ​ເລ ຕະຫລອດ​ທັງການ​ສຳ
​ຫຼວດຫາ​ສານ​ເຄມີ ຟີ​ກສິກ ແລະຊີວະວິທະຍາ “ທີ່​ຈຳເປັນຮອບດ້ານທີ່​ສາມາດ​
ນຳ​ໃຊ້ ໃນຫລາຍໆ​ດ້ານ.”

ຕາໜ່າງສັງເກດການດັ່ງກ່າວ ຈະທົບທວນຄວາມຈຳ ຂອງຫ້າຄູ່ແຂ່ງ ທີ່ອ້າງ ເອົາ
ກຳມະສິດ​ຢູ່ທະເລຈີນໃຕ້ ພ້ອມທັງສະຫະລັດ ກ່ຽວ​ກັບ​ຂອບ​ເຂດ ການ ຄວບຄຸມ
ຂອງຈີນ ນັ້ນຄື​ຄຳ​ເວົ້າຂອງ​ພວກນັກຊ່ຽວຊານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG