ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານ​ຂອງ​ສະພາ BBG ຖືກປະຕິເສດ ບໍ່ໃຫ້ເຂົ້າຣັດເຊຍ


ປະທານ​ຂອງ​ສະພາ BBG ທ່ານ Jeff Shell ພ້ອມທັງເປັນ ປະທານກຸ່ມ Universal Filmed Entertainment ຂອງ Universal Studios.
ປະທານ​ຂອງ​ສະພາ BBG ທ່ານ Jeff Shell ພ້ອມທັງເປັນ ປະທານກຸ່ມ Universal Filmed Entertainment ຂອງ Universal Studios.

ປະທານ​ຂອງ​ສະພາ​ປົກຄອງ​ການ​ກະຈາຍສຽງ ຫຼື BBG ທີ່​ຄວບ​ຄຸມ​ວິທະຍຸ​ສຽງ​ອາ​ເມຣິກາ ຫຼື Voice of America, ວິທະຍຸ​ຢູ​ໂຣບ​ເສລີ ​ແລະການກະຈາຍສຽງອື່ນ​ໆ ຂອງ​ສະຫະລັດ ​ໄດ້ຖືກ​ປະຕິ​ເສດບໍ່​ໃຫ້​ເຂົ້າ​ໄປ​ຍັງຣັດ​ເຊຍ​ໃນ​ສັບປະດາ​ນີ້​ແລະຍັງ​ຖືກ​ຄຸມ​ຕົວເປັນ​ເວລາ​ຫຼາຍໆ​ຊົ່ວ​ໂມງ ​ຢູ່ສະໜາມ​ບິນ​ນາໆ​ຊາດ​ທີ່ມົສກູ.

ທ່ານ Jeff Shell ປະທານ​ຂອງ​ສະພາ​ດັ່ງກ່າວ ທັງ​ຍັງ​ເປັນ​ປະທານ​ຂອງ​ບໍລິສັດສື່​ຍັກ​ໃຫຍ່ NBC ນຳ. ​ເຈົ້າໜ້າ​ທີ່ຣັດ​ເຊຍ ​ໄດ້​ກ່າວ​ວ່າ ທ່ານ​ໄດ້​ຖືກ​ຈັດ​ເຂົ້າ​ໃນ “ບັນຊີ​ລາຍ​ຊື່​ສ່ວນ ​ບຸກຄົນ ທີ່ຖືກ​ຫ້າມບໍ່​ໃຫ້​ເຂົ້າ​ໄປໃນຣັດ​ເຊຍ ​ຍ້ອນ​ບົດບາດ​ຂອງ​ທ່ານທີ່ຊີ້ນຳການ​ໂຄສະນາ​ຊວນ​ເຊື່ອ​ຕ້ານ​ຕໍ່ຣັດ​ເຊຍ” ນັ້ນຄື​ລາຍ​ງານ​ຂອງ​ອົງການ​ຂ່າວ Tass.

​ເຈົ້າ​ໜ້າ​ທີ່ຣັດ​ເຊຍ ​ໄດ້​ດຶງ​ທ່ານ Shell ອອກ​ຈາກ​ແຖວ​ຂອງ​ພວກ​ຜູ້​ໂດຍສານ ​ທີ່​ເດີນທາງ​ເຂ້າ​ໄປ​ຍັງຣັດ​ເຊຍ ຢູ່ສະໜາມ​ບິນ​ນາໆ​ຊາດ ​ໃນ​ແລງ​ວັນ​ອັງຄານ​ຜ່ານ​ມາ​ນີ້ ​ເຖິງ​ແມ່ນ​ວ່າ​ທ່ານ​ມີ​ວີຊາ​ເຂົ້າ​ໄປ​ຍັງຣັດ​ເຊຍ ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ ກໍ​ຕາມ.

ທ່ານ Shell ​ໄດ້​ກ່າວ​ວ່າ ທ່ານ​ໄດ້​ຖືກ​ກັກ​ຂັງ​ໄວ້​ ໃນ​ຫ້ອງໃສ່​ກຸນ​ແຈ ເປັນເວລາ​ຫຼາຍໆ​ຊົ່ວ​ໂມງ ກ່ອນ​ທີ່​ເຈົ້າ​ໜ້າ​ທີ່​ຈະ​ສົ່ງ​ຂຶ້ນ​ເຮືອບິນ ​ອອກ​ເດີນທາງປະ​ເທດ​ໄປ​ຍັງ Amsterdam. ປະທານ​ສະພາ​ BBG ​ໄດ້​ບອກ​ກັບ​ພວກ​ເພື່ອນ​ຮ່ວມ​ງານວ່າ ທ່ານ​ໄດ້​ຖືກແຈ້ງ​ໃຫ້​ຊາບ​ເຖິງ​ການ​ປະຕິ​ເສດ​ການບໍ່​ໃຫ້ທ່ານ​ເຂົ້າ​ໄປ​ຍັງຣັດ​ເຊຍ​ ຢ່າງ​ເປັນ​ການ​ຖາວອນ ​ແລະ​ປະຈຸ​ບັນ​ນີ້ ແມ່ນຖືກ​ເກືອດ​ຫ້າມ​ເຂົ້າຣັດ​ເຊຍ ຕະຫຼອດ​ຊີວິດ.

“​ເຈົ້າ​ໜ້າ​ທີ່​ຍາມ​ຖື​ອາວຸດ ​ເຂົ້າ​ມາ​ຄຸມ​ຕົວ​ຂ້າພະ​ເຈົ້າ​ປະມານ 5 ​ໂມງ​ເຊົ້າ ​ແລະ​ນຳ​ຂ້າພະ​ເຈົ້າໄປຍັງ​ເຮືອບິນ ​ແລະ​ເຖິງ​ບ່ອນ​ນັ່ງ​ຂ້າພະ​ເຈົ້າ” ຊຶ່ງ​ທ່ານ Shell ​ໄດ້​ບອກ​ກັບ​ບັນດາ​ນັກ​ຂ່າວ ຕອນ​ທີ່​ທ່ານ​ໄປຮ​ອດ ຢູ​ໂຣບຕາ​ເວັນ​ຕົກ ​ໃນ​ເຊົ້າ​ວັນ​ພຸດ​ວານ​ນີ້. ທ່ານ​ຍັງ​ໄດ້​ກ່າວ​ຕື່ມວ່າ“​ເຈົ້າ​ໜ້າ​ທີ່​ໄດ້​ມອບ​ໜັງສື​ເດີນທາງ​ໃຫ້​ກັບ​ນັກ​ບິນ ​ແລະ​ບອກກັບ​ລາວ​ວ່າ ບໍ່ໃຫ້ມອບ​ໜັງສື​ເດີນທາງ​ຄືນ​ໃຫ້​ຂ້າພະ​ເຈົ້າ​ຈົນ​ກວ່າ​ເຖິງ​ແຜ່ນດິນ​ໂຮ​ນລັງ ຊຶ່ງ​ມັນ​ເປັນ​ເລື່ອງ​ອັບອາຍ​ຂາຍໜ້າ​ທີ່​ສຸດ.”

​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ ​ໄດ້​ກ່າວ​ວ່າ ທ່ານ Shell ​ແມ່ນ​ໄດ້​ຖືກ​ຫ້າມ​ເຂົ້າ​ໄປ​ຍັງ ຣັດ​ເຊຍ ຍ້ອນ​ວ່າ ທ່ານ​ເປັນ​ປະທານ​ຂອງ​ເຄືອ​ຄ່າ​ຍ​ໂຄສະນາ​ຊວນ​ເຊື່ອ​ຂອງ​ລັດຖະບານ​ສະຫະລັດ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG