ໃນວັນຈັນວານນີ້ ສານແຫ່ງນຶ່ງໃນມຽນມາ ໄດ້ຕັດສິນລົງໂທດນັກຂ່າວ BBC ໃຫ້ເຮັດວຽກໜັກເປັນເວລາ 3 ເດືອນ ໃນຖານທີ່ໄດ້ທຳຮ້າຍຕຳຫຼວດໃນຂະນະທີ່ລາຍງານການປະທ້ວງ ໃນປີກາຍນີ້ ທີ່ Mandalay.
ສານປະຈຳເມືອງ Chanmyathazi ໃນ Mandalay ໄດ້ພົບເຫັນວ່າ ທ່ານ Nay Myo Lin ໄວ 40 ປີ ສັນຊາດມຽນມາ ທັງຍັງເປັນນັກຂ່າວໃຫ້ອົງການຂ່າວ BBC ພະແນກ ພາສາມຽນ ມາ ມີຄວາມຜິດໃນຖານທຳຮ້າຍຕຳຫຼວດໃນຂະນະທີ່ປະຕິບັດໜ້າທີ່ຢູ່ນັ້ນ. ການລົງໂທດດັ່ງກ່າວນີ້ແມ່ນອິງຕາມວີດີໂອ ແລະຄຳໃຫ້ການຂອງພວກເຫັນເຫດການ ທີ່ວ່າ ໄດ້ມີການຖົກຖຽງກັນລະຫວ່າງທ່ານ Lin ແລະຕຳຫຼວດ ຊຶ່ງໄດ້ປິດເສັ້ນທາງໄປຫາບ່ອນເດີນ ຂະບວນປະທ້ວງ ເພື່ອຮຽກຮ້ອງໃຫ້ມີການປະຕິຮູບດ້ານການສຶກສາໃໝ່ ເມື່ອເດືອນມີນາ ປີ 2015 ນັ້ນ.
ພາບວີດີໂອ ທີ່ນຳເຜີຍແຜ່ທາງອິນເຕີເນັດ ໄດ້ສະແດງໃຫ້ເຫັນ ເຖິງການຕໍ່ສູ້ກັນເກີດຂຶ້ນ ຫຼັງຈາກທີ່ທ່ານ Lin ໄດ້ເຫັນເຈົ້າໜ້າທີ່ ຢືນຢູ່ກາງຂະບວນລົດທີ່ເຄື່ອນຍ້າຍ ແລະຊົກຊາຍຜູ້ນຶ່ງທີ່ກຳລັງຂີ່ລົດຈັກຜ່ານມານັ້ນ.
ທ່ານ Lin ໄດ້ກ່າວໂຕ້ຕອບຕໍ່ການລົງໂທດດັ່ງກ່າວນີ້ ຊຶ່ງໄດ້ມີຂຶ້ນດົນກວ່ານຶ່ງປີຫລັງຈາກ ລາວໄດ້ຖືກພວກຕຳຫຼວດຕຳຫຼວດຄຸມຂັງ ໂດຍກ່າວວ່າ “ມັນບໍ່ມີຄວາມຍຸຕິທຳເລີຍ ທີ່ໃສ່ ໂທດຂ້າພະເຈົ້າ ພາຍໃຕ້ກົດມາດຕາ 332 ຫຼັງຈາກທີ່ເມີນເສີຍຕໍ່ຄວາມຈິງທີ່ວ່າ ຕຳ ຫຼວດ ຜູ້ນັ້ນ ໄດ້ດຶງພວກປະທ້ວງທີ່ຂີ່ລົດຈັກ ແລະທຸກຄົນ ກໍຮູ້ເຫັນກັນ. ຂ້າພະເຈົ້າບໍ່ໄດ້ມີເຈດຕະນາທີ່ຈະທຳຮ້າຍຕຳຫຼວດຄົນນັ້ນ. ຂ້າພະເຈົ້າມີແຕ່ພະຍາຍາມປົກປ້ອງປະຊາຊົນ ຊຶ່ງບໍ່ໄດ້ຮັບຄວາມຍຸຕິທຳ ຕໍ່ໜ້າຕໍ່ຕາຂ້າພະເຈົ້າ.”
ທ່ານ Lin ກ່າວວ່າ ຕຳຫຼວດໄດ້ປາບປາມທັບມ້າງພວກປະທ້ວງແບບບໍ່ເອົາຫົວຊາ ຊຶ່ງໄດ້ນຳໄປສູ່ການຈັບກຸມຫຼາຍໆກໍລະນີ. ບັນດານັກສຶກສາທີ່ທຳການເຄື່ອນໄຫວຫລາຍໆຄົນ ກ່າວວ່າ ພວກຕຳຫຼວດທີ່ມີໄມ້ຄ້ອນເປັນອາວຸດ ໄດ້ບຸກໂຈມຕີພວກປະທ້ວງແບບສັນຕິ ຍັງຢູ່ໃນການ ດຳເນີນຄະດີ. ອິງຕາມລາຍງານວາລະສານ The Irrawaddy Online ແລ້ວ ຕຳຫຼວດກ່າວວ່າ ພວກເຂົາເຈົ້າໄດ້ພະຍາຍາມທີ່ຈະຍຸຕິພວກປະທ້ວງທີ່ຂັບລົດຈັກ “ທີ່ເຮັດໃຫ້ມີຫຼາຍຄົນ ໄດ້ລົ້ມລົງຈາກລົດຈັກ” ຊຶ່ງທ່ານ Lin ທີ່ຢູ່ທ່າມກາງເຫດການຊຸນລະວຸນນີ້ ຖືກກ່າວຫາວ່າໄດ້ຕີຕຳຫຼວດຄົນນຶ່ງ.
ກະລຸນາອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ