ໃນການເຕືອນກ່ຽວກັບຄື້ນຟອງຂອງໝອກຄວັນທີ່ເປັນອັນຕະ
ລາຍນັ້ນ ໃນວັນສຸກມື້ນີ້ ບັນດາເຈົ້າໜ້າທີ່ຈີນ ໄດ້ອອກຄຳເຕືອນ
ຂີດແດງເປັນຄັ້ງທີສອງແບບທີ່ບໍ່ມີມາກ່ອນ ກ່ຽວກັບມົນລະພິດ
ຢູ່ໃນນະຄອນຫລວງປັກກິ່ງ.
ບັນດານັກພະຍາກອນອາກາດຄາດວ່າ ຂີ້ເຝື້ອຂອງໝອກຄວັນ
ຈະປົກຄຸມສ່ວນໃຫຍ່ໃນເຂດພາກເໜືອຈີນ ແຕ່ວັນເສົາ ຈົນຮອດ
ວັນອັງຄານ ແລະກ່າວວ່າ ລະດັບມົນລະພິດ ຈະສູງກວ່າຂີດຈຳ
ກັດທີ່ປອດໄພຫຼາຍກວ່າ 20 ເທື່ອ.
ພາຍໃຕ້ຄຳເຕືອນຂີດແດງນີ້ ບັນດາໂຮງຮຽນ ແລະໂຮງງານອຸດ
ສາຫະກຳຈຳນວນໜຶ່ງພາກັນປິດ ແລະເຄິ່ງໜຶ່ງຂອງບັນດາລົດສ່ວນຕົວ ຈະຕ້ອງຢຸດແລ່ນ
ຢູ່ໃນຖະໜົນ. ການກໍ່ສ້າງທັງໝົດຢູ່ຂ້າງນອກ ຈະຕ້ອງໄດ້ຢຸດເຊົາ.
ທ້າວ Cheng Xianke ອາຍຸ 34 ປີ ຊຶ່ງເປັນປະຊາຊົນຄົນໜຶ່ງຢູ່ໃນນະຄອນປັກກິ່ງ ກ່າວ
ວ່າ “ຄວາມຈິງແລ້ວ ຂ້າພະເຈົ້າມີຄວາມເປັນຫ່ວງທີ່ສຸດ ຂ້າພະເຈົ້າ ມີຄວາມເປັນຫ່ວງ
ກ່ຽວກັບຜົນກະທົບສ່ວນໃຫຍ່ ທີ່ຈະເກີດຂື້ນແກ່ບັນດາ ຄົນແກ່ຊະລາແລະພວກເດັກ
ນ້ອຍ ເພາະວ່າ ເຂົາເຈົ້າຕ້ອງການອອກໄປຫລີ້ນ.”
“ສຳລັບພວກເຮົາແລ້ວ ຜູ້ທີ່ສັນຈອນໄປເຮັດວຽກ ບໍ່ຂີ້ຮ້າຍປານໃດ ແຕ່ກໍຍັງມີຄວາມເປັນ
ຫ່ວງ ກ່ຽວກັບມົນລະພິດ. ຂ້າພະເຈົ້າຄິດວ່າ ລັດຖະບານຕ້ອງໃຊ້ຄວາມພະຍາຍາມໃນ
ການແກ້ໄຂເລື້ອງນີ້."
ປັກກິ່ງ ໄດ້ອອກຄຳເຕືອນຂີດແດງ ເທຶ່ອທຳອິດ ທີ່ບໍ່ມີມາກ່ອນເມື່ອຕົ້ນເດືອນນີ້ ໃນຄວາມ
ພະຍາຍາມເພື່ອລະງັບການຕິຕຽນຈາກສາທາລະນະຊົນກ່ຽວກັບຄວາມ ບໍ່ສາມາດເພື່ອ
ຄວບຄຸມບັນຫາການຄຸກຄາມຢ່າງຮ້າຍແຮງຂອງມົນລະພິດນັ້ນ.
ຈີນ ເປັນປະເທດໜຶ່ງໃນໂລກ ທີ່ປ່ອຍແກັສເຮືອນແກ້ວຫຼາຍທີ່ສຸດ ເນື່ອງຈາກການໃຊ້ຖ່ານ
ຫີນຂອງໂຮງຈັກໂຮງງານຕ່າງໆ ທີ່ໄດ້ຂັບດັນໃຫ້ຈີນກາຍເປັນມະ ຫາອຳນາດເສດຖະກິດ
ໂລກ.