ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເບື້ອງຫຼັງ​ຂອງ​ການກອດ​ກັນ​ລະ​ຫວ່າງ​ ທ່ານ ປູ​ຕິນ ແລະ ທ່ານ ສີ, ນັກ​ວິ​ເຄາະ​ເວົ້າ​ວ່າ ຣັດ​ເຊຍ ແມ່ນ​ຄູ່​ຮ່ວມ​ມື​ທີ່​ນ້ອຍ​ກວ່າ


Behind Putin and Xi’s embrace, Russia is junior partner, analysts say
please wait

No media source currently available

0:00 0:03:36 0:00

​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ຂ່າວນີ້.

ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ້ນ​ຜິງ, ບໍ່​ໄດ້​ເປັນ​ທີ່​ຮູ້​ຈັກກັນ ​ສຳ​ລັບ​ການ​ສະ​ແດງອອກ​ອາລົມຄວາມ​ຮັກແພງ​ໃນ​ສາ​ທາ​ລະ​ນະ.

ສະ​ນັ້ນ​ການກອດ​ຄູ່​ຮ່ວມ​ຕຳ​ແໜ່ງ​ຈາກ ຣັດ​ເຊຍ, ທ່ານ ວ​ລາ​ດີ​ເມຍ ປູ​ຕິນ, ສອງ​ຄັ້ງ​ໂດຍ​ທ່ານ ສີ ໃນ​ອາ​ທິດ​ແລ້ວນີ້ ທີ່​ຖືກ​ຖ່າຍ​ທອດ​ອອກ​ໂທ​ລະ​ພາບຂອງລັດ​ຖະ​ບານ ຈີນ ແລະ ຣັດ​ເຊຍ, ໄດ້​ຖືກ​ພິ​ຈາ​ລະ​ນາ​ດັ່ງ​ກັບສັນ​ຍານ​ຕໍ່​ໂລກ​ທີ່​ຖືກ​ຄິດ​ໄລ່​ໄວ້​ແລ້ວ ກ່ຽວ​ກັບ ສາຍ​ພົວ​ພັນ​ສ່ວນ​ຕົວ ແລະ ພູມ​ສາດ​ການ​ເມືອງ​ທີ່​ກຳ​ລັງ​ງອກ​ງາມ.

ການ​ຢ້ຽມ​ຢາມ ຈີນ ຂອງ​ທ່ານ ປູ​ຕິນ ໄດ້​ຢ້ຳ​ໃຫ້​ເຫັນ​ສາຍ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ທີ່​ກຳ​ລັງ​ຈະ​ເລີນ​ເຕີບ​ໂຕ​ລະ​ຫວ່າງ ມົ​ສ​ກູ ແລະ ປັກ​ກິ່ງ, ໃນ​ຂະ​ນະ​ທີ່​ສອງ​ປະ​ເທດ​ດັ່ງ​ກ່າວ​ໄດ້​ເຊັນຫຼາຍ​ຂໍ້​ຕົກ​ລົງ​ທີ່​ແນ​ເປົ້າ​ໃສ່​ການຫຼໍ່ຫຼອມ​ສາຍ​ພົວ​ພັນ​ທີ່​ໃກ້​ຊິດ​ຂຶ້ນ, ແມ່ນ​ກະ​ທັ້ງ​ທີ່​ຕາ​ເວັນ​ຕົກ​ພະ​ຍາ​ຍາມ​ຈະ​ແຍກ​ ມົ​ສ​ກູ ໃຫ້ໂດ​ດ​ດ່ຽວ ລຸນຫຼັງ​ການ​ບຸກ​ລຸກ​ຂອງ​ເຂົາ​ເຈົ້າ​ໃນ ຢູ​ເຄ​ຣນ ກໍ​ຕາມ.

ການ​ສະ​ແດງ​ຄວາມ​ອົບ​ອຸ່ນ​ສ່ວນ​ຕົວ​ດັ່ງ​ກ່າວ ​ແມ່ນ​ມາ​ພ້ອມ​ກັບ​ພິ​ທີ​ທີ່ຫຼູຫຼາ​ທາງ​ລັດ​ຖະ​ການຫຼາຍ​ຄັ້ງ, ເຊິ່ງ​ເຫັນ​ໄດ້​ຢ່າງຊັດເຈນ​ວ່າ ​ເປັນ​ການ​ລະ​ນຶກ​ເຖິງວັນ​ຄົບ​ຮອບ 75 ປີ​ຂອ​ງ​ສາຍ​ພົວ​ພັນ​ທາງ​ການ​ທູດ.

ທ່ານ ສີ ໄດ້​ກ່າວ​ຕໍ່​ທ່ານ ປູ​ຕິນ ໃນ​ລະ​ຫວ່າງ​ການ​ເຈ​ລະ​ຈາ​ໃນ ປັກ​ກິ່ງ ເມື່ອ​ວັນ​ທີ 16 ພຶດ​ສະ​ພາ​ວ່າ “ມັນ​ແມ່ນ​ທາງ​ເລືອກດ້ານຍຸດ​ທະ​ສາດ​ຮ່ວມ​ກັນ​ຂອງ​ທັງ​ສອງ​ປະ​ເທດ ເພື່ອ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ດ້ານຍຸດ​ທະ​ສາດ​ແບບ​ເລິກ​ເຊິ່ງ, ຂະ​ຫຍາຍ​ການ​ຮ່ວມ​ມື ​ທີ່​ເປັນ​ຜົນ​ປະ​ໂຫຍດ​ຕໍ່​ທັງ​ສອງ​ຝ່າຍ ແລະ ປະ​ຕິ​ບັດຕາມ​ແນວ​ໂນ້ມ​ທາງ​ປະ​ຫວັດ​ສາດ​ທົ່ວ​ໄປ ກ່ຽວ​ກັບ ຫຼາຍ​ມະ​ຫາ​ອຳ​ນາດຢູ່ໃນ​ໂລກ ແລະ ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ.”

ທ່ານ ປູ​ຕິນ ໄດ້​ຍົກ​ຍ້ອງ​ການ​ຄ້າ​ສອງ​ຝ່າຍ​ທີ່​ເພີ່ມ​ຂຶ້ນ​ລະ​ຫວ່າງ ຣັດ​ເຊຍ ແລະ ຈີນ, ເຊິ່ງ​ທ່ານ​ກ່າວ​ວ່າ ໄດ້​ບັນ​ລຸ​ເຖິງ 240 ຕື້​ໂດ​ລາ​ຕໍ່​ປີ ແລະ ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ທະ​ເຍີ​ທະ​ຍານ​ໃນການ​ຂາຍ​ນ້ຳ​ມັນ ແລະ ແກັ​ສ ຫຼາຍຂຶ້ນກວ່າ​ເກົ່າ​ໃຫ້ ປັກ​ກິ່ງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG