ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຂັບໄລ່ ພວກນັກຂ່າວ ຕ່າງຊາດອອກຈາກປະເທດ


ບັນດາພວກນັກຂ່າວຕ່າງປະເທດ ໄດ້ເດີນທາງອອກຈາກ ງານຈັດກອງປະຊຸມ ຫຼັງຈາກ ຖືກບອກວ່າ ແຜນການ
ລາຍງານຂ່າວມີການປ່ຽນແປງ ຈົນກວ່າ ວ່າຈະມີແຈ້ງການ ຈາກພຽງຢາງ, ເກົາຫຼີເໜືອ, ວັນທີ 8 ພຶດສະພາ 2016.
ບັນດາພວກນັກຂ່າວຕ່າງປະເທດ ໄດ້ເດີນທາງອອກຈາກ ງານຈັດກອງປະຊຸມ ຫຼັງຈາກ ຖືກບອກວ່າ ແຜນການ ລາຍງານຂ່າວມີການປ່ຽນແປງ ຈົນກວ່າ ວ່າຈະມີແຈ້ງການ ຈາກພຽງຢາງ, ເກົາຫຼີເໜືອ, ວັນທີ 8 ພຶດສະພາ 2016.

ການປະຕິບັດຕໍ່ພວກນັກຂ່າວສາກົນ ຂອງເກົາຫຼີເໜືອຢູ່ໃນປະເທດ ແມ່ນເປັນການສ້າງ ຄວາມເສຍຫາຍ ໃຫ້ແກ່ພາບພົດທີ່ສ້າງຂຶ້ນມາ ຢ່າງລະມັດລະວັງ ຂອງລັດຖະບານ ຄິມ ຈົງອຸນ ທີ່ສະແດງໃຫ້ເຫັນ ຢູ່ໃນກອງປະຊຸມຄອງແຄຣັສ ຂອງພັກ ທີ່ພວມດຳເນີນໄປຢູ່ ໃນພຽງຢາງເວລານີ້.

ເກົາຫຼີເໜືອໄດ້ໄລ່ທີມງານນັກຂ່າວ ບີບີຊີ ອອກຈາກປະເທດໃນວັນຈັນມື້ນີ້ ຊຶ່ງແນມ ເຫັນໄດ້ຢ່າງແຈ້ງຂາວວ່າ ຂ່າວຂອງພວກເຂົາເຈົ້າ ໄດ້ສ້າງຄວາມບໍ່ພໍໃຈ ໃຫ້ແກ່ພວກ ເຈົ້າໜ້າທີ່.

Rupert Wingfield-Hayes ນັກຂ່າວ ບີບີຊີປະຈຳໂຕກຽວ ກັບນາງ ມາຣິອາ ເບີນ ຜູ້ຜລິດລາຍການ ແລະມືກ້ອງ Matthew Goddard ໄດ້ຖືກກັກໂຕໃນວັນສຸກໃນເວລາ ທີ່ພວກເຂົາເຈົ້າກຳລັງຈະອອກໄປຈາກເກົາຫຼີເໜືອ. Wingfield-Hayes ໄດ້ຖືກສອບ ປາກຄຳເປັນເວລາ 8 ຊົ່ວໂມງ.

ທີມນັກຂ່າວ ບີບີຊີທີ່ວ່ານີ້ ໄດ້ໄປຢູ່ເກົາຫຼີເໜືອກ່ອນໜ້າ ກອງປະຊຸມຄອງແກຣັສ ຂອງພັກ ກຳມະກອນເກົາຫຼີເໜືອ ໂດຍຕິດຕາມຄະນະຜູ້ແທນລາງວັນໂນແບລໄປ ເພື່ອທຳການ ສຶກສາຄົ້ນຄວ້າ.

ນອກນັ້ນໜ່ວຍງານດັ່ງກ່າວ ຍັງໄດ້ມີພວກນັກຂ່າວຕ່າງປະເທດ ຮັບເຊີນເຂົ້າຮ່ວມນຳ 130 ຄົນ ເພື່ອເອົາຂ່າວກ່ຽວກັບ ມື້ເລີ້ມຕົ້ນກອງປະຊຸມຄອງແກຣັສຂອງພັກ ກຳມະກອນ ເກົາຫຼີເໜືອ ຊ່ຶງເປັນກອງປະຊຸມ ດ້ານການເມືອງຄັ້ງໃຫຽ່ສຸດ ໃນເກົາຫຼີເໜືອ ໃນຮອບ ຫຼາຍເຊັ່ນຄົນ.

ຢ່າງໃດກໍດີ ພວກນັກຂ່າວທັງຫຼາຍ ກໍແມ່ນບໍ່ໄດ້ໃຫ້ເຂົ້າໄກ້ ພວກຜູ້ແທນຂອງພັກ ນັບເປັນ ພັນໆຄົນ ທີ່ເຂົ້າຮ່ວມໃນງານຄັ້ງນີ້ ທັງການເຄື່ອນໄຫວ ຂອງພວກເຂົາເຈົ້າ ກໍແມ່ນໄດ້ຖືກ ຕິດຕາມຢ່າງໄກ້ຊິດ.

North Korea Congress
please wait
Embed

No media source currently available

0:00 0:00:53 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG