ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄອບຄົວ ຂອງນັກວິຈານ ປັກກິ່ງ ຖືກທາງການ ຈີນ ຄວບຄຸມຕົວໄວ້


ປະທານປະເທດ ຈີນ ທ່ານ Xi Jinping, ກ່າວຄຳປາໄສ ໃນກອງປະຊຸມຖະແຫຼງຂ່າວ ທີ່ນະຄອນຫຼວງ ເທຮະຣ່ານ. 23 ມັງກອນ, 2016.
ປະທານປະເທດ ຈີນ ທ່ານ Xi Jinping, ກ່າວຄຳປາໄສ ໃນກອງປະຊຸມຖະແຫຼງຂ່າວ ທີ່ນະຄອນຫຼວງ ເທຮະຣ່ານ. 23 ມັງກອນ, 2016.

ນັກເຄື່ອນໄຫວທາງອິນເຕີແນັດທີ່ມີຊື່ສຽງຂອງ ຈີນ ຄົນໜຶ່ງທີ່ອາໄສ ຢູ່ໃນນະຄອນ ນິວຢອກ ກ່າວວ່າ ບັນດາເຈົ້າໜ້າທີ່ ຈີນ ໄດ້ກັກຂັງ ສະມາຊິກຄອບຄົວຂອງລາວ 3 ຄົນໃນພາກໃຕ້ຂອງ ຈີນ, ຍ້ອນ ການພັກດັນໃຫ້ຊອກຫາຜູ້ຂຽນຈົດໝາຍເປີດຊອງ ທີ່ຮຽກຮ້ອງໃຫ້ ປະທານປະເທດ Xi Jinping ລາອອກຈາກຕຳແໜ່ງ.

ທ່ານ Wen Yunchao ກ່າວວ່າ ພໍ່ແມ່ ແລະ ນ້ອງຊາຍຂອງລາວ ໄດ້ຫາຍສາບສູນໄປ ນັບຕັ້ງແຕ່ວັນອັງຄານຜ່ານມາ, ພຽງບໍ່ເທົ່າ ໃດມື້ຫຼັງຈາກທີ່ລາວກ່າວວ່າ ລັດຖະບານ ໄດ້ຮາວີລົບກວນຄອບ ຄົວຂອງລາວ ກ່ຽວກັບ ການສົງໄສໃນບົດບາດການໝູນວຽນສົ່ງ ຕໍ່ຈົດໝາຍດັ່ງກ່າວ. ທ່ານ Wen ເປັນນັກວິຈານສະແດງຄວາມຄິດ ເຫັນດ້ວຍຄຳເວົ້າ ໃນ ປັກກິ່ງ, ຊຶ່ງໄດ້ປະຕິເສດການມີສ່ວນໃນຈົດໝາຍທີ່ວ່ານັ້ນ, ໂດຍເວົ້າວ່າ ລາວມີແຕ່ເອົາມັນສົ່ງຕໍ່ໃນ Twitter ຂອງລາວ ຫຼັງຈາກທີ່ຈົດໝາຍສະບັບນັ້ນໄດ້ຖືກພິມເຜີຍ ແຜ່ໃນປະເທດ ຈີນ.

ຈົດໝາຍເປີດຊອງສະບັບນັ້ນໄດ້ຖືກເປີດເຜີຍໂດຍໜັງສືພິມ Wujie ໃນວັນທີ 4 ມີນາທີ່ຜ່ານ ມາ, ເຊິ່ງເປັນມື້ທຳອິດຂອງກອງປະຊຸມປະຈຳປີຂອງບັນດາຜູ້ນຳຂັ້ນສູງຂອງ ຈີນ. ຢູ່ໃນຈົດ ໝາຍສະບັບດັ່ງກ່າວ, ທ່ານ Xi ໄດ້ຖືກຕ້ອງຕິສຳລັບ “ບັນຫາຕ່າງໆທີ່ບໍ່ເຄີຍມີມາກ່ອນ” ໃນ ປະເທດ ຈີນ ພ້ອມດ້ວຍການຮຽກຮ້ອງໃຫ້ທ່ານລາອອກຈາກຕຳແໜ່ງ.

ນັກຂ່າວ ຈີນ ຄົນທີ 2 ໄດ້ຖືກລະບຸວ່າເປັນນັກຂຽນອິດສະຫຼະທ້າວ Jia Jia , ຖືກລາຍ ງານວ່າ ໄດ້ຫາຍສາບສູນໃນວັນອັງຄານທີ່ຜ່ານມາຈາກ ສະໜາມບິນ ປັກກິ່ງ ໃນຂະນະທີ່ລາວໄດ້ພະ ຍາຍາມທີ່ຈະຂຶ້ນເຮືອບິນໄປ ຮົງກົງ. ທະນາຍຄວາມຂອງລາວໄດ້ກ່າວຕໍ່ອົງການຂ່າວຂອງ ປະເທດຕາເວັນຕົກວ່າ ຕຳຫຼວດ “ໄດ້ນຳຕົວນັກຂຽນຜູ້ນັ້ນໄປ” ຫຼັງຈາກທີ່ລາວໄດ້ເຕືອນນັກ ຂ່າວຄົນອື່ນໆ ຕໍ່ການເຜີຍແຜ່ຈົດໝາຍສະບັບດັ່ງກ່າວຄືນໃໝ່.

ນອກນັ້ນ ຍັງມີລາຍງານວ່າ ບັນນາທິການລະດັບສູງສອງຄົນ ແລະ ຜູ້ຊ່ຽວຊານຄົນອື່ນອີກ 2 ຄົນຈາກເວັບໄຊທ໌ນັ້ນ ກໍໄດ້ຖືກຄວບຄຸມຕົວໄວ້. ບັນດານັກວິເຄາະກ່າວວ່າ ການກວດສອບ ທີ່ແຜ່ກວ້າງອອກ

ໄດ້ສະເໜີແນະວ່າ ບັນດານັກສືບສວນສອບສວນຍັງບໍ່ໄດ້ບອກແຫຼ່ງທີ່ມາຂອງຈົດໝາຍ ສະ ບັບນັ້ນຢ່າງແນ່ ນອນເທື່ອ ແລະ ກຳລັງຢູ່ພາຍໃຕ້ການຖືກກົດດັນໃຫ້ເວົ້າອອກມາຢູ່.

ຈົດໝາຍສະບັຍນັ້ນແມ່ນໄດ້ຖືກເຊັນໂດຍ “ສະມາຊິກທີ່ຈົງຮັກພັກດີຕໍ່ພັກຄອມມູນິສ” ແລະ ໄດ້ຖືກສົ່ງຕໍ່ອອກໄປທາງ ອີເມລ ຢ່າງກວ້າງຂວາງ.

XS
SM
MD
LG