ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ທັນວາ ໒໐໒໕

ຕຽງນອນໃນໂຮງໝໍນະຄອນຫຼວງປັກກິ່ງ ເຕັມໝົດ ຂະນະທີ່ ພະຍາດໂຄວິດ ​ເຮັດ​ໃຫ້ພວກຄົນປ່ວຍ ເຂົ້າໂຮງໝໍຫຼາຍຂຶ້ນ


ຊາຍຄົນນຶ່ງຍູ້ລໍ້ຂອງແມ່ເຖົ້າກາຍພວກຄົນປ່ວຍ ທີ່ໄດ້ໃສ່ສາຍນ້ຳທະເລ ໃນພະແນກສຸກເສີນ ຂອງໂຮງໝໍແຫ່ງນຶ່ງ, ວັນທີ 3 ມັງກອນ 2023.
ຊາຍຄົນນຶ່ງຍູ້ລໍ້ຂອງແມ່ເຖົ້າກາຍພວກຄົນປ່ວຍ ທີ່ໄດ້ໃສ່ສາຍນ້ຳທະເລ ໃນພະແນກສຸກເສີນ ຂອງໂຮງໝໍແຫ່ງນຶ່ງ, ວັນທີ 3 ມັງກອນ 2023.

ພວກຄົນປ່ວຍ ໂດຍສ່ວນໃຫຍ່ແມ່ນຜູ້ເຖົ້າຜູ້ແກ່ ພາກັນນອນລຽນລາຍຢູ່ເທິງເປ ຕາມຮ່ອມທາງຍ່າງຂອງໂຮງໝໍ ໂດຍໃສ່ສາຍອັອກຊີເຈັນ ໃນຂະນະດຽວກັນບາງສ່ວນກໍນັ່ງຢູ່ໃນລໍ້ຍູ້ ໃນຊ່ວງທີ່​ກໍ​ລະ​ນີ​ຕິດພະຍາດໂຄວິດ-19 ພວມເພີ້ມສູງຂຶ້ນ ໃນນະຄອນຫຼວງປັກກິ່ງຂອງຈີນ.

ໂຮງໝໍ ຈຸ້ຍຢາງຫລຸຍ (Chuiyangliu) ໃນເມືອງທາງພາກຕາເວັນອອກ ໄດ້ເຕັມໄປດ້ວຍພວກຄົນປ່ວຍທີ່ຫາກໍມາຮອດໃໝ່ໆ ໃນວັນພະຫັດມື້ນີ້. ພາຍໃນຕອນກາງເວັນ ຕຽງນອນກໍເຕັມໝົດ ແມ່ນກະທັງລົດສຸກເສີນຂອງໂຮງໝໍຍັງສືບຕໍ່ນຳເອົາພວກທີ່ຕ້ອງການຄວາມຊ່ອຍເຫຼືອ ເຂົ້າມາຕິດໆ.

ພວກພະຍາບານແລະທ່ານໝໍທີ່ມີພາບະອັນໜັກໜ່ວງ ຟ້າວເກັບກຳຂໍ້ມູນ ແລ້ວປະເມີນອາການໃນເບື້ອງຕົ້ນ ກໍລະນີພວກຄົນປ່ວຍ ທີ່ສຸກເສີນທີ່ສຸດ.

ຜູ້ຄົນພາກັນໃສ່ໜ້າກາກ ນັ່ງພັກຜ່ອນ ຂະນະທີ່ພວກເຂົາເບິ່ງແຍງຍາດພີ່ນ້ອງຜູ້ເຖົ້າຜູ້ແກ່ຂອງເຂົາເຈົາ ທີ່ນອນຢູ່ໃນເປຕາມຮ່ອມທາງຍ່າງໃນພະແນກສຸກເສີນ ເພື່ອສະໜອງການໃຫ້ນ້ຳທະເລ ຢູ່ທີ່ໂຮງໝໍໃນນະຄອນຫຼວງປັກກິ່ງ, ວັນທີ 3 ມັງກອນ 2023.
ຜູ້ຄົນພາກັນໃສ່ໜ້າກາກ ນັ່ງພັກຜ່ອນ ຂະນະທີ່ພວກເຂົາເບິ່ງແຍງຍາດພີ່ນ້ອງຜູ້ເຖົ້າຜູ້ແກ່ຂອງເຂົາເຈົາ ທີ່ນອນຢູ່ໃນເປຕາມຮ່ອມທາງຍ່າງໃນພະແນກສຸກເສີນ ເພື່ອສະໜອງການໃຫ້ນ້ຳທະເລ ຢູ່ທີ່ໂຮງໝໍໃນນະຄອນຫຼວງປັກກິ່ງ, ວັນທີ 3 ມັງກອນ 2023.

ການເພີ້ມສູງຂຶ້ນຂອງຄົນປ່ວຍໜັກທີ່ຕ້ອງການຮັກສາຢູ່ໃນໂຮງໝໍເກີດຂຶ້ນ ລຸນຫຼັງທີ່ຈີນ ໄດ້ຍົກເລີກຂໍ້ຈຳກັດທີ່ເຂັ້ມງວດທີ່ສຸດໃນດ້ານການສະກັດກັ້ນໂຣກລະ ບາດຂອງຕົນ ເມື່ອເດືອນແລ້ວນີ້ ຫຼັງຈາກທີ່ໄດ້ມີການປິດເມືອງຫຼື lockdown ມາໄດ້ເກືອບສາມປີແລ້ວ ການຫ້າມເດີນທາງ ແລະການປິດໂຮງຮຽນ ທີ່ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ເສດຖະກິດ ແລະຈຶ່ງໄດ້ກະຕຸ້ນໃຫ້ມີການປະທ້ວງຢູ່ຕາມຖະໜົນຫົນທາງ ທີ່ບໍ່ເຄີຍເຫັນມາກ່ອນນັບຕັ້ງແຕ່ທ້າຍຊຸມປີ 1980.

ມັນຍັງມີຂຶ້ນໃນຂະນະທີ່ສະຫະພາບຢູໂຣບ ຫຼື EU ໃນວັນພຸດວານນີ້ “ໄດ້ຊຸກຍູ້ຢ່າງແຂງຂັນ” ໃຫ້ບັນດາປະເທດສະມາຊິກຂອງຕົນ ວາງມາດຕະການກວດຫາໂຄວິດ-19 ສຳ​ລັບພວກຜູ້ໂດຍສານຈາກຈີນ ກ່ອນຈະອອກເດີນທາງ. ຕະຫຼອດໄລຍະ ນຶ່ງອາທິດຜ່ານມານີ້ ບັນດາປະເທດ EU ໄດ້ມີປະຕິກິລິຍາກັບຂໍ້ຈຳກັດຕ່າງໆຫຼາຍປະການ ຕໍ່ພວກນັກເດີນທາງຈາກຈີນ ໂດຍບໍ່ເອົາຫົວຊານຳຄວາມໝັ້ນໝາຍໃນເບື້ອງຕົ້ນ ທີ່ຈະປະຕິບັດຢ່າງເປັນເອກະພາບ.

ອີຕາລີ ເປັນແຫ່ງທຳອິດ ທີ່ໂຣກລະບາດ ໄດ້ປະສົບກັບການສູນເສຍຢ່າງໜັກ ໃນທະວີບຢູໂຣບເມື່ອຕົ້ນປີ 2020 ແລະເປັນສະມາຊິກຂອງ EU ປະເທດທຳອິດ ທີ່ໄດ້ບັງຄັບໃຫ້ກວດຫາໄວຣັສໂຄໂຣນາສຳລັບພວກຜູ້ໂດຍສານສາຍການ ບິນ ທີ່ມາຈາກຈີນ ແຕ່ ຝຣັ່ງ ແລະສະເປນ ກໍໄດ້ອອກມາດຕະການຂອງພວກເຂົາເຈົ້າເອກ ຕິດຕາມມາ. ອັນນັ້ນ ພາຍຫຼັງຈາກທີ່ການວາງມາດຕະການໂດຍສະຫະລັດ ໃນການບັງຄັບໃຫ້ພວກຜູ້ໂດຍສານໝົດທຸກຄົນ ທີ່ມາຈາກຈີນ ໄດ້ຮັບຜົນການກວດທີ່ເປັນລົບ ພາຍໃນ 48 ຊົ່ວໂມງກ່ອນໜ້າທີ່ຈະອອກເດີນທາງ.

ຈີນ ໄດ້ເຕືອນເຖິງ “ການຕອບໂຕ້ດ້ວຍມາດຕະການຕ່າງໆ” ຖ້ານະໂຍບາຍທັງຫຼາຍເຊັ່ນນັ້ນ ໄດ້ຖືກວາງອອກທົ່ວກຸ່ມປະເທດເຫຼົ່ານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ
please wait

No live streaming currently available

0:00 0:00 Live

ສົດ ລາຍການວິທະຍຸ-ໂທລະພາບ ພາກພາສາລາວ

XS
SM
MD
LG