ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ເລີ້ມກວດລ້າງ ຊາວຕ່າງດ້າວ ຜິດກົດໝາຍ


ຈິນ ເລີ້ມທໍາການກວດກວດລ້າງ ຄົນເຂົ້າເມືອງຜິດກົດໝາຍ ທີ່ກໍາລັງເຮັດວຽກຢູ່ຕາມ ຮ້ານອາຫານ ໂຮງແຮມ ແລະມະຫາວິທະຍາໄລຕ່າງໆ.
ຈິນ ເລີ້ມທໍາການກວດກວດລ້າງ ຄົນເຂົ້າເມືອງຜິດກົດໝາຍ ທີ່ກໍາລັງເຮັດວຽກຢູ່ຕາມ ຮ້ານອາຫານ ໂຮງແຮມ ແລະມະຫາວິທະຍາໄລຕ່າງໆ.

ໃນ​ວັນ​ອັງ​ຄານມື້ນີ້ ບັນດາເຈົ້າ​ໜ້າ​ທີ່​ກວດຄົນ​ເຂົ້າ​ເມືອງທີ່ກຸງປັກ​ກິ່ງ​ໄດ້​ເລີ້​ມ​ທໍາ​ການ
​ປາບ​ປາມຊາວ​ຕ່າງປະ​ເທດທີ່​ພາກັນ​ລັກເຮັດ​ວຽກແລະອາໄສ​ຢູ່​ຢ່າງ​ຜິດ​ກົດ​ໝາຍ​ ໃນ​
ເມືອງ​ຫລວງ​ຂອງ​ຈີນ.

​ບັນດາເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ການ​ປາບ​ປາມ​ທີ່​ວ່າ​ນີ້​ແມ່ນແນ​ໃສ່​ພວກ​ຊາວ​ຕ່າງ​ດ້າວ​ທີ່ພາ
ກັນຢູ່​ເກີນ​ກໍານົດວິຊ່າ ແລະ​ເຮັດ​ວຽກໂດຍບໍ່​ໄດ້​ຮັບ​ອະນຸຍາດ ຊຶ່ງ​ເປັນ​ການ​ເພີ້​ມບັນ
ຫາ​ໃຫ້​ແກ່​ຈີນແລະ​ເສດຖະກິດທີ່​ພວມ​ໄດ້ ຮັບ​ການ​ພັດທະນາ.

​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ພາກັນສຸ່ມ​ກວດ​ຄົ້ນ ຢູ່​ຕາມ​ບ່ອນ​ທີ່ຊາວ​ຕ່າງ​
ດ້າວມັກ​ໄປ ຮວມ​ທັງບາຣ໌ ​ໂຮງ​ແຮມ ຮ້ານ​ອາຫານ ​ແລະ​ມະຫາວິທະຍາ​ໄລ​ຕ່າງໆ.
ນອກ​ນັ້ນ ຍັງ​ຊຸກຍູ້​ໃຫ້ປະຊາຊົນ​ທ້ອງຖິ່ນ​ລາຍ​ງານການ​ກະທຳ​ຜິດ​ ຂອງພວກ​ທີ່​ສົງໄສ
​ເປັນ​ຊາວ​ຕ່າງ​ດ້າວ​ໃຫ້​ແກ່​ເຈົ້າ​ໜ້າ​ທີ່​ຕໍາຫລວດຊາບ ​ໂດຍທາງ​ໂທລະສັບສາຍ​ດ່ວນ.

​ບັນດາ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ ໄດ້​ເຕືອນພວກຊາວ​ຕ່າງ​ດ້າວໃຫ້ພາກັນຖື​ໜັງ​ສື​ຜ່ານ​ແດນ
​ແລະ​ເອກ​ກະສາ​ນສໍາຄັນ​ຕ່າງໆ​ຕິດ​ຕົວ​ເອົາ​ໄວ້ ​ຢູ່ຕະ ຫລອດ​ເວລາ ອັນ​ເປັນ​ກົດ​ລະ​
ບຽບບັງຄັບຂອງຈີນ.

ນີ້​ແມ່ນ​ຄັ້ງ​ທໍາ​ອິດທີ່ຈີນ ​ໄດ້ແນ​ການ​ປາບ​ປາມ​ໃສ່​ຜູ້​ທີ່​ເຂົ້າ​ໄປ​ອາ​ໄສ​ຢູ່ຢ່າງຜິດ​ກົດໝາຍ
ໃນ​ກຸ​ງປັກ​ກິ່ງ. ສ່ວນບັນດາຫົວ​ເມືອງ​ອື່ນໆ​ຂອງ​ຈີນ ກໍຄາດ​ວ່າຈະ​ພາກັນຈັດຕັ້ງປະຕິ
ບັດການ​ປາບ​ປາມແບບ​ດຽວ​ກັນນີ້​ໃນ​ຂະນະ​ທີ່​ບັນດາ​ເຈົ້າ​ໜ້າ​ທີ່ກໍາລັງ​ຮັບ​ມື ກັບການ​
ຫຼັ່ງ​ໄຫຼຂອງ​ຊາວ​ຕ່າງດ້າວ​ທີ່​ມາ​ຈາກ​ປະ​ເທດ​ທີ່​ທຸກ​ຍາກ ​ເຂົ້າ​ໄປ​ໃນ​ຈີນ​ຫຼາຍຂຶ້ນນັບ​ມື້.

XS
SM
MD
LG