ຈີນ ກຳລັງເປັນເຈົ້າພາບຈັດກອງປະຊຸມນາໆຊາດກ່ຽວກັບ
ຄວາມໝັ້ນຄົງອັຟ ການິສຖານ ແລະການບູລະນະສ້າງສາ
ປະເທດດັ່ງກ່າວ ຊຶ່ງເປັນການສະແດງ ໃຫ້ເຫັນເຖິງການມີ
ບົດບາດເພີ້ມຂຶ້ນຂອງຈີນ ໃນອັຟການິສຖານ ໃນຂະນະທີ່
ກຳລັງທະຫານສະຫະລັດແລະອົງການ NATO ຖອນອອກ
ໄປ.
ນາຍົກລັດຖະມົນຕີຈີນ Le Kequiang ແລະ ປະທານາທິ
ບໍດີ ອັຟການິສຖານ ທ່ານ Ashraf Ghani ໄດ້ເຂົ້າຮ່ວມ
ໃນພິທີເປີດກອງປະຊຸມ ລະດັບລັດຖະມົນຕີ ວ່າດ້ວຍຂັ້ນ
ຕອນ Istanbul ກ່ຽວກັບອັຟການິສຖາ ທີ່ນະຄອນຫລວງ
ປັກກິ່ງ ໃນວັນສຸກມື້ນີ້.
ຈີນ ໄດ້ປະກາດໃຫ້ການຊ່ອຍເຫຼືອ 82 ລ້ານໂດສຳລັບປີນີ້ແລະອີກ 245 ລ້ານ ໃນໄລຍະ
ສອງສາມປີຂ້າງໜ້າ ເພື່ອໃຫ້ໂອກາດທາງດ້ານການສຶກສາ.ນາຍົກລັດຖະມົນຕີຈີນ ທ່ານ
Le Keqiang ກ່າວວ່າ:
“ຈີນ ໄດ້ຕັດສິນໃຈໃຫ້ການຊ່ວຍເຫລືອ ປີນີ້ 500 ລ້ານຍວນ ຊຶ່ງເປັນການຊ່ວຍເຫລືອລ້າ ຄືປະມານ 82 ລ້ານໂດລາສະຫະລັດ. ໃນອີກສາມປີຂ້າງໜ້າ ຈີນ ຈະໃຫ້ການຊ່ອຍເຫລືອ
ລ້າ ເປັນຈຳນວນເງິນ 1 ພັນ 5 ຮ້ອຍລ້ານຍວນ ຕົກເປັນເງີນປະມານ 245 ລ້ານໂດລາສະ
ຫະລັດ. ໃນອີກຫ້າປີຂ້າງໜ້າ ຈີນ ຈະໃຫ້ການຊ່ວຍເຫລືອ ເຝິກແອບ 3,000 ຄົນໃນທຸກໆ
ດ້ານ ແລະໃຫ້ທຶນສຶກສາ 500 ທຶນແກ່ບັນດານັກຮຽນ."
ລັດຖະມົນຕີຈີນ ໄດ້ຮຽກຮ້ອງໃຫ້ບັນດາເພື່ອນບ້ານຂອງອັຟການິສຖານ ຈົ່ງໃຫ້ການສະ ໜັບສະໜູນ ໃນຂະນະທີ່ອັຟການິສຖານພະຍາຍາມແກ້ໄຂບັນຫາຄວາມໝັ້ນຄົງແລະສະ
ຖຽນລະພາບຂອງຕົນ.
ປະທານາທິບໍດີອັຟການິສຖານທ່ານ Ghani ໃນວັນສຸກມື້ນີ້ໄດ້ເຊີນໃຫ້ກຸ່ມ Taliban ເຂົ້າ
ຮ່ວມຂັ້ນຕອນການສ້າງສັນຕິພາບອັຟການິສຖານ ແຕ່ກໍໄດ້ເຕືອນວ່າ ການກໍ່ຄວາມຮຸນແຮງຈະບໍ່ເປັນທີ່ຮັບເອົາໄດ້.
ປະທານາທິບໍດີ Ghani ກ່າວວ່າ ອັຟການິສຖານ ມີຄວມຮູ້ບຸນຄຸນຢ່າງໃຫຍ່ຫລວງຕໍ່ການ ໃຫ້ຄວາມສະໜັບສະໜຸນຂອງຈີນຕໍ່ອັຟການິສຖານ.