ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໘ ກັນຍາ ໒໐໒໔

ປັກກິ່ງ ເປີດກອງປະຊຸມສົນທະນາດ້ານການປ້ອງກັນປະເທດ ທ່າມກາງຫຼາຍບັນຫາຄວາມຂັດແຍ້ງໃນພາກພື້ນ


ພະນັກງານຮັບຜິດຊອບຖ່າຍວີດີໂອ ຖ່າຍຮູບເວທີສຳລັບການກ່າວເປີດກອງປະຊຸມສົນທະນາ ຂອງ Xiangshan Forum ຂອງປັກກິ່ງ ຄັ້ງທີ 11 ເຊິ່ງຈະຈັດຂຶ້ນໃນວັນສຸກ, ໃນນະຄອນຫຼວງປັກກິ່ງ, ວັນພະຫັດ ທີ 12 ກັນຍາ 2024 (ຮູບພາບ ຈາກ ອົງການຂ່າວ AP/ແອນດີ ຫວອງ)
ພະນັກງານຮັບຜິດຊອບຖ່າຍວີດີໂອ ຖ່າຍຮູບເວທີສຳລັບການກ່າວເປີດກອງປະຊຸມສົນທະນາ ຂອງ Xiangshan Forum ຂອງປັກກິ່ງ ຄັ້ງທີ 11 ເຊິ່ງຈະຈັດຂຶ້ນໃນວັນສຸກ, ໃນນະຄອນຫຼວງປັກກິ່ງ, ວັນພະຫັດ ທີ 12 ກັນຍາ 2024 (ຮູບພາບ ຈາກ ອົງການຂ່າວ AP/ແອນດີ ຫວອງ)

ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ​ຈິ້ນ​ຜິງ ອາດ​ພົບ​ປະ​ກັບຄູ່ຮ່ວມຕໍາແໜ່ງຂອງທ່ານ, ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໃນ​ເດືອນ​ໜ້າ, ຜູ້​ແທນ​ ຢູ​ເຄ​ຣນ ​ກ່າວ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ພະ​ຫັດ​ມື້ນີ້ ໃນຂະນະທີ່ຈີນ​ ​ເປີດ​ກອງ​ປະ​ຊຸມ​ ​ທູດ​ທະ​ຫານ​ປະ​ຈຳ​ປີ ​ຄັ້ງ​ໃຫຍ່​ທີ່​ສຸດ​ ທ່າມກາງ​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ, ອີງຕາມອົງການຂ່າວ Reuters.

ທ່ານ ໂອເລັກຊານເດີ ຊາລີຢີ (Oleksandr Chalyi), ອະດີດຮອງລັດຖະມົນ ຕີການຕ່າງປະເທດຂອງຢູເຄຣນ, ກ່າວຢູ່ທີ່ນຶ່ງໃນການເປີດກອ ປະຊຸມສົນທະ ນາ ຊຽງຊານ ຟໍຣໍາ (Xiangshan Forum) ທີ່ຈັດຂຶ້ນເປັນເວລາ 3 ມື້ ວ່າ ການພົວພັນທາງການທູດ ລະຫວ່າງປັກກິ່ງ ແລະ ກີຢິບ ດີຂຶ້ນ ໃນຊ່ວງບໍ່ເທົ່າ ໃດເດືອນທີ່ຜ່ານມາ, ແລະວ່າ ການພົບປະກັນແມ່ນເປັນໄປໄດ້.

​ທ່ານ ຊາລີຢີ (Chalyi) ​ສັງ​ເກດ​ເຫັນເຖິງ​ຄວາມ​ພະຍາຍາມ​ຂອງ​ຈີນ​ໃນ​ການ​ຊ່ວຍ​ຟື້ນ​ຟູ​ຄວາມ​ໝັ້ນຄົງ​ຂອງ​ຢູ​ໂຣບ ແລະກ່າວ​ວ່າ “ປະຈຸ​ບັນ, ​ພວກ​ເຮົາ​ທຸກຄົນໃນຢູເຄຣນ ກຳລັງ​ລໍຖ້າ​ການ​ພົວພັນ​ບາງ​ຢ່າງ, ເຊິ່ງແມ່ນການ​ພົວພັນ​ໂດຍ​ກົງ​ລະຫວ່າງ​ປະທານາທິບໍດີ ເຊເລັນສກີ ​ແລະ ປະທານ​ປະ​ເທດ ສີ”.

ປັກ​ກິ່ງ​ໄດ້​ວາງ​ຕົວ​ເປັນ​ກາງຕໍ່​ການ​ບຸກ​ໂຈມ​ຕີຢູເຄຣນ ​ເປັນ​ເວລາ 30 ​ເດືອນ​ຂອງຣັດ​ເຊຍ, ​ແຕ່ຍັງ​ຮັກສາ​ການ​ພົວພັນ​ຍຸດ​ທະ​ສາດ​ທີ່​ໃກ້ຊິດ​ກັບ​ມົສກູ ​ແລະ​ບໍ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດຍອດ​ສັນຕິພາບ​ທີ່​ຈັດ​ຂຶ້ນ​ໂດຍ​ຢູເຄຣນ ​ໃນ​ເດືອນ​ມິຖຸນາທີ່ຜ່ານມາ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຢູເຄຣນ ​ໄດ້​ພົບ​ປະ​ກັບ​ຄູ່​ຮ່ວມຕຳ​ແໜ່​ງຈາກຈີນ ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ ​ໃນ​ທ້າຍ​ເດືອນ​ກໍລະກົດ​ທີ່ຜ່ານ​ມາ ​ໃນ​ຂະນະ​ທີ່ ທ່ານ ເຊເລັນສກີ ວາງ​ແຜນ​ຈະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອີກ​ຄັ້ງ​ນຶ່ງ ​ໃນ​ເດືອນ​ພະຈິກ​ປີ​ນີ້ ​ໂດຍຄັ້ງນີ້ຈະ​ມີຣັດ​ເຊຍ​ເຂົ້າ​ຮ່ວມ.

ທ່ານ ຄຸຍ ຮົງຈຽນ (Cui Hongjian), ຫົວຫນ້າກົມການສຶກສາຢູໂຣບ ຂອງສະຖາບັນການສຶກສາສາກົນຂອງຈີນ, ກ່າວຢູ່ນອກຂອງກອງປະຊຸມສົນ ທະນາວ່າ, ຈີນເປີດກວ້າງທີ່ຈະເຂົ້າຮ່ວມກອງປະຊຸມສຸດຍອດໃນອະນາຄົດ ເນື່ອງຈາກວ່າ ບໍ່ຕ້ອງການໃຫ້ຄວາມພະຍາຍາມຂອງກອງປະຊຸມ "ເສຍຖິ້ມໄປ".

ອ່ານຂ່າວເປັນພາສາອັງກິດລຸ່ມນີ້:

BEIJING, Sept 12 (Reuters) - Chinese President Xi Jinping could meet his Ukrainian counterpart Volodymyr Zelenskiy next month, a Ukrainian delegate said in Beijing on Thursday as China opened its biggest annual military diplomacy event amid simmering regional tensions.

Oleksandr Chalyi, a former deputy foreign minister of Ukraine, told one of the opening sessions of the three-day Xiangshan Forum that diplomacy had improved in recent months between Beijing and Kyiv, and that a meeting was now possible.

Noting Chinese efforts to help restore European security, Chalyi said "now all of us in Ukraine are waiting for some contacts, direct contacts between President Zelenskiy and President Xi".

Beijing has cast itself as neutral in Russia's 30-month-old invasion of Ukraine, but maintains close strategic ties with Moscow and did not join a peace summit organised by Ukraine in June.

Ukrainian Foreign Minister met his Chinese counterpart in Beijing in late July as Zelenskiy plots another possible summit in November, this time with Russian participation.

Cui Hongjian, director of the Department of European Studies at the China Institute of International Studies, said on the sidelines of the forum that China was open to joining a future summit as it did not want its efforts "to go to waste".

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG