ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປັກ​ກິ່ງ ແລະ​ບັນ​ດາ​ປະ​ເທດ ​ໃນ​ເຂດ​ອ່າວ​ເປີ​ເຊຍ ຄາດ​ວ່າ ຈະ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຫຼາຍ​ສິບ​ສະ​ບັບ ທີ່ກອງ​ປ​ະ​ຊູມ​ສຸດຍອດ


ກະ​ສັດ​ຊາ​ລ​ມານ (ຊ້າຍ) ແຫ່ງ​ຊາ​ອຸ​ດີ ອາ​ຣາ​ເບຍ ແລະ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ຈັບ​ມື​ກັນ​ທີ່​ປັກ​ກິ່ງ ເມື່ອ​ວັນ​ທີ 16 ມີ​ນາ 2017.
ກະ​ສັດ​ຊາ​ລ​ມານ (ຊ້າຍ) ແຫ່ງ​ຊາ​ອຸ​ດີ ອາ​ຣາ​ເບຍ ແລະ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ຈັບ​ມື​ກັນ​ທີ່​ປັກ​ກິ່ງ ເມື່ອ​ວັນ​ທີ 16 ມີ​ນາ 2017.

ຫຼັງ​ຈາກ​ໄດ້​ມີ​ການ​ກະ​ກຽມ​ເປັນ​ເວ​ລາ​ເກືອບ 2 ປີ ກອງ​ປະ​ຊຸມ​ສຸດຍອດ​ເທື່ອ​ທຳ​ອິດ​ລະ​ຫວ່າງ​ຈີນ ແລະ​ບັນ​ດາ​ປະ​ເທດ​ອາ​ຣັບ​ ກໍ​ມີ​ກຳ​ນົດ​ຈະໄຂ​ຂຶ້ນ​ໃນ​ອາ​ທິດນີ້ ຊຶ່ງ​ເປັນ​ການ​ປະ​ຊຸມ​ທີ່​ປັກ​ກິ່ງ​ກ່າວວ່າ “ມີ​ຄວາມ​ສຳ​ຄັນ​ຫຼາຍ” ຕໍ່​ຄວາມ​ສຳ​ພັນ​ລະຫວ່າງ​ຈີນ​ກັບ​ປະ​ເທດ​ອາ​ຣັບ.

​ໂກ​ລ​ໂບ​ໄທ​ມ໌ (Global Times) ຊຶ່ງ​ເປັນ​ໜັງ​ສື​ພິມ​ລາຍ​ວັນໃນ​ເຄື່ອ​ຂາຍ​ຂອງ​ພັກ​ຄອມ​ມູ​ນິ​ສ​ຈີນ ​ກ່າວ​ຢູ່​ໃນ​ບົດ​ຄວາມ​ເຫັນ​ຂ​ອງສະ​ບັບ​ທີ່​ອອກ​ໃນວັນ​ອັງ​ຄານ​ວານນີ້​ວ່າ “ກອງ​ປະ​ຊຸມ​ສຸດຍອດນີ້​ ແມ່ນ​ເປັນ​ໄປ​ຕາມ​ທ່າ​ອຽງ ໃນ​ການ​ເຄື່ອນ​ໄຫວຂອງ​ເວ​ລາແລະ​ຈະ​ກາຍ​ເປັນ​ການ​ເລີ້ມ​ຕົ້ນ​ຂອງ​ຍຸກ​ສະ​ໄໝ​ທີ່​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​ຂອງ​ຄວາມ​ສຳ​ພັນ​ລ​ະ​ຫວ່າງ​ຈີນ​ກັບ​ອາ​ຣັບ…ການ​ຮ່ວມ​ມື​ແບບ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ກັບ​ອາ​ຣັບ ມີ​ກຳ​ນົດ​ພວມ​ຈະ​ກ້າວ​ເຂົ້າ​ສູ່​ບາດ​ລ້ຽວ​ໃໝ່.”

ຄະ​ນ​ະ​ຜູ້​ແທນ​ຈີນ ຄາດ​ວ່າ​ຈະ​ລົງ​ນາມ​ໃນບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈຫຼາຍ​ສິບ​ສະ​ບັບ ​ແລະ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກັບ​ປະ​ເທດ​ອາ​ຣັບ​ຫຼາຍໆ​ປະ​ເທດ ຂໍ້​ຕົກ​ລົງທີ່ກວມ​ເອົາ​ບັນ​ຫາ​ຕ່າງໆເຊັ່ນ​ພະ​ລັງ​ງານ ຄວາມ​ໝັ້ນ​ຄົງ ແລະ​ການ​ລົງ​ທຶນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ອົງ​ການ​ຂ່າວ​ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ໄດ້​ໃຫ້​ການ​ຢືນ​ຢັນ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ກະ​ສັດ​ຊາ​ລ​ມານ ບິນ ອັບ​ດູ​ລ-ອາ​ຊິດ ອາ​ລ ໂຊ ແຫ່ງ​ຊາ​ອຸ​ດີ ອາ​ຣາ​ເບຍ ໄດ້​ທຳ​ການ​ເຊື້ອ​ເຊີນ​ຜູ້​ນຳ​ຈີນ ທ່​ານ​ສີ ຈິ້ນ​ຜິງ ໃຫ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຣາ​ຊະ​ອາ​ນາ​ຈັກ​ດັ່ງ​ກ່າວ ແຕ່​ວັນ​ທີ 7 ຫາ 9 ທັນ​ວາ ເພື່ອ​ເຂົ້າ​ຮ່ວມ​ສາມກອງ​ປະ​ຊຸມ: ກອງ​ປະ​ຊຸມ​ສຸດຍອດ​ຊາ​ອຸ​ດີ ອາ​ຣາ​ເບຍ ກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ເທດ​ອາ​ຣັບ​ກັບ​ຈີນ ແລະ​ກອງ​ປະ​ຊຸມ​ສຸດຍອດສະ​ພາ​ການຮ່ວມ​ມືເຂດ​ອ່າວ​ເປີ​ເຊຍກັບ​ຈີນ.

ອົງ​ການ​ຂ່າວ​ຊິນ​ຫົວຂອງ​ທາງ​ການ​ຈີນ ໄດ້​ປະ​ກາດ​ໃນ​ວັນ​ພຸດມື້ນີ້​ວ່າ ທ່ານ​ສີ​ຈະເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ເຫຼົ່າ​ນີ້.

ທ່ານ​ແກ​ຣນ​ທ໌ ຣຳ​ລີ (Grant Rumley) ຊຶ່ງ​ເປັນ​ເຈົ້າ​ໜ້າ​ທີ່ແຟ​ລ​ໂລ​ຊີບ ​ໂກ​ລ​ເບີ​ເກີ ຈາ​ກ​ສະ​ຖາ​ບັນ Diane ໃນ​ວໍ​ຊິງ​ຕັນ ​ແລະ​ໂຄງ​ການ​ມູນ​ນິ​ທິ Guilford Glazer ທີ່​ເຄີຍ​ຮັບ​ໃຊ້ ທັງ​ໃນ​ລັດ​ຖະ​ບານ​ທ່ານ​ທ​ຣຳ ແລະ​ທ່ານ​ໄບ​ເດັນ ໃນ​ຖາ​ນະ​ທີ່​ປຶກ​ສາ​ກ່ຽວ​ກັບ​ນະ​ໂຍ​ບາຍ​ພາກ​ຕາ​ເວັນ​ອອກ​ກາງ​ ກ່າວ​ຕໍ່​ວີ​ໂອ​ເອພະ​ແນກ​ພາ​ສາ​ຈີນ​ກາງໃນ​ການ​ໃຫ້​ສຳ​ພາດ​ທາງ​ໂທ​ລະ​ສັບວ່າ ​ພວກ​ຜູ້​ນຳ​ອາ​ຣັບ​ຈຳ​ນວນ​ນຶ່ງ ຈະ​ໄປ​ຮ່ວມກອງ​ປະ​ຊຸມ​ສຸດຍອດນີ້ ແລະ​ຄາດ​ວ່າ ຈະ​ມີ​ການ​ປະ​ກາດ​ຫຼາຍໆ​ຢ່າງ​ກ່ຽວ​ກັບເລື້ອງ​ມິດ​ຕະ​ພາບ.

ຄວາມ​ສຳ​ພັນ​ຂອງ​ບັນ​ດາ​ປະ​ເທດ​ອາ​ຣັບ​ກັບ​ຈີນ ໄດ້​ມີ​ຄວາມ​ເຂັ້ມ​ແຂງ​ເພີ້ມ​ຂຶ້ນ​ໃນ​ຂະ​ນະ​ທີ່​ສະ​ຫະ​ລັດປາ​ກົດ​ວ່າພວມ​ປະ​ສົບ​ກັບ​ສະ​ພາບ​ຖອ​ຍ​ຫຼັງ​ກັບ​ບັນ​ດາ​ປະ​ເທດທີ່​ເຄີຍ​ເປັນພາ​ຄີມາ​ແຕ່​ກ່ອນ​ໃນ​ພາກ​ຕາ​ເວັນ​ອອກ​ກາງ​ ເຊັ່ນ​ຊາ​ອຸ​ດີ ອາ​ຣາ​ເບຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG