ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍ້ອນເກີດອຸບັດຕິເຫດ ຢູ່ຕາມທ້ອງຖະໜົນເລື້ອຍໆບໍ ຈຶ່ງເຮັດໃຫ້ປະກັນໄພລົດມີລາຄາແພງຂຶ້ນ?


ບັນດາໝູ່ເພື່ອນຂອງຜູ້ເຄາະຮ້າຍທີ່ເສຍຊີວິດຈາກການເກີດອຸບັດຕິເຫດທີ່ຮຸນແຮງຂອງລົດລີມູຊິນໃນມື້ວັນເສົາ, ໄດ້ປອບໃຈເຊິ່ງກັນ ແລະກັນຫຼັງຈາກວາງຊໍ່ດອກໄມ້ໄວ້ຢູ່ທີ່ບໍລິເວນ 4 ແຍກ ຊໍຮາລີ່, ລັດນິວຢອກ, ວັນທີ 7 ຕຸລາ 2018.
ບັນດາໝູ່ເພື່ອນຂອງຜູ້ເຄາະຮ້າຍທີ່ເສຍຊີວິດຈາກການເກີດອຸບັດຕິເຫດທີ່ຮຸນແຮງຂອງລົດລີມູຊິນໃນມື້ວັນເສົາ, ໄດ້ປອບໃຈເຊິ່ງກັນ ແລະກັນຫຼັງຈາກວາງຊໍ່ດອກໄມ້ໄວ້ຢູ່ທີ່ບໍລິເວນ 4 ແຍກ ຊໍຮາລີ່, ລັດນິວຢອກ, ວັນທີ 7 ຕຸລາ 2018.

ຄ່າປະກັນໄພລົດແພງ ແມ່ນຍ້ອນໂຕຜູ້ຂັບຂີ່ລົດ ຫຼືຂົງເຂດໃດນຶ່ງທີ່ຄົນຂັບຂີ່ລົດອາໄສຢູ່ ມີຜົນເຮັດໃຫ້ປະກັນໄພລົດມີລາຄາແພງຂຶ້ນ? ປະຊາຊົນຊາວ ອາເມຣິກັນເຊື້ອສາຍລາວທ່ານນຶ່ງຜູ້ທີ່ບໍ່ປະສົງອອກນາມ ເຊິ່ງອາໄສຢູ່ທີ່ເມືອງເມດີສັນ, ລັດແອລາບາ ເລົ່າສູ່ວີໂອເອຟັງວ່າ: ຍ້ອນວຽກການຈຶ່ງເຮັດໃຫ້ລາວ ແລະຄອບ ຄົວໄດ້ມາອາໄສຢູ່ໃນທີ່ເມືອງແຫ່ງນີ້, ລາວບອກວ່າ ເມື່ອຮູ້ວ່າຄ່າປະກັນໄພລົດຂອງລາວມີລາຄາແພງຂຶ້ນ ຈຶ່ງໄດ້ສອບຖາມໄປທີ່ບໍໍລິສັດ ແລ້ວໄດ້ຄໍາຕອບວ່າ ຍ້ອນຂົງເຂດທີ່ລາວອາໄສຢູ່ນັ້ນ ມີອຸບັດຕິເຫດຖີ່ຫຼາຍ. ໂດຍລາວໄດ້ກ່າວໃຫ້ຟັງບາງຕອນດັ່ງນີ້:

“ກໍ່ບໍ່ຕໍານິວ່າເປັນຫຍັງປະກັນໄພລົດແພງ ເພາະເຫັນກັບຕາຕົນເອງເລີຍ ເກືອບທຸກໆມື້ ແມ່ນເກີດອຸບັດຕິເຫດຕະຫຼອດ ໂດຍສະເພາະ ແມ່ນໂມງກ່ອນເຂົ້າການ ແລະເລີກການ, ທີ່ສໍາຄັນ ບາງຄົນຂັບລົດປະໝາດຫຼາຍ ເຂົາເຈົ້າບໍ່ຄໍານຶງເຖິງຄວາມປອດໄພ ແລະຜົນກະທົບ ທີ່ຈະຕາມມາຈັກໜ້ອຍເລີຍ. ເຖິງລາຄາຄ່າປະ ກັນໄພລົດຊິແພງກວ່າເກົ່າ,​ ແຕ່ຍ້ອນໜ້າທີ່ວຽກງານ ດັ່ງນັ້ນມັນກໍ່ໂອເຄຢູ່ ທີ່ສໍາ ຄັນເຮົາກໍຕ້ອງມີສະຕິ ແລະລະມັດລະວັງຕະຫຼອດເວລາໃນເວລາຂັບຂີ່ຍານພາ ຫະນະ.”

ອີງຕາມເວັບໄຊ໌ drivesafealabama.org ປະຈໍາປີ 2019 ລາຍງານວ່າ: ສະເພາະຢູ່ໃນລັດແອລາບາມາ ມີລາຍງານອຸບັດຕິເຫດທາງລົດ ຢູ່ໃນທ້ອງຖະ ໜົນເກີດຂຶ້ນທຸກໆ 3 ນາທີ 18 ວິນາທີ, ມີ 1 ຄົນເສຍຊີວິດໃນທຸກໆ 9 ຊົ່ວ ໂມງ 26 ນາທີຂອງອຸບັດຕິເຫດທາງລົດ, ຜູ້ຂັບຂີ່ທີ່ມັກຂຽນຂໍ້ຄວາມທາງໂທລະ ສັບໃນເວລາຂັບລົດ ມີໂອກາດເສຍຊີວິດຫຼາຍກວ່າຜູ້ຂັບຂີ່ທໍາມະດາທົ່ວໄປເຖິງ 23 ເທົ່າ.

ຢ່າງໃດກໍຕາມ, ຍິ່ງຊ່ວງນີ້ເປັນຊ່ວງເທດສະການວັນຄຣິສມາສ ແລະປີແຫ່ງສັກກະຫຼາດໃໝ່ກໍາລັງມາເຖິງ ການສັນຈອນໄປມາຕາມທ້ອງຖະໜົນກໍຄວນຕ້ອງລະມັດລະວັງ ແລະມີສະຕິໃຫ້ຫຼາຍຂຶ້ນ, ທີ່ສໍາຄັນ ເມື່ອທຸກຄົນເຄົາລົບໃນກົດຂອງ​ການ​ສັນຈອນ ອຸບັດຕິເຫດກໍຈະຫຼຸດລົງໄດ້ ບໍ່ຫຼາຍກໍໜ້ອຍ.

XS
SM
MD
LG